ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໄປຕ້ອນຮັບ ດ້ວຍຕົວເອງ ຊາວອາເມ
ຣິກັນ 3 ຄົນ ທີ່ຖືກປ່ອຍ ກັບຄືນມາຍັງສະຫະລັດ ໂດຍເກົາຫຼີເໜືອ ໃນຕອນເຊົ້າວັນ
ອັງຄານມື້ນີ້ ໂດຍທີ່ໄດ້ປະກາດວ່າ “ພວກເຮົາໄດ້ເລີ່ມເອົາບາດກ້າວໃໝ່” ກັບພຽງຢາງ
ແລ້ວ.
ໃນພິທີຕ້ອນຮັບດັ່ງກ່າວ ທີ່ຖານທັບອາກາດຮ່ວມ ແອນດຣູ ໃນລັດແມຣີແລນ ປະມານ
25 ກິໂລແມັດຈາກທຳນຽບຂາວ, ປະທານາທິບໍດີ ທີ່ຕິດຕາມດ້ວຍ ສະຕີໝາຍເລກນຶ່ງ
ທ່ານນາງມາລາເນຍ ທຣຳໄດ້ຂຶ້ນໄປເທິງເຮືອບິນກອງທັບອາກາດ C-40 ເພື່ອໄປກ່າວ
ຄຳປາໄສ ກັບພວກຜູ້ຊາຍ 3 ຄົນ ທີ່ຖືກຄຸມຂັງ ໃນເກົາຫຼີນັ້ນ.
ທຸງຊາດອາເມຣິກັນຈັດໃຫ້ເປັນສາກເບື້ອງຫຼັງ, ເຮືອບິນລັດຖະບານສະຫະລັດ ທີ່ໄດ້ນຳເອົາ ຊາວອາເມຣິກັນ ທີ່ຖືກກັກຂັງໂດຍເກົາຫຼີເໜືອ ທີ່ຖານທັບອາກາດຮ່ວມ ແອນດຣູ, ໃນລັດແມຣີແລນ ., 10 ພຶດສະພາ 2018.
ທຸງຊາດອາເມຣິກັນ ໄດ້ຖືກນຳໄປຍັງສະຖານທີ່ດັ່ງກ່າວໂດຍລົດດັບໄຟສອງຄັນ ໄດ້ກາງ
ອອກ ເພື່ອເປັນສາກຢູ່ເລື້ອງຫຼັງ ຕ້ອນຮັບການກັບມາຄັ້ງນີ້.
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ແພັນສ໌ ແລະລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານໄມຄ໌ ພອມພີໂອ ກໍໄດ້ຢູ່ຕ້ອນຮັບຊາວອາເມຣິກັນເຊື້ອສາຍເກົາຫຼີທັງ
3 ເວລາທີ່ພວກເຂົາເຈົ້າອອກມາຈາກເຮືອບິນ.
ຫຼັງຈາກທີ່ໄດ້ຈັບມືແລ້ວ ປະທານາທິບໍດີທີ່ຢືນຢູ່ຄຽງຂ້າງ ຊາຍທັງ 3 ຄົນນັ້ນ ແລະໄດ້ກ່າວ
ຂອບໃຈ ຕໍ່ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່ໄດ້ປ່ອຍພວກເຂົາເຈົ້າ “ໃຫ້ອອກມາໃນ
ໂລກຂອງຄວາມເປັນຈິງ.”
ການປ່ອຍຕົວນີ້ ແມ່ນເປັນຈຸດນຶ່ງທີ່ສຳຄັນ, ຈົນເທົ່າເຖິງປັດຈຸບັນນີ້ ການດຳລົງຕຳແໜ່ງ
ປະທານາທິບໍດີ ທີ່ບໍ່ແມ່ນແບບເດີມນັ້ນ, ທ່ານທຣຳ ໄດ້ເວົ້າຕະຫລົກວ່າ ພິທີການໃນຖານທັບອາກາດ ແມ່ນໄດ້ທຳລາຍສະຖິຕິ ຂອງການອອກອາກາດທາງໂທລະພາບ ໃນເວລາ
3 ໂມງເຊົ້າ.
ພວກທີ່ຖືກຄຸມຂັງ ໄດ້ຖືກປ່ອຍພ້ອມມກັນ ໃນວັນກ່ອນ ທີ່ພຽງຢາງບໍ່ດົນ ຫຼັງຈາກທີ່ທ່ານ ພອມພີໂອ ໄດ້ພົບກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ເປັນເວລາ 90 ນາທີ.
ເຊີນຊົມ: ນັກວິໄຈກ່າວວ່າ ການປ່ອຍຕົວຂອງຊາວອະເມຣິກັນ ໂດຍເກົາຫຼີເໜືອ ນັ້ນ ແມ່ນຂບາດກ້າວອັນສຳຄັນ
Your browser doesn’t support HTML5
Analysts Say Release of 3 Americans Is an Important Sign from North Korea
ທ່ານທຣຳ ໄດ້ກ່າວວ່າ ວັນເວລາ ແລະສະຖານທີ່ ໃນການພົບປະສຸດຍອດກັບທ່ານກິມ
ຈະປະກາດໃຫ້ຮູ້ ໃນບໍ່ເທົ່າໃດມື້ນີ້, ແຕ່ມັນຈະບໍ່ເກີດຂຶ້ນຢູ່ເຂດປອດທະຫານ ໃນອັນທີ່
ທ່ານໄດ້ປະກາດອອກໄປ ກ່ອນໜ້ານີ້.
ປະເທດສິງກະໂປ ອາດເປັນສະຖານທີ່ທີ່ເປັນໄປໄດ້ສູງທີ່ສຸດ ທີ່ຈະເປັນບ່ອນພົບປະສຸດ
ຍອດອີງຕາມເຈົ້າໜ້າທີ່ທຳນຽບຂາວ.
ທ່ານທຣຳ ໄດ້ກ່າວວ່າ ຈຸດປະສົງ ກໍແມ່ນເພື່ອໃຫ້ເກົາຫຼີເໜືອ ຕົກລົງປົດອາວຸດນິວເຄລຍ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
Trump Greets Americans Freed by North Korea