ເທີກີ ສະຫຼອງ ວັນຄົບຮອບ ລັດຖະປະຫານ ທີ່ປະສົບ ກັບຄວາມລົ້ມແຫຼວ

ທ້າວ Savas Altay ເສັດນໍ້າຕາ ໃນຂະນະທີ່ລາວຢ້ຽມຢາມ ບ່ອນສະແດງຮູບພາບ ລັດຖະປະຫານ ວັນທີ 15 ກໍລະກົດ 2016.

ເທີ​ກີ ​ສະຫຼອງວັນ​ຄົບຮອບ​ນຶ່ງ​ປີ​ ໃນ​ວັນ​ເສົາ​ມື້​ນີ້ ທີ່​ໄດ້ເອົາຊະນະ​ ການ​ເຮັດ​ລັດ ຖະປະ
ຫານ​ຂອງ​ພວກທະຫານ.

ນັບ​ແຕ່​ນັ້ນ​ມາ ປະທານາທິບໍດີ Recep Tayyip Erdogan ​ກໍ​ໄດ້​ປົດລັດຖະ ກອນຢ່າງ
​ໜ້ອຍ 100,000 ຄົນ​ອອກ​ຈາກ​ໜ້າ​ທີ່ ທີ່​ທ່ານ​ເຫັນ​ວ່າ​ເປັນ​ບັນດາ​ຜູ້​ໃຫ້ການ​ສະໜັບສະ
ໜູນ​ ຕໍ່​ການ​ເຮັດ​ລັດຖະປະຫານທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວດັ່ງກ່າວ. ລັດຖະບານຍັງ​
ໄດ້​ຈັບ​ອີກ 50,000 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ເທີກີ ​ໄດ້​ປະກາດໃຫ້​ວັນ​ທີ 15 ກໍລະ​ກົດ​ ​ເປັນ​ວັນພັກ​ແຫ່ງ​ຊາດເພື່ອ
“ປະຊາທິປະ​ໄຕ ​ແລະ​ຄວາມ​ສາມັກຄີ."

ພັກຝ່າຍ​ຄ້ານ​ເທີ​ກີ​ກ່າວ​ວ່າ ລັດຖະບານ​ທ່ານ Erdogan ​ພວມ​ເຄື່ອນ​ໄຫວ​ໄປສູ່​ການ​
ປົກຄອງ​ແບບ​ຜະະ​ເດັດ​ການ ​ໃນ​ຂະນະ​ທີ່​ຜູ້ນຳ​ເທີກີກ່າວ​ວ່າ ການ​ປາບ​ປາມ ຕໍ່​ພວກ​ທີ່​
ຮຽກຮ້ອງ​ສິດທິ​ມະນຸດ ​ແມ່ນມີ​ຄວາມ​ຈຳ​ເປັນ ​ເພື່ອທັບ​ມ້າງ ​ໄພ​ຂົ່ມຂູ່​ຕໍ່ ຄວາມ​ປອດ​ໄພ​
ຂອງ​ລັດ​ຖະບານທີ່ປົກຄອງປະ​ເທດ.

ທ່ານ Erdogan ກ່າວອ້າງ​ວ່າ ການ​ເຮັດ​ລັດຖະປະຫານ​ ​ແມ່ນນຳພາ​ໂດຍນັກ​ສອນ
ສາສະໜາ Fethullah Gulen ​ທີ່​ໄດ້​ລີ້​ໄພ​ຢູ່ໃນ​ສະຫະລັດ ​ມາເປັນ​ເວ​ລາ​ເກືອບ​ສອງ
​ທົດ​ສະ​ວັດ​ແລ້ວນັ້ນ. ທ່ານ Gulen ​ໄດ້ປະຕິ​ເສດວ່າທ່ານ​ບໍ່ການ​ພົວ ພັນ​ໃດໆ.

ນັກສອນສາສະໜາ ທ່ານ Fethullah Gulen ຢູ່ບ້ານພັກທີ່ເມືອງ Saylorsburg ລັດ Pennsylvania ສະຫະລັດ ອາເມຣິກາ.

ຢູ່​ໃນ​ຖະ​ແຫລ​ງການເນື່ອງ​ໃນວັນ​ຄົບຮອບ​ລັດ​ຖະປະຫານນັ້ນທ່ານ Gulen ກ່າວ​ວ່າ
“ການ​ປະຕິບັດ​ຂອງລັດຖະບານ​ເທີ​ກີ ຕໍ່​ປະຊາຊົນ​ທີ່​ໄຮ້​ດຽງສາ ໃນ​ຮອບປີທີ່​ຜ່ານ​ມາ
​ໄດ​ແກ່​ດຶງ​ເອົາ​ເທີ​ກີ ​ເຂົ້າ​ຢູ່​ໃນ​ກຸ່ມ​ບັນດາ​ປະ​ເທດ​ທີ່​ມີ​ປະ​ຫວດຂີ້ຮ້າຍສຸດ ໃນ​ໂລກ ໃນ​ດ້ານປະຊາທິປະ​ໄຕ​ ການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ ​ແລະ​ສິດເສລີ​ພາບ​ຂັ້ນພື້ນ
ຖານ” ​ແລະ​ປະຊາຊົນ​ເທີ​ກີ “ກຳລັງ​ພາກັນໂຮ​ມຊຸມນຸມ​ປະ​ທ້ວງເປັນ​ຈຳນວນ​ຫລວງ
ຫລາຍ ຕໍ່​ຄຳ​ເວົ້າທີ່​ກຽດ​ຊັງດັ່ງກ່າວ.”

ທ່ານ Kemal Kilicdaroglu ຜູ້ນຳຢ່າບຄ້ານທີ່ສຳຄັນຂອງເທີກີ ພັກ ພ້ອມດ້ວບຜູ້ສະໜັບສະໜູນຫລາຍພັນຄົນ .

ໃນ​ວັນ​ສຸກວານ​ນີ້​ ​ເທີ​ກີໄດ້​ປົດພວກ​ເຈົ້າ​ໜ້າ​ທີ່​ຕຳຫລວດ ລັດຖະກອນ ​ແລະ​ນັກວິຊາ
ການຫຼາຍກວ່າ 7,000 ຄົນ ອອກ​ຈາກ​ໜ້າ​ທີ່.

ຄຳ​ສັ່ງ​ລັດຖະບານ​ສະບັບ​ນຶ່ງ ​ໄດ້​ພິມເຜີ​ຍ​ແຜ່​ໂດຍໜັງສື​ພິມ Gazette ຂອງ​ທາງ​ການ
​ເທີ​ກີ ສະ​ແດງ​ໃຫ້ເຫັນວ່າ ​ຮວມຢູ່​ໃນ​ບັນດາ​ພວກ​ທີ່​ຖືກ​ປົດ​ຄັ້ງນີ້ ກໍ​ມີ​ຕຳຫລວດ 2,303
ຄົນ ຊຶ່ງ​ເປັນ​ນາຍ​ຕຳຫຼວດຂັ້ນ​ສູງ​ຈຳນວນ​ນຶ່ງ ພ້ອມໆ​ກັບນັກ​ວິຊາການຫລາຍ​ກ່ວາ
300 ຄົນ​ຈາກ​ມະຫາວິທະຍາ​ໄລ​ຕ່າງໆ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ