ທາງການ ຕູນີເຊຍ ກຳລັງຊອກຫາ ຜູ້ສົມຮູ້ຮ່ວມຄິດ ໃນການກໍ່ການຮ້າຍ

ພາຍຖ່າຍຈາກວີດີໂອຂອງ ໂທລະພາບ ຕູນີເຊຍ TV1 ສະແດງ ໃຫ້ເຫັນຄົນບາດເຈັບ ໄດຮັບການປິ່ນປົວຢູ່ເທິງຊາຍຫາດຂອງ ຣີສອດ ເມືອງ Sousse, 26 ມິຖຸນາ 2015.

ເຈົ້າ​ໜ້າ​ທີ່ ຕູ​ນີ​ເຊຍ ກຳລັງ​ຊອກ​ຫາພວກ​ທີ່​ອາດ​ເປັນຜູ້​ສົມຮູ້​ຮ່ວມ​ຄິດໃນ​ການ​ໂຈມ​ຕີ​ຄົນ​ຈຳນວນ​ຫຼາຍ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາຢູ່​ຣີສອດແຄມ​ທະ​ເລ ທີ່ເຮັດ​ໃຫ້ 38 ຄົນ​ເສ​ຍຊີວິດ.

​ໂຄສົກ​ກະຊວງ​ພາຍ​ໃນ ທ່ານ Mohamed Ali Aroui ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ເຖິງ​ແມ່ນມີພວກ​ຫົວ​ຮຸນ​ແຮງ
ຕູ​ນີເຊຍ ພຽງ​ຄົນ​ດຽວ​ເປັນ​ຜູ້​ທຳ​ການ​ໂຈມຕີກໍ​ຕາ​ມ ​ແຕ່​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ​ ​ຕ້ອງ​ມີ​ຄົນ​ຊ່ວຍ​ເຫຼືອ​ຜູ້ກ່ຽວ ກ່ອນ​ໜ້າ​ນີ້.

ທ່ານ Aroui ກ່າວ​ວ່າ ໄດ້​ມີ​ການ​ພົບ​ເຫັນໂທລະສັບ​ມື​ຖື​ຂອງ​ມື​ປືນ ​ແລະ ຄອບຄົວ​ຂອງ​ຜູ້ກ່ຽວ​ກໍ​ໄດ້​ຖືກ​ສອບຖາມ.

ພວກ​ເຄາະ​ຮ້າຍທີ່​ຖືກ​ຂ້າ ​ສ່ວນ​ໃຫຍ່​ແມ່ນ​ຊາວ ອັງກິ​ດ ​ໃນ​ຂະນະ​ທີ່​ຄົນ​ອື່ນ​ແມ່ນ​ຄົນ​ສັນຊາດ ​ເຢຍລະ​ມັນ, ໄອ​ແລ​ນດ໌, ​ແບ​ລ​ຈຽມ ​ແລະ Portugal.

Your browser doesn’t support HTML5

Terror Attacks

ນາຍົກລັດຖະມົນຕີ ອັງ​ກິດ ທ່ານ David Camaron ​ໄດ້​ຂຽນ​ຂໍ້ຄວາມ​ໃນ​ໜັງສື​ພິມ The Daily Telegraph ວ່າ ການໂຈມ​ຕີ​ມື້​ວັນ​ສຸກ​ໃນ​ປະ​ເທດ ຕູ​ນິີເຊຍ, ​ພ້ອມ​ດ້ວຍ​ການລະ​ເບີດ​ຢູ່​ວັດອິສລາມ ​ໃນ​ປະ​ເທດ ຄູ​ເຫ​ວດ ທີ່​ເຮັດ​ໃຫ້ 27 ຄົນ​ເສຍຊີວິດ ​ແລະ ການ​ໂຈມ​ຕີ​ຮ້າຍ​ແຮງ​ຢູ່​ໂຮງງານເຄມີ​ ໃນ​ປະ​ເທດ ຝຣັ່ງ ​ແມ່ນ​ສ່ວນ​ໜຶ່ງຂອງ ​“​ຜີມານ​ຊົ່ວ​ຮ້າຍ” ທີ່​ພົບ​ເຫັນ​ໃນ​ການ​ໂຈມ​ຕີອື່ນໆ ຂອງ​ພວກ​ຫົວ​ຮຸນ​ແຮງ.

ທ່ານ Cameron ​ກ່າວຕໍ່​ໄປ​ວ່າ ​ ​“​ແຕ່​ວ່າ​ພວກ​ເຮົາ​ຈະ​ບໍ່ຍອມ​ປ່ອຍ​ໃຫ້​ຕົນ​ເອງ​ຖືກ​ຂົ່ມ​ຂູ່​. ນອກຈາກ​ຄວາມ​ສະ​ເທືອ​ນ​ໃຈ​ ​ແລະ ຄວາມ​ເສຍ​ໃຈ​ຂອງ​ພວກ​ເຮົານັ້ນ​ແລ້ວ ​ເຮົາ​ຕ້ອງ
ເພີ່​ມອີກຄຳ​ເວົ້າ​ໜຶ່ງ​ໃສ່ ນັ້ນ​ກໍ​ຄື​ຄວາມ​ຕັ້ງ​ໃຈ​ອັນເດັດດ່ຽວ ຄວາມ​ຕັ້ງ​ໃຈທີ່ໝັ້ນຄົງ​ບໍ່ສັ່ນ​ຄອນ. ພວກ​ເຮົາ​ຈະ​ລຸກ​ຂຶ້ນ​ ຢືນ​ຢັດເພື່ອ​ວິຖີ​ຊີ​ວິດ​ຂອງພວກ​ເຮົາ.”

Your browser doesn’t support HTML5

Tunisia Terror Attack