ມີການປະທ້ວງ ຕໍ່ຕ້ານຜົນການເລືອກຕັ້ງ ໃນຕູນີເຊຍ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ຜູ້ປະທ້ວງຄົນນຶ່ງ ເຍີງປ້າຍຄຳຂວັນຕໍ່ຕ້ານຂະບວນການອິສລາມ Ennahda ຢູ່ທີ່ນະຄອນຫຼວງຕູນີສ (28 ຕຸລາ 2011)

ການປະທ້ວງຮອບໃໝ່ໄດ້ລະເບີດຂຶ້ນ ທີ່ເມືອງ Sidi Bouzid ຂອງຕູນີເຊຍໃນວັນສຸກມື້ນີ້
ນຶ່ງມື້ຫຼັງຈາກພວກປະທ້ວງຫຼາຍຮ້ອຍຄົນ ໄດ້ພາກັນເດີນຂະບວນ ໄປສຳນັກງານຂອງພັກ
ສາສະໜາອິສລາມ Ennahdha.

ລາຍງານຂ່າວແຈ້ງວ່າ ກຳລັງຮັກສາຄວາມສະຫງົບໄດ້ຍິງປືນຂຶ້ນຟ້າແລະໃຊ້ລະເບີດນໍ້າຕາ
ຕໍ່ພວກເດີນຂະບວນ ຊຶ່ງໄດ້ພະຍາຍາມອີກເທື່ອນຶ່ງທີ່ຈະບຸກເຂົ້າໄປໃນສຳນັກງານຂອງພັກ
Ennahdha.

ການປະທ້ວງໄດ້ເລີ່ມຂຶ້ນໃນວັນພະຫັດວານນີ້ ຫຼັງຈາກເຈົ້າໜ້າທີ່ເລືອກຕັ້ງໄດ້ປະກາດໃຫ້
ບ່ອນນັ່ງຫຼາຍບ່ອນທີ່ຊະນະໂດຍພັກລາຍຊື່ມະຫາຊົນທີ່ເປັນຄູ່ແຂ່ງເປັນໂມຄະໄປ. ພວກ
ເຈົ້າໜ້າທີ່ກ່າວອ້າງວ່າ ມີການລະເມີດລະບຽບການໂຄສະນາຫາສຽງ.

ລັດຖະບານຕູນີເຊຍໄດ້ປະກາດຫ້າມອອກນອກເຮືອນໃນຍາມກາງຄືນທີ່ເມືອງ Sidi Bou-
zid ຊຶ່ງເປັນບ່ອນກຳເນີດໃນການລຸກຮືຂຶ້ນຂອງມະຫາຊົນທີ່ໄດ້ຂັບໄລ່ອະດີດປະທານາທິບໍ
ດີ Zine el Abidine Ben Ali ທີ່ກຳຕຳແໜ່ງມາເປັນເວລາດົນນານແລ້ວນັ້ນ ແລະຈູດ
ຄະນວນໃຫ້ແກ່ການລຸກຮືຂຶ້ນປະທ້ວງ ຢູ່ໃນໂລກອາຣັບ ຫຼື Arab Spring ທີ່ໄດ້ຫັນປ່ຽນ
ຂົງເຂດດັ່ງກ່າວ.

ຂະນະດຽວກັນ ບັນດາພັກການເມືອງທີ່ໄດ້ຮັບບ່ອນນັ່ງສ່ວນໃຫຍ່ ໃນການເລືອກຕັ້ງເສລີ
ເທື່ອທຳອິດໃນມື້ວັນອາທິດແລ້ວນີ້ກໍເລີ່ມທຳການສ້າງຕັ້ງລັດຖະບານສາມັກຄີຊາດຊົ່ວຄາວ
ຂຶ້ນ.

ເຈົ້າໜ້າທີ່ເລືອກຕັ້ງໄດ້ປະກາດຜົນການນັບຄະແນນສຽງຂັ້ນສຸດທ້າຍ ໃນມື້ວັນພະຫັດວານ
ນີ້. ພັກ Ennahdha ໄດ້ຮັບບ່ອນນັ່ງຫຼາຍເປັນອັນດັບນຶ່ງ ຄືຊະນະ 90 ບ່ອນນັ່ງໃນສະ
ພາແຫ່ງຊາດທີ່ມີທັງໝົດ 217 ບ່ອນນັ່ງ 3 ເທົ່າຫຼາຍກວ່າພັກຄູ່ແຂ່ງທີ່ມີຄະແນນສຽງໃກ້
ຄຽງທີ່ສຸດນັ້ນ.

ໃນການຖະແຫຼງຂ່າວທີ່ນະຄອນຫຼວງຕູນິສໃນວັນສຸກມື້ນີ້ຜູ້ນຳຂອງພັກ Ennahdha ທ່ານ
Rachid Ghannouchi ກ່າວວ່າພັກຂອງທ່ານຈະດຳເນີນງານເພື່ອສ້າງຕັ້ງລັດຖະບານຊຸດ
ໃໝ່ທ່າມກາງໄມຕີຈິດມິດຕະພາບແລະພະລາດອນພາບ.

ເບິ່ງວີດີໂອ ລາຍງານກ່ຽວກັບບັນຫາຕ່າງໆທີ່ຕູນີເຊຍຈະປະເຊີນ ຫລັງການເລືອກຕັ້ງ: