ປະທານາທິບໍດີ ທຣຳ ແຕ່ງຕັ້ງ ຫົວໜ້າທີ່ປຶກສາ ປະຈຳ ທຳນຽບຂາວ ຄົນໃໝ່

ທ່ານຈອນ ແຄລລີ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ພາຍໃນ ຖະແຫຼງຂ່າວ ຕໍ່ສື່ມວນຊົນ ທີ່ທຳນຽບຂາວ. (2 ພຶດສະພາ 2017)

ຫົວໜ້າ​ທີ່​ປຶກສາ​ ຂອງ​ທຳນຽບຂາວໄດ້​ລາ​ອອກ ​ແລະ​ມີ​ການ​ແຕ່ງຕັ້ງ​ໃຫ້​ນາຍ​ພົນ​ເບ້​ຍ
ບຳນານ ທະຫານ​ມາຣີນ ທີ່​ເປັນ​ລັດຖະມົນຕີ ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ​
ຂອງ​ສະຫະລັດ ​ໃນ​ເວລາ​ນີ້ ​ເຂົ້າຮັບ​ໜ້າ​ທີ່​ແທນ.

ທ່ານ Reince Priebus ​ໄດ້​ຖືກ​ໂດດດ່ຽວ​ຫຼາຍຂຶ້ນ ໃນ​ໄລຍະ​ສອງ​ສາມ​ອາທິດ​ຜ່ານ​
ມານີ້ ​ໂດຍ​ປະທານາທິບໍດີ ​ດໍ​ໂນ​ລ ທຣຳ ​ແລະ​ມີ​ການ​ກ່າວ​ອ້າງ​ເຖິງທ່ານໃນ​ອາທິດ​ນີ້ ​
ໂດຍ​ຜູ້ອຳນວຍການ ​ສື່ສານ​ຄົມມະນາຄົມ ​ຄົນ​ໃໝ່ ​ວ່າ ​ທ່ານ​ເປັນ​ “ໂຣກຈິດ ປະສາດ
​ຫຼອນ.”

​ໃນ​ການ​ຖະ​ແຫລງ ຕໍ່​ພວກ​ນັກ​ຂ່າວ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ໂຄສົກ​ຂອງ​ທຳນຽບ
ຂາວທ່ານ​ນາງ Sarah Huckabee Sanders ກ່າວ​ວ່າ “ການ​ໂອ້ລົມ​ກ່ຽວ​ກັບ​ເລື່ອງ
​ນີ້ລະຫວ່າງ​ປະທານາທິບໍດີແລະ​ທ່ານ Priebus ເລີ່ມຂຶ້ນປະມານ 2 ອາທິດ​ຜ່ານ​ມາ​
ແລ້ວ.”

​ໃນ​ການ​ໃຫ້​ສຳພາດ​ແກ່​ໂທລະພາບ CNN ຫຼັງຈາກ​ທ່ານ​ໄດ້​ລາ​ອອກ​ແລ້ວທ່ານ Prie-
bus ​ເວົ້າວ່າ “ປະທານາທິບໍດີ​ຕ້ອງການ​ຢາກ​ຈະ​ເດີນ​ໄປ​ໃນ​ທິດ​ທາງທີ່​ແຕກຕ່າງຈາກ
​ເກົ່າ.”

ທ່ານ​ກ່າວ​ຕື່ມ​ວ່າ “ມັນ​ເປັນ​ໂອກາດ​ອັນ​ດີ ທີ່​ຈະບີບ​ປຸ່ມ ​ເລີ່ມຕົ້ນ​ໃໝ່. ມັນ​ເປັນ​ສິ່ງ​ທີ່​
ຂ້າພະ​ເຈົ້າຄິດ​ວ່າທຳນຽບຂາວ​ຕ້ອງການ.”

ທ່ານ Priebus ກ່າວ​ວ່າ ທ່ານ​ໄດ້​ຍື່ນ​ໃບ​ລາ​ອອກ ​ໃນ​ວັນ​ພະຫັດ​ຜ່ານ​ມາ ​ແຕ່​ບໍ່​ໄດ້​ມີ
​ການ​ເປີດ​ເຜີຍ ຈົນ​ເທົ່າວັນ​ສຸກ​ວານ​ນີ້.

ທ່ານ Peter King ສະມາ​ຊິກ​ສະພາ​ຕ່ຳ ທີ່​ຕິດຕາມ​ປະທານາທິບໍດີ ​ທຣຳ​ແລະ​ທ່ານ
Priebus ​ໄປ​ນຳ​ເຮືອບິນປະຈຳ​ຕຳ​ແໜ່​ງປະທານາທິບໍດີ AirForce One ​ເດີນທາງ
​ໄປ​ຍັງ​ນະຄອນນິວຢອກ​ໃນ​ວັນ​ສຸກ​ວານ​ນີ້ໄດ້ກ່າວ​ວ່າ “ພວກ​ເຮົາ​ບໍ່​ໄດ້​ຮູ້​ເລື່ອງ​ນີ້​ເລີຍ.
ພວກ​ເຮົາ​ນັ່ງ​ກົງກັນຂ້າມ ກັບ​ທ່ານ Priebus​ ແລະ​ລາວ​ກໍ​ເຮັດ​ໜ້າ​ຕາ​ເສີຍ ແບບ​ບໍ່​ຮູ້​
ເລື່ອງ​ຫຍັງ.”

ຂ່າວ​ໃນ​ຂັ້ນຕົ້ນ ມີ​ຂຶ້ນຫຼັງ​ຈາກ​ທ່ານ​ທຣຳ ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ໃນ Twitter ​ໃນ​ຂະນະ
​ທີ່​ເຮືອບິນ​ປະຈຳ​ຕຳແໜ່​ງປະທານາທິບໍດີລົງ​ຈອດທີ່​ຖານ​ທັບອາກາດ Andrews.

ປະທານາທິບໍດີ​ທຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ຖານ​ທັບ​ອາກາດດັ່ງກ່າວຊຶ່ງ​ຕັ້ງຢູ່​ໃນ​ລັດ Maryland ວ່າ “ທ່ານ Reince ​ເປັນ​ຄົນ​ດີ. ທ່ານ Kelly ຈະ​ເຮັດ​ວຽກ​ແບບ​ໜ້າ​ມະຫັດ
ສະຈັນ. ນາຍ​ພົນ Kelly ​ແມ່ນ​ດາລາ ທ່ານ​ໄດ້​ເຮັດວຽກ ​ແບບ​ບໍ່​ໜ້າ​ເຊື່ອ ມາ​ຈົນ​ຮອດ
ປັດ​ຈຸບັນນີ້ ໃຫ້ການເຄົາລົບ​ ຈາກ​ທຸກໆ​ຄົນ. ທ່ານ​ເປັນ​ບຸກຄົນ​ທີ່​ຍິ່ງ​ໃຫຍ່ ​ເປັນ​ອາ​ເມ​ຣິ
ກັນ​ຜູ້​ຍິ່ງ​ໃຫຍ່.”

ທ່ານ Kelly ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ “ຮູ້ສຶກ​ເປັນ​ກຽດ​ທີ່ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ເຂົ້າ
​ຮັບໜ້າ​ທີ່​ຫົວໜ້າ​ທີ່​ປຶກສາ​ຂອງ​ປະທານາທິບໍດີ.”

ຮອງ​ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ສະຫະລັດ ທ່ານ​ນາງ Elain
Duke ຈະ​ເປັນ​ຜູ້​ຮັກສາ​ການ ​ລັດຖະມົນຕີ ​ກະຊວງ​ຮັກສາ​ຄວາມ​ປອດໄພ​ພາຍ​ໃນ​
ວັນ​ຈັນ​ຈະ​ມານີ້ ​ເວລາ​ທ່ານ Kelly ​ເຂົ້າຮັບ​ຕຳ​ແໜ່​ງ​ໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ