ທ່ານທຣຳ ຮຽກຮ້ອງໃຫ້ ຂະຫຍາຍ ຄວາມສາ ມາດ ດ້ານນິວເຄລຍ ຂອງ ສຫລ

ປະຕູທີສອງ ກ່ອນຈະເຂົ້າໄປເຖິງ ຫ້ອງໃຕ້ດິນ ທີ່ຖານຍິງ ລູກສອນໄຟຂ້າມທະວີບ ໃກ້ເມືອງ Minot ລັດ North Dakota.

ປະທານາທິບໍດີທີ່​ຖືກ​ເລືອກ​ໃໝ່​ຂອງ​ສະຫະລັດ ທ່ານ Donald Trump ​ໄດ້ສົ່ງຂໍ້ຄວາມ ​ຜ່ານ​ທາງ Twitter ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “ສະຫະລັດ​ ຕ້ອງ​ໄດ້​ປັບປຸງ ​ຢ່າງ​ເປັນ​ການ​ໃຫຍ່​ ແລະ​ຂະຫຍາຍ​ຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍຂອງ​ຕົນ ກວ່າ​ຈະ​ເຖິງ​ເວລາ​ ທີ່​ໂລກ​ຂອງ​ເຮົາ​ຈະເຂົ້າ​ໃຈ ​ກ່ຽວ​ກັບ​ເລື້ອງນິວ​ເຄລຍ.”

ຄະນະ​ທີ​ມງານ​ຂອງ​ທ່ານ​ໄດ້​ພະຍາຍ​າມ​ໃຫ້​ຄວາມ​ກະຈ່າງ​ແຈ້ງໃນ​ອັນ​ທີ່​ເບິ່ງ​ກັນ ວ່າ​ເປັນ​ຄຳ​ເຕືອນ ​ຈາກ​ປະທານາທິບໍ​ດີທີ່​ໄດ້​ຮັບ​ເລືອກ​ໃໝ່ກ່ຽວ​ກັບ​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍຂອງ​ປະ​ເທດ.

ທ່ານ Trump ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ວ່າ​ທ່ານ​ໝາຍ​ຄວາມ​ວ່າ​ແນວ​ໃດ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ສຸກ​ມື້ນີ້ ​ໃນ​ກອງ​ປ​ະຊຸມ​ຖະ​ແຫຼງຂ່າວ​ທ້າຍ​ປີ​ຂອງ​ທ່ານ​ວ່າ ທ່ານ​ບໍ່​ໄດ້​ມອງ​ເຫັນຫຍັງ​ຜິດ​ປົກກະຕິ ໃນ​ການ​ໃຫ້​ຄຳ​ໝັ້ນສັນຍາ​ ຂອງ​ທ່ານ Trump ທີ່​ຈະ​ເສີມຄວາມ​ເຂັ້ມ​ແຂງ​ ໃຫ້​ແກ່​ກຳລັງ​ນິວ​ເຄລຍຂອງ​ສະຫະລັດໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ໄດ້​ກ່າວ​ ຢູ່ແລ້ວ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ.

ທ່ານ Putin ກ່າວ​ວ່າ ​ໃນ​ຂະນະ​ທີ່​ສະຫະ​ລັດມີ​ກຳລັງ​ທະຫານ​ທີ່​ໃຫຍ່​ກວ່າແຕ່ທ່ານ​ບໍ່​ໄດ້​ມອງ​ເຫັນ​ວ່າ ອາ​ເມຣິກັນ​ອາດ​ຈະ​ເປັນ​ຜູ້​ຮຸກ​ຮານ ແລະ​ການ​ເພັ່ງ​ເລັງ​ຂອງຣັດເຊັຍ ຄວນ​ ຈະ​ແມ່ນ​ໃນ​ເລື້ອງລູກ​ສອນ​ໄຟທີ່​ສາມາດ​ເຈາະຜ່ານລະບົບ​ປ້ອງ​ກັນ​ທີ່ມີ​ຢູ່​ໃນ​ປັດຈຸບັນ​ນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວໃນວັນພະຫັດວານ ນີ້​ວ່າ ລັດຖະບານ ທ່ານ​ໂອບາ​ມາ ​“ໄດ້​ພະຍາຍາມ ທີ່​ຈະ​ນຳພາ​ພວກ​ເຮົາ​ ໄປ​ສູ່​ເສັ້ນທາງເພື່ອໃຫ້​ໂລກ​ປອດ​ຈາກ​ອາວຸດ​ນິວ​ເຄລຍ. ກ່ອນ​ອື່ນ​ໝົດແມ່ນ​ໂດຍ​ການ​ຫຼຸດ​ການ​ເກັບສະ ​ສົມ​ແລະ​ເຄື່ອງ​ຍິງ​ຂອງ​ພວກ​ເຮົາ ສອງ​ມາຕັດ​ຮອນ​ບົດບາດ​ຂອງ​ອາວຸດ​ນິວ​ເຄລຍ​ໃນ​ຍຸດ​ທະ​ສາດ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ພວກ​ເຮົາ​ລົງ ​ແລະ​ສາມບັນລຸ​ການຕົກລົງ​ກັບ​ອີ​ຣ່ານ.”

​ໂຄສົກ ຄະນະ​ໂອນ​ອຳນາດ ຂອງ​ທ່ານ Trump ທ່ານ Jason Miller ກ່າວ​ວ່າ ທ່ານ Trump ​ແມ່ນ​ເວົ້າ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ອາວຸດ​ນິວ​ເຄລຍ ຕົກ​ໄປ​ຢູ່​ໃນ​ກຳມື​ຂອງ​ພວກ​ກໍ່​ການ​ຮ້າຍ​ແລະ​ບັນດາ​ຜູ້ນຳ​ທີ່​ເປັນ​ອັນຕະລາຍ​ຂອງໂລກ.

ທ່ານ Miller ກ່າວ​ວ່າ “ທ່ານ Trump ປະທານາທິບໍດີ ​ທີ່​ຖືກ​ເລືອກ​ໃໝ່ ​ແມ່ນໝາຍ​ເຖິງ​ການ​ແຜ່ຜາຍ​ຂອງ​ໄພ​ຂົ່ມຂູ່​ຈາກ​ອາວຸດ​ນິວ​ເຄລຍ​ແລະ​ຄວາມ​ຈຳ​ເປັນ​ທີ່​ສຳຄັນ​ເພື່ອ​ປ້ອງ​ກັນ​ສິ່ງ​ດັ່ງກ່າວບໍ່​ໃຫ້​ເກີດ​ຂຶ້ນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໝູ່​ພວກ​ກໍ່ການ​ຮ້າຍ ​ແລະ​ອຳນາດ​ການ​ປົກຄອງ​ທີ່​ໂລ​ເລທີ່​ບໍ່​ມີ​ຄວາມ​ທຸ່ນ​ທ່ຽງ.”

ພວກ​ນັກ​ຊ່ຽວຊານ​ດ້ານ​ການ​ຄວບ​ຄຸມ​ອາວຸດ​ຂອງ​ສະຫະລັດກ່າວ​ວ່າ ສະຫະລັດ​ແລະຣັດ​ເຊຍ​ມີ​ອາວຸດ​ນິວ​ເຄລຍຢູ່​ໃນ​ຄັງ​ອາວຸດ​ຂອງ​ຕົນ ​ເກືອບ​ເທົ່າໆ​ກັນ ຄື ​ແຕ່ລະ​ຝ່າຍ​ມີຫລາຍ​ກວ່າ 7,000 ລູກ.

​ແຕ່​ຖ້າ​ທ່ານ Trump ຕັດສິນ​ໃຈຈະ​ຂະຫຍາຍ​ຄັງ​ອາວຸດ​ນິວ​ເຄລຍ ມັນ​ອາດ​ຈະ​ເປັນ​ການ​ຕ່າວ​ປີ້ນທີ່​ສຳຄັນ ​ໃນ​ນະ​ໂຍບາຍ ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ກວ່າ 50 ປີ ຂອງ​ສະຫະລັດທີ່​ໄດ້​ເພັ່ງ​ເລັງ​ໃສ່​ແຕ່​ການ​ຫລຸດ​ຜ່ອນອາວຸດ​ນິວ​ເຄລຍລົງ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ