ພວກເຈົ້າໜ້າທີ່ຂອງສະຫະລັດກໍາລັງຫາວິທີ ທີ່ຈະໃຫ້ການຮັບປະກັນ ຕໍ່ກຸ່ມປະເທດ
ຕາເວັນຕົກ ທີ່ມີຄວາມກັງວົນໃຈຢູ່ນັ້ນວ່າ ປະທານາທິບໍດີ ດໍໂນລ ທຣໍາ ຈະເພີ້ມທະວີ
ເຮັດໃຫ້ການຕັດສິນໃຈອັນແນ່ວແນ່ຂອງອາເມຣິກາ ທີ່ຈະປະເຊີນກັນກັບມົສກູ ຢູ່ໃນ
ກອງປະຊຸມສຸດຍອດ ຂອງອົງການສົນທິສັນຍາແອັດແລນຕິກ ເໜືອ ຫລືເນໂຕ້ ້
(NATO) ແລະຢູ່ໃນກອງປະຊຸມຂອງທ່ານກັບປະທານາທິບໍດີ ວະລາດີເມຍ ປູຕິນ
ຂອງຣັດເຊຍ.
ບັນດາຜູ້ນໍາຢູ່ກອງປະຊຸມສຸດຍອດຂອງເນໂຕ້ ຈະຕົກລົງກັນວ່າ ຈະເພີ້ມທະວີຄວາມສາ
ມາດໃນການສະກັດກັ້ນ ແລະປ້ອງກັນໃຫ້ເຂັ້ມແຂງຂຶ້ນ ເພື່ອແກ້ໄຂ ການດໍາເນີນຄວາມພະຍາຍາມຂອງຣັດເຊຍ ທີ່ຈະ "ແບ່ງແຍກບັນດາປະເທດປະຊາທິປະໄຕຂອງພວກເຮົາ"
ແລະການລະເມີດຂອງປະເທດດັ່ງກ່າວຕໍ່ ສົນ ທິສັນຍາດ້ານກໍາລັງອາວຸດນິວເຄລຍຂະ
ໜາດກາງ, ອີງຕາມຜູ້ຕາງໜ້າຖາວອນຂອງສະຫະລັດປະຈໍາອົງການເນໂຕ້ , ທ່ານນາງ
ເຄ ເບລລີ ຮັດຈິນຊັນ (Kay Bailey Hutchison) ທີ່ກ່າວຕໍ່ບັນດານັກຂ່າວຂອງທໍານຽບ
ຂາວຢູ່ກອງປະຊຸມຜ່ານທາງວີດິໂອ ໃນວັນພະຫັດວານນີ້.
ຄໍາເຫັນດັ່ງກ່າວມີຂຶ້ນຢູ່ທ້າມກາງຄວາມກັງວົນໃຈ ກ່ຽວກັບຄວາມມຸ້ງໝັ້ນຂອງທ່ານທຣໍາ
ຕໍ່ພວກປະເທດພັນທະມິດ ທີ່ເປັນປຶກແຜ່ນແໜ້ນໜາຂອງລໍາດັບໂລກເສລີ ທີ່ນໍາໜ້າໂດຍ
ສະຫະລັດ ພາຍຫລັງສົງຄາມໂລກ ຄັ້ງທີ 2 ນັບແຕ່ມີການເຊັນສັນຍາໃນປີ 1949 ເປັນ
ຕົ້ນມາ.
ຜູ້ຕາງໜ້າຖາວອນຂອງສະຫະລັດປະຈໍາອົງການເນໂຕ້ , ທ່ານນາງ ເຄ ເບລລີ ຮັດຈິນຊັນ ກ່າວຢູ່ໃນ ກອງປະຊຸມບັນດາລັດຖະມົນຕີກະຊວງປ້ອງກັນຊາດຂອງເນໂຕ ຢູ່ໃນສໍານັກງານໃຫຍ່ ໃນນະຄອນບຣັສເຊີລຂອງ ແບລຈ້ຽມ ໃນວັນທີ 13 ກຸມພາ 2018
ເມື່ອມໍ່ໆມານີ້ ທ່ານທຣໍາໄດ້ສົ່ງຈົດໝາຍທີ່ມີຄໍາເວົ້າອັນແຫລມຄົມ ໄປຫາຜູ້ນໍາຂອງບັນດາ
ປະເທດພັນທະມິດເນໂຕ້ ບາງປະເທດ ຊຶ່ງລວມມີແບລຈ້ຽມ, ການາດາ, ແລະນໍເວໂດຍ
ເຕືອນໃຫ້ຮູ້ວ່າ ສະຫະລັດໝົດຄວາມອົດທົນຕໍ່ການທີ່ພວກປະເທດດັ່ງກ່າວບໍ່ປະຕິບັດ
ໄດ້ຕາມເປົ້າໝາຍ ໃນການໃຊ້ຈ່າຍໃນດ້ານປ້ອງກັນຊາດນັ້ນ.
ທ່ານ ຈອນ ຮັນສ໌ແມນ (Jon Huntsman), ເອກອັກຄະລັດຖະທູດ ສະຫະລັດ ປະຈໍາຣັດເຊຍ, ຫລຽວເບິ່ງໃນຂະນະຢູ່ກອງປະຊຸມຖະແຫລງຂ່າວ ໂດຍທ່ານ ຈອນ ໂບລຕັນ (John Bolton) ຢູ່ມຢສກູ ໃນວັນທີ 27 ມິຖຸນາ, 2018
ຢູ່ໃນການໂຮມຊຸມນຸມທາງການເມືອງຢູ່ລັດມອນຕານາ (Montana) ໃນວັນພະຫັດວານນີ້
ທ່ານທຣໍາໄດ້ກ່າວຕໍ່ຝູງຊົນວ່າ ທ່ານໄດ້ບອກໃຫ້ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ
ແອງເກີລາ ເມີໂຄ (Angela Merkel) ວ່າ "ຂ້າພະເຈົ້າບໍ່ຮູ້ວ່າ ພວກເຮົາໄດ້ຮັບການປ້ອງກັນຫລາຍປານໃດໂດຍການໃຫ້ການປ້ອງ ກັນແກ່ພວກທ່ານ."
ທ່ານປະທານາທິບໍດີຍັງໄດ້ກ່າວເພີ້ມວ່າ ອາທິດໜ້ານີ້ ທ່ານຈະບອກພວກປະເທດສະມາ
ຊິກຂອງອົງການເນໂຕ້ ວ່າ "ພວກເຈົ້າຕ້ອງໄດ້ເລີ້ມພາກັນຈ່າຍເງິນຊໍາລະໃບບິນຄ່າໃຊ້
ຈ່າຍຂອງຕົນເອງຊະ."