ຕູນິເຊຍ ກໍາລັງຕຽມຮັບມື ກັບການປະທ້ວງ ແລະການນັດຢຸດງານ
ທົ່ວໄປເພື່ອເປັນການຕອບໂຕ້ຕໍ່ການລອບສັງຫານຜູ້ນໍາຝ່າຍຄ້ານ
ຫົວເສຣີທີ່ສຳຄັນຄົນນຶ່ງ.
ທ່ານ Mohammed Brahmi ຜູ້ນໍາຝ່າຍຄ້ານ ທີ່ກ້າເວົ້າກ້າວ່າ
ໄດ້ຖືກຍິງຕາຍໃນວັນພະຫັດວານນີ້ໂດຍມືປືນທີ່ບໍ່ຊາບຝ່າຍ ຢູ່
ນອກເຮືອນຂອງທ່ານທີ່ນະຄອນ ຫລວງ Tunis.
ທ່ານ Brahmi ສັງກັດຢູ່່ໃນພັກແນວໂຮມມະຫາຊົນ ທີ່ບໍ່ຝັກໄຝ່
ທາງສາສະໜາ. ທ່ານເປັນຜູ້ກ້າຕິຕຽນ ຕໍ່ລັດຖະບານຕູນິເຊຍທີ່
ນໍາພາໂດຍພັກສາສະໜາອິສລາມ ແລະໄດ້ເປັນຜູ້ຊ່ວຍໃນການ
ຮ່າງລັດຖະທໍາມະນູນສະບັບໃໝ່.
ນີ້ເປັນການລອບສັງຫານຄັ້ງທີສອງ ໃນປີນີ້. ການສັງຫານນັກການເມືອງຫົວເສຣີ ທ່ານ Chokri Belaid ໃນເດືອນກຸມພາຜ່ານມາ ໄດ້ເຮັດໃຫ້ຕູນິເຊຍ ຕົກຢູ່ໃນຄວາມຮຸນແຮງ ເກືອບຈະເຮັດໃຫ້ການເມືອງໃນໄລຍະຂ້າມຜ່ານຂອງປະເທດ ດັ່ງກ່າວທີ່ບອບບາງຢູ່ແລ້ວນັ້ນ ພັງທະລາຍລົງ.
ໃນວັນພະຫັດວານນີ້ ຫລາຍພັນຄົນໄດ້ພາກັນລົງສູ່ຖະໜົນຫົນທາງໃນນະຄອນ Tunis
ແລະຢູ່ເມືອງ Sidi Bouzid ເພື່ອປະທ້ວງການສັງຫານທ່ານ Brahmi. ຫລາຍຄົນພາ
ກັນຕິຕຽນ ພັກໃຫຍ່ສາສະໜາອິສລາມ Ennahda ທີ່ຢູ່ເບື້ອງຫຼັງ ການລອບສັງຫານ
ດັ່ງກ່າວນີ້.

Your browser doesn’t support HTML5