ປະທານາທິບໍດີີສະຫະລັດ ທ່ານດໍໂນລ ທຣໍາ ຫລັງຈາກໄດ້ມີການຂໍຮ້ອງຢ່າງ ໜ້າເຫັນ
ອົກເຫັນໃຈ ຈາກບັນດາປະເທດພັນທະມິດທີ່ໃກ້ຊິດທີ່ສຸດ ຂອງອາເມຣິກາຈຳນວນນຶ່ງ
ແລະພວກສະມາຊິກໃນຄະນະລັດຖະບານຂອງທ່ານ ຈຶ່ງມີທ່າທາງວ່າ ໃນວັນສຸກມື້ນີ້
ທ່ານອາດຈະຮຽກຮ້ອງ ແຕ່ບໍ່ເຖິງກັບຂັ້ນ ໃຫ້ຍົກເລີກ ຂໍ້ຕົກລົງນິວເຄລຍ ທີ່ມີມາໄດ້ 2
ປີແລ້ວ ກັບອີຣ່ານ ໃນຂະນະທີ່ທຳການເປີດເຜີຍ ແຜນຍຸດທະສາດໃໝ່ ທີ່ມີການປະ
ເຊີນໜ້າຫຼາຍຂຶ້ນ ກັບເຕຫະຣ່ານ.
ທຳນຽບຂາວ ໃນຕອນເຊົ້າວັນສຸກມື້ນີ້ິ ປະກາດວ່າ ປະທານາທິບໍດີ ທີ່ໄດ້ປືກສາຫາລື
ກັບຄະນະຄວາມໝັ້ນຄົງແຫ່ງຊາດ “ໄດ້ເຫັນພ້ອມກັບຍຸດທະສາດໃໝ່ ສຳລັບອີຣ່ານ.”
ບັນດາສະມາຊິກສະພາກ່າວວ່າ ໃນຂະນະທີ່ທ່ານທຣໍາ ຈະບໍ່ໃຫ້ການຢັ້ງຢືນຕື່ມອີກ
ຕໍ່ອັນທີ່ຮູ້ວ່າ ແຜນປະຕິບັດງານໃນຂອບເຂດທີ່ກວ້າງຂວາງ ຫລື JCPOA ທ່ານຈະ
ບໍ່ຮຽກຮ້ອງໃຫ້ລັດຖະສະພາ ທຳການລົງໂທດຕໍ່ອີຣ່ານຄືນອີກ.
ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Chris Coons ສະມາຊິກຜູ້ນຶ່ງໃນຄະນະກຳມະການຄວາມສຳພັນກັບຕ່າງປະເທດ ກ່າວຕໍ່ໂທລະພາບ MSNBC ວ່າ “ທ່ານກຳ
ລັງໃຫ້ສັນຍານເຖິງຄວາມຕັ້ງໃຈຂອງທ່ານ ທີ່ບໍ່ມັກຕໍ່ຂໍ້ຕົກລົງ ແຕ່ບໍ່ໄດ້ເອົາບາດກ້າວ
ທີ່ໜັກແໜ້ນເພື່ອບ່ອນທຳລາຍ ຫລືຖອນໂຕອອກ.”
ປະທານາທິບໍດີທຣໍາ ນັບແຕ່ຂໍ້ຕົກລົງ ໄດ້ຮັບການອະນຸມັດໃນປີ 2015 ກັບອີຣ່ານ
ໂດຍບັນດາສະມາຊິກຖາວອນ 5 ປະເທດຂອງສະພາຄວາມໝັ້ນຄົງສະ ຫະປະຊາຊາດ
ແລະສະຫະພາບຢູໂຣບນັ້ນ ແມ່ນໄດ້ຄັດຄ້ານຢ່າງແຂງຂັນ.
ບັນດາຜູ້ຕາງໜ້າມະຫາອຳນາດໂລກ ພົບປະກັນກ່ຽວກັບໂຄງການນິວເຄລຍອີຣ່ານ ວັນທີ 30, ມີນາ 2015 ທີ່ນະຄອນ Lausanne ປະເທດ Switzerland.
ໃນຂະນະທີ່ກ່າວຫາອີຣ່ານວ່າ ຊອກຫາຊ່ອງທາງເພື່ອສວຍໃຊ້ ຫວ່າງຂອງຂໍ້ຕົກລົງ
ແລະປະຕິເສດທີ່ອະນຸຍາດໃຫ້ຜູ້ສັງເກດການນິວເຄລຍຂອງສະຫະປະ ຊາຊາດເຂົ້າ
ໄປກວດເບິ່ງສະຖານທີ່ນິວເຄລຍຂອງກອງທັບ ຊຶ່ງເປັນການປະພຶດທີ່ທຳນຽບຂາວ
ກ່າວວ່າ “ບໍ່ສາມາດອົດທົນໄດ້” ລັດຖະບານທ່ານທຣໍາ ບັດນີ້ຮຽກຮ້ອງໃຫ້ ປະຕິບັດຂໍ້
ຕົກລົງນີ້ “ຢ່າງເຄັ່ງຄັດທີ່ສຸດ.”
ທີ່ປຶກສາຂອງທຳນຽບຂາວ ທ່ານ John Kelly ລາຍງານຂ່າວປະຈຳວັນ ທີ່ທຳນຽບຂາວ.
ນະໂຍບາຍອີຣ່ານຂອງທ່ານທຣໍາ ແມ່ນໄດ້ເພັ່ງເລັງ ໃສ່ “ການຕໍ່ຕ້ານອິດທິ ພົນໃນການ
ສ້າງຄວາມວຸ້ນວາຍຂອງລັດຖະບານອີຣ່ານໃຫ້ຫລຸດນ້ອຍລົງ ແລະຄວບຄຸມການຮຸກ
ຮານຂອງປະເທດດັ່ງກ່າວ ໂດຍສະເພາະໃຫ້ການສະໜັບສະ ໜູນແກ່ພວກກໍ່ການຮ້າຍ
ແລະພວກຫົວຮຸນແຮງ.”
ຄະນະກຳມະການ ຄວາມສໍາພັນຕ່າງປະເທດ ສະມາຊິກສະພາຕໍ່າພັກເດໂມແຄຣັດ ຈາກລັດ New York ທ່ານ Eliot Engel (ຂວາ) ລະຫວ່າງການຮັບຟັງກ່ຽວກັບອີຣ່ານ.
ພວກເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ເປົ້າໝາຍກໍແມ່ນ “ປະຕິເສດບໍ່ໃຫ້ອຳນາດການ
ປົກຄອງອີຣ່ານ ທຸກຊ່ອງທາງໄປສູ່ການມີອາວຸດນິວເຄລຍ.”
ຄົນງານຜູ້ນຶ່ງຂີ່ລົດຖີບຜ່ານ ໂຮງງານນິວເຄລຍ Bushehr ວັນທີ. 26 ຕຸລາ 2010.
ຖ້າຫາກປະທານາທິບໍດີ ດັ່ງທີ່ໄດ້ຄາດເອົາໄວ້ ປະກາດວ່າທ່ານຈະບໍ່ໃຫ້ການຢັ້ງຢືນ
ກ່ຽວກັບການປະຕິບັດຕາມຂໍ້ຕົກລົງນິວເຄລຍຂອງອີຣ່ານຕື່ມອີກ ລັດຖະສະ ພາມີເວລາ
ຢູ່ 60 ມື້ ທີ່ຈະຕັດສິນໃຈວ່າ ຈະທຳການລົງໂທດຂອງສະຫະລັດ ຕໍ່ເຕຫະຣ່ານຄືນອີກ
ຫລືບໍ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Iran Policy