ມີການໂຈມຕີ ສະລະຊີບ ຕໍ່ສະຖານທູດ ສະຫະລັດ ໃນເທີກີ (ສະໄລດ໌)

ເອກອັກຄະລັດຖະທູດສະຫະລັດ ປະຈຳເທີກີ ທ່ານ Francis Ricciardone (ຊ້າຍ ທີ່ມີຜົມຂາວ) ກ່າວຕໍ່ສື່ມວນຊົນ ຢູ່ນອກສະຖານທູດສະຫະລັດ ໃນກຸງອັງກາຣາ (1 ກຸມພາ 2013)

ຜູ້ໂຈມຕີສະລະຊີບຄົນນຶ່ງໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນທີ່
ສະຖານທູດສະຫະລັດໃນນະຄອນຫຼວງອັງກາຣາ ເຮັດໃຫ້ຜູ້ກ່ຽວ ແລະຍາມທີ່ເປັນຄົນເທີກີຜູ້ນຶ່ງ ເສຍຊີວິດ ແລະພ້ອມດຽວກັນກໍມີ
ຜູ້ປະກາດຂ່າວ ທີ່ມີຊື່ສຽງຄົນນຶ່ງ ຂອງເທີກີ ໄດ້ຮັບບາດເຈັບ ໃນ
ການໂຈມຕີຄັ້ງນີ້.

ນັກຂ່າວຄົນນຶ່ງຂອງວີໂອເອ ພະແນກພາສາເທີກີເວົ້າວ່າ ຍາມຜູ້
ນີ້ໄດ້ເສຍຊີວິດໃກ້ໆກັບເຄື່ອງສາຍແສງລັງສີຫຼືເອັກຊະເຣຢູ່ບ່ອນ ກວດທາງເຂົ້າຂອງສະຖານທູດໃນມື້ວັນສຸກວານນີ້. ນັກຂ່າວເວົ້າ
ວ່າ ກ້ອງວົງຈອນປິດຂອງທາງສະຖານທູດ ບໍ່ໄດ້ເຮັດວຽກ ຍ້ອນ
ໄຟຟ້າມອດຢູ່ໃນເຂດດັ່ງກ່າວ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອກ່ຽວກັບການ
ໂຈມຕີໃນມື້ວັນສຸກວານນີ້ ແຕ່ທ່ານ Muammer Guler ລັດຖະມົນຕີກະຊວງພາຍໃນ ຂອງເທີກີກ່າວວ່າ ຂໍ້ມູນໃນຂັ້ນຕົ້ນຂອງຕຳຫຼວດສະແດງໃຫ້ເຫັນວ່າຜູ້ໂຈມຕີຄົນນີ້ມີທ່າ ທາງວ່າ ຈະມີຄວາມສຳພັນກັບກຸ່ມຫົວຮຸນແຮງຝ່າຍຊ້າຍຂອງເທີກີ.

ເອກອັກຄະລັດຖະທູດ James Jeffrey ທີ່ເປັນເອກອັກຄະລັດຖະທູດຂອງສະຫະລັດ ປະຈຳເທີກີແຕ່ປີ 2008 ຫາ 2010 ນັ້ນ ກ່າວວ່າ ເຈົ້າໜ້າທີ່ເທີກີເຊື່ອວ່າ ຜູ້ໂຈມຕີຄົນນີ້ ເປັນສະມາຊິກຂອງ ພັກປະຕິວັດປົດປ່ອຍປະຊາຊົນ ຊຶ່ງເປັນກຸ່ມທີ່ທຳການໂຈມຕີຕໍ່ສະ ຖານທີ່ຕ່າງໆຂອງສະຫະລັດຊໍ້າແລ້ວຊໍ້າອີກ ໃນອະດີດຜ່ານມານັ້ນ.

ທ່ານເວົ້າວ່າ ສະຖານທູດຂອງສະຫະລັດ ທີ່ນະຄອນອັງກາຣາ ແມ່ນຖືວ່າເປັນບ່ອນທີ່ມີ ການຂົ່ມຂູ່ສູງກວ່າປົກກະຕິ ໂດຍທີ່ຂອບນອກສຸດມີການປ້ອງກັນຢ່າງເຂັ້ມແຂງຍາກທີ່ ຈະບຸກຜ່ານໄດ້.