ສະຫະລັດໃຫ້ເວລາແກ່ເມັກຊິໂກ 10 ວັນ ເພື່ອຢຸດບໍ່ໃຫ້ພວກຄົນເຂົ້າເມືອງເດີນທາງຂຶ້ນມາທາງເໜືອຂອງປະເທດ ຫາຊາຍແດນສະຫະລັດ ຫຼືຖ້າບໍ່ດັ່ງນັ້ນແລ້ວ ຜະລິດຕະພັນທັງໝົດກໍຈະຖືກເກັບພາສີ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ທຳການປະກາດດັ່ງກ່າວຜ່ານທາງທວີດເຕີ້ ໃນຕອນແລງວັນພະຫັດວານນີ້.
ທ່ານທຣຳຂຽນລົງໃນທວີດເຕີ້ວ່າ “ໃນວັນທີ 10 ມິຖຸນານີ້ ສະຫະລັດຈະເກັບພາສີ 5 ເປີເຊັນ ຕໍ່ສິນຄ້າທຸກໆຊະນິດ ທີ່ນຳເຂົ້າມາໃນປະເທດຂອງພວກເຮົາຈາກເມັກຊິໂກຈົນກວ່າເວລາໃດທີ່ພວກຄົນເຂົ້າເມືອງຜິດກົດໝາຍຜ່ານເມັກຊິໂກແລະເຂົ້າມາ ໃນປະເທດຂອງພວກເຮົາຍຸຕິລົງ.” ທ່ານຂຽນຕື່ມວ່າ ຈົນກວ່າ “ບັນຫາຄົນເຂົ້າເມືອງຜິດກົດໝາຍ ໄດ້ຮັບການແກ້ໄຂ” ການເກັບພາສີດັ່ງກ່າວຈະເພີ້ມຂຶ້ນໃນແຕ່ລະເດືອນ ອາດຈະສູງເຖິງ 25 ເປີເຊັນ ພາຍໃນວັນທີ 1 ຕຸລາ.
ປະທານາທິບໍດີທຣຳກ່າວໃນຖະແຫຼງການ ໃນເວລາຕໍ່ມາວ່າ “ການຮ່ວມມືແບບບໍ່ມີການຂັດຂືນຂອງເມັກຊິໂກ ທີ່ປ່ອຍໃຫ້ມີການລັ່ງໄຫຼຂອງຜູ້ຄົນເຂົ້າມາ ຢ່າງຫຼວງຫຼາຍນີ້ພາໃຫ້ເກີດບັນຫາສຸກເສີນ ແລະໄພຂົ່ມຂູ່ພິເສດ ຕໍ່ຄວາມໝັ້ນຄົງແຫ່ງຊາດແລະເສດຖະກິດຂອງສະຫະລັດ. ເມັກຊິໂກມີກົດໝາຍຄົນເຂົ້າເມືອງທີ່ເຄັ່ງຄັດ ແລະສາມາດຢັບຢັ້ງ ການຫຼັ່ງໄຫຼຂອງພວກຄົນເຂົ້າເມືອງ ໄດ້ຢ່າງງ່າຍດາຍ ຮວມທັງສົ່ງພວກເຂົາເຈົ້າກັບຄືນໄປຍັງປະເທດຂອງພວກເຂົາ.”
ປະທານາທິບໍດີເມັກຊິໂກ ທ່ານແອນເດຣສ ມານູແອລ ໂລເປັສ ໂອບຣາດໍ ໄດ້ຕອບໂຕ້ຄືນດ້ວຍ ການຂຽນຂໍ້ຄວາມລົງໃນທວີດເຕີ້ເຊັ່ນດຽວກັນ. ຢູ່ໃນຈົດໝາຍທີ່ທ່ານໄດ້ນຳອອກເຜີຍແຜ່ທາງທວີດເຕີ້ນັ້ນ ທ່ານໂລເປັສ ໂອບຣາດໍ ກ່າວວ່າ “ບັນຫາທາງສັງຄົມຈະບໍ່ໄດ້ຮັບການແກ້ໄຂດ້ວຍການເກັບພາສີ ຫຼືມາດຕະການບັງຄັບໃດໆ.”
Al presidente Donald Trump en son de paz. https://t.co/5XdiY7hfeL
— Andrés Manuel (@lopezobrador_) May 31, 2019
ການປະກາດ ກ່ຽວກັບການເກັບພາສີຄັ້ງໃໝ່ ຂອງທ່ານທຣຳ ມີຂຶ້ນໃນມື້ດຽວກັນກັບທີ່ປະເທດເມັກຊິໂກເລີ້ມຂັ້ນຕອນຢ່າງເປັນທາງການເພື່ອໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າ ລະຫວ່າງສະຫະລັດ ເມັກຊິໂກ ແລະການາດາ.
ທ່ານໂລເປັສ ໂອບຣາດໍ ກ່າວວ່າ ທ່ານຈະສົ່ງລັດຖະມົນຕີກະຊວງຕ່າງປະເທດ ທ່ານມາແຊໂລ ເອບຣາດ ມາຍັງວໍຊິງຕັນ ເພື່ອຫາທາງແກ້ໄຂເລື້ອງນີ້.
ຮອງລັດຖະມົນຕີກະຊວງຕ່າງປະເທດ ຮັບຜິດຊອບກິດຈະການອາເມຣິກາເໜືອ ທ່ານເຮຊຸສ ເຊອາເດ ກ່າວວ່າ ພາສີດັ່ງກ່າວຈະສ້າງຄວາມເສຍຫາຍຮ້າຍແຮງ.
ທ່ານກ່າວຕໍ່ພວກນັກຂ່າວວ່າ “ຖ້າການຂົ່ມຂູ່ນີ້ ຫາກມີຂຶ້ນແທ້ ມັນຈະຮ້າຍແຮງຫຼາຍ ຖ້າຫາກມີການປະຕິບັດແທ້ ພວກເຮົາຕ້ອງໄດ້ຕອບໂຕ້ຢ່າງແຂງຂັນ.”