ກອງທັບເທີກີກ່າວວ່າ ຕົນໄດ້ທຳການໂຈມຕີທາງອາກາດຕໍ່ພວກທີ່ສົງໃສ່ວ່າເປັນກຸ່ມກະບົດ
ຊາວເຄີດໃກ້ໆຊາຍແດນອີຣັກແຕ່ບໍ່ໄດ້ໃຫ້ການຢືນຢັນຕໍ່ລາຍງານຂ່າວຂອງພວກເຈົ້າໜ້າທີ່
ທ້ອງຖິ່ນທີ່ວ່າ ມີພົນລະເຮືອນ 23 ຄົນໄດ້ຖືກຂ້າຕາຍໃນການໂຈມຕີຄັ້ງນີ້.
ເຈົ້າໜ້າທີ່ໆແຂວງ Sirnak ກ່າວວ່າ ມີທ່າທາງວ່າພວກທີ່ຕົກເປັນເປົ້າໃນການໂຈມຕີຄັ້ງນີ້
ແມ່ນພວກລັກລອບນໍ້າມັນແລະນໍ້າຕານ ຈາກເທີກີເຂົ້າໄປໃນອີຣັກ ແລະບາງທີອາດມີການ
ເຂົ້າໃຈຜິດຄິດວ່າເປັນພວກກະບົດຈາກພັກກຳມະກອນຊາວເຄີດ.
ຖະແຫຼງການຂອງກອງທັບເທີກີກ່າວວ່າ ພວກກະບົດພັກກຳມະກອນຊາວເຄີດກຸ່ມນຶ່ງໄດ້ຖືກ
ພົບເຫັນຢູ່ໃນບໍລິເວນດັ່ງກ່າວ.
ພັກກຳມະກອນຊາວເຄີດ ໄດ້ເຮັດສົງຄາມເກືອບ 20 ປີ ເພື່ອໃຫ້ຊາວເຄີດມີສິດໃນການປົກ
ຄອງຕົນເອງຫຼາຍຂຶ້ນຢູ່ໃນເທີກີ. ການສູ້ລົບກັນ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຫຼາຍສິບພັນ
ຄົນ.
ເທີກີ ສະຫະພາບຢູໂຣບແລະສະຫະລັດ ຖືວ່າພັກກຳມະກອນຊາວເຄີດເປັນກຸ່ມກໍ່ການຮ້າຍ.