ຜູ້ນໍາຊົ່ວຄາວຂອງຕູນີເຊຍຂໍຮ້ອງ ໃຫ້ນາຍົກລັດຖະມົນຕີ ປະກອບ ລັດຖະບານຊຸດໃໝ່

  • ສິງ ບູຣົມມະວົງ

ທ່ານ Fouad Mebazaa ສາບານເຂົ້າຮັບຕໍາແໜ່ງ ປະທານາທິບໍດີໃໝ່ຂອງ ຕູນີເຊຍ ວັນທີ 15 ມັງກອນ 2011.

ຜູ້​ວ່າ​ໜ້າ​ທີ່​ຕາງໜ້​າ​ຜູ້​ນໍາປະ​ເທດ Tunisia ​ທໍາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ອາທິດມື້​ນີ້​ ​ເພື່ອຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ ລຸນຫລັງ​ການ​ໂຄ່​ມລົ້ມ​ອະດີດ​ປະທານາ ທິບໍດີ Zine El Abidine Ben Ali ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 23 ປີ ອອກ​ຈາກ​ອໍານາດ ໃນ​ສັບປະດາ​ຜ່ານ​ມາ​ນີ້.

ທ່ານ Fouad Mebazza ປະທານ​ສະພາ​ແຫ່ງ​ຊາດ​
ໄດ້​ສາບານເຂົ້າ​ຮັບ​ຕໍາ​ແໜ່​ງນຶ່ງ​ມື້​ຫລັງ​ຈາກ​ທ່ານ Ben
Ali ຫລົບ​ໜີ​ໄປ​ອາ​ໄສ​ຢູ່​ໃນ​ປະ​ເທດ Saudi Arabia.

ທ່ານ Mebazza ກ່າວ​ວ່າ ທ່ານ​ໄດ້​ຂໍ​ຮ້ອງໃຫ້ນາຍົກ
ລັດຖະມຸນຕີຂອງປະ​ເທດປະກອບ​ລັດຖະບານ​ສາມັກຄີ
ຊາດ​ຂຶ້ນ. ສະພາ​ລັດຖະທໍາ​ມະນູນ​ຂອງ​ຕູ​ນີ​ເຊຍ​ບົ່ງ​ໄວ້​ວ່າ
ການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ຄົນ​ໃໝ່​ຄວນ​ຈະ​ມີ​ຂຶ້ນ ​ພາຍ​ໃນ 60 ມື້.

ໃນ​ວັນ​ເສົາ​ວານ​ນີ້ ມີ​ລາຍ​ງານຂ່າວວ່າ ​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ ໃນ​ນະຄອນຫລວງ Tunis ຊຶ່ງ​ມີເຈົ້າ​ໜ້າ​ທີ່​ຕໍາຫລວດ​ແລະ​ພວກ​ລົດ​ຖັງ​ຂອງ​ກອງທັບ​ລາດ​ຕະ​ເວັນ​ຢູ່​ຕາມ​ຖະໜົນຫົນທາງ​ສາຍ​ຕ່າງໆ​ຢູ່​ທົ່ວ​ຕົວເມືອງ ທີ່ເຕັມ​ໄປ​ດ້ວຍ​ຂີ້​ເຫຍື້ອ​ແລະສິ່ງຫັກ​ພັງຈາກ​ຄວາມ​ວຸ້ນວາຍ​ ແລະ​ການ​ທຸບ​ກະຈົກຮ້ານ​ຄ້າ​ຮ້ານ​ຂາຍ​ເພື່ອລັກຂະ​ໂມຍສິ່ງ​ຂອງ​ໃນ​ຄືນ​ຜ່ານ​ມາ. ​ແຕ່ບໍ່​ມີຮ່ອງຮອຍ
ຄວາມ​ຮຸນ​ແຮງ​ໃດໆ​ເກີດ​ຂຶ້ນ​ອີກ​ໃໝ່​ໃນ​ວັນ​ອາທິດ​ມື້​ນີ້.

ທ່ານ Ben Ali ​ໄດ້​ຫລົບໜີ​ອອກຈາກ​ປະ​ເທດ​ໄປ ​ຫລັງ​ຈາກມີ​ການ​ເດີນ​ຂະ​ບວນປະ​ທ້ວງ ​ຕາມ​ຖະໜົນ​ຫົນທາງແລະ​ການ​ກໍ່​ຈະລາຈົນ​ເປັນ​ເວລາ​ຫລາຍ​ອາທິດ​ ທີ່ເກີດ​ຈາກ​ຄວາມ​ໂມ​ໂຫໂກດ​ແຄ້ນ​ຂອງ​ປະຊາຊົນ ນໍາ​ການທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທໍາ ​ແລະ​ການ​ສໍ້​ລາດ​ບັງ​ຫລວງຂອງ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ. ທ່ານ Ali ​ໄດ້​ຄອງ​ຕໍາແໜ່​ງ​ປະທານາທິບໍດີ​ຂອງ Tunisia ມາເປັນ​ເວລາ 23 ປີ.