ຜູ້ນຳຂອງຄະນະກຳມະການແຫ່ງຊາດຂອງພັກຣີພັບບລີກັນຮ້ອງທ່ານ Donald Trump ວ່າ ເປັນຜູ້ທີ່ເຊື່ອວ່າຈະໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ສະໝັກປະທານາທິບໍດີຂອງພັກຫຼັງຈາກທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນທີ່ລັດ Indiana ໃນວັນອັງຄານວານ ນີ້.
ທ່ານ Trump ໄດ້ຊະນະ 53 ເປີເຊັນຂອງຄະແນນສຽງທັງໝົດ ສະມາຊິກສະພາສູງຈາກລັດເທັກຊັສ ທ່ານ Ted Cruz ໄດ້ຮັບ 37 ເປີເຊັນ ແລະຜູ້ປົກຄອງ ລັດໂອຮາຍໂອ ທ່ານ John Kasich ໄດ້ຮັບ 7 ເປີເຊັນ.
ຫຼັງຈາກບໍ່ສາມາດເອົາຊະນະໃນລັດທີ່ມີຄວາມສຳຄັນຕໍ່ການດຳເນີນຄວາມພະຍາມເພື່ອຍຸຕິທ່ານ Trump ບໍ່ໃຫ້ໄດ້ຮັບພວກຜູ້ຕາງໜ້າພຽງພໍ ເພື່ອໃຫ້ໄດ້ຮັບການແຕ່ງຕັ້ງ ເປັນຜູ້ ສະໝັກປະທານາທິບໍດີຂອງພັກແລ້ວ ທ່ານ Cruz ກໍໄດ້ຖອນໂຕອອກຈາກການແຂ່ງຂັນ. ທ່ານກ່າວຕໍ່ພວກສະໜັບສະໜຸນວ່າ ເສັ້ນທາງໄປສູ່ໄຊຊະນະແມ່ນໄດ້ຮັບການຂັດຂວາງ ແລະພວກຜູ້ມີສິດປ່ອນບັດໄດ້ເລືອກເອົາຜູ້ອື່ນ.
ທ່ານ Trump ເອີ້ນການຊະນະຂອງທ່ານທີ່ລັດ Indiana ວ່າ ເປັນໄຊຊະນະອັນຍິ່ງໃຫຍ່. ທ່ານໄດ້ສະແດງຄວາມດີໃຈ ຕໍ່ທ່ານ Cruz ໂດຍເວົ້າວ່າ ທ່ານ Cruz ແລະຜູ້ສະໝັກຄົນອື່ນໆຂອງພັກຣີພັບບລີກັນຊຶ່ງຄັ້ງນຶ່ງມີຢູ່ເປັນຈຳນວນຫຼວງຫຼາຍນັ້ນ ແມ່ນເປັນຜູ້ແຂ່ງຂັນ ທີ່ສະຫຼາດແລະເກັ່ງກ້າສາມາດ. ນອກນັ້ນ ທ່ານ Trump ຍັງໄດ້ຮຽກຮ້ອງໃຫ້ມີຄວາມສາ ມັກຄີກັນພາຍໃນພັກ.
ການເລືອກຕັ້ງ ຂັ້ນຕົ້ນ ຢູ່ລັດ Indiana
ທ່ານ Reince Priebus ປະທານຄະນະກຳມະການແຫ່ງຊາດຂອງພັກຣີພັບບລີກັນກໍໄດ້ສະແດງຄວາມເຫັນທີ່ຄ້າຍຄືກັນ ໃນຕອນແລງວັນອັງຄານວານນີ້ ໂດຍກ່າວວ່າ ພັກຣີພັບບລີກັນຕ້ອງໄດ້ສາມັກຄີກັນເພື່ອຈະເອົາຊະນະທ່ານນາງ Hillary Clinton ໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກ.
ໂຄສົກຂອງທ່ານ Kasich ກ່າວວ່າ ຜູ້ປົກຄອງລັດໂອຮາຍໂອ ຍັງຈະທຳການຕໍ່ສູ້ຕໍ່ໄປ ທີ່ກອງປະຊຸມໃຫຍ່ຂອງພັກ ໃນເດືອນກໍລະກົດ ບ່ອນທີ່ທ່ານຫວັງວ່າ ຈະໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ສະໝັກຂອງພັກໃນການປ່ອນບັດລົງຄະແນນສຽງຮອບທີສອງຫຼືທີສາມ.
ສຳລັບພັກເດໂມແຄຣັດສະມາຊິກສະພາສູງຈາກລັດ Vermont ທ່ານBernie Sanders ໄດ້ເອົາຊະນະ ທ່ານນາງ Clinton ໃນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Indiana ໂດຍໄດ້ຮັບຄະແນນສຽງ 53 ເປີເຊັນ. ເຖິງແມ່ນໄດ້ຮັບໄຊຊະນະກໍຈິງ ແຕ່ທ່ານກໍຍັງມີພວກຜູ້ຕາງໜ້າ ໜ້ອຍກວ່າທ່ານນາງ Clinton ຢ່າງຫຼວງຫຼາຍຢູ່ແລະຕ້ອງໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ ໃນກ່ານເລືອກຕັ້ງຂອງລັດຕ່າງໆທີ່ຍັງເຫລືອຢູ່ ຈຶ່ງຈະໄລ່ທັນ.
Your browser doesn’t support HTML5
Trump Presumptive Republican Nominee After Indiana Victory