ປະທານາທິບໍດີດໍໂນລ ທຣຳ ໄດ້ເປີດເຜີຍແຜນການສັນຕິພາບໃນພາກຕາເວັນອອກກາງ ທີ່ທຳນຽບຂາວ ໃນວັນອັງຄານຜ່ານມາ ໂດຍມີນາຍົກລັດຖະມົນຕີອິສຣາແອລ ຢືນຢູ່ຄຽງຂ້າງທ່ານ. ແຜນການສັນຕິພາບດັ່ງກ່າວ ແມ່ນຮວມທັງການແບ່ງແຜນທີ່ໃໝ່ ຂອງເຂດ ເວັດແບັງ ຫຼືພາກຕາເວັນຕົກຂອງແມ່ນ້ຳຈໍແດັນ ໂດຍໃຫ້ອິສຣາແອລເປັນຝ່າຍໄດ້ປຽບ ໃນຂະນະທີ່ສະເໜີໃຫ້ເສັ້ນທາງໄປສູ່ການ ເປັນປະເທດຢ່າງມີເງື່ອນໄຂສຳລັບຊາວປາແລສໄຕນ໌. ແຕ່ແນວໃດກໍຕາມ ຝ່າຍ ປາແລສໄຕນ໌ໄດ້ປະຕິເສດຕໍ່ແຜນການນີ້ແລະຮຽກຮ້ອງໃຫ້ບັນດາປະເທດອາຣັບ ທີ່ເປັນເພື່ອນບ້ານ ທຳການຄັດຄ້ານ. ນັກຂ່າວຂອງວີໂອເອປະຈຳທຳນຽບຂາວ Patsy Wikakuswara ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ປ. ທຳ ເປີດເຜີຍ ແຜນການສັນຕິພາບ ພາກຕາເວັນອອກກາງ ໂດຍການ 'ແກ້ໄຂ ແບບມີສອງປະເທດ ຕົວຈິງ'
ພວກຊາວປາແລສໄຕນ໌ ໃນເຂດກາຊາ ພາກັນຈູດເຜົາຮູບຂອງປະທານາທິບໍດີດໍໂນລ ທຣຳ ແລະນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ໃນຂະນະທີ່ບຸກຄົນທັງສອງ ພົບປະກັນຢູ່ທີ່ທຳນຽບຂາວ ບ່ອນທີ່ທ່ານທຣຳໄດ້ປະກາດວິໄສທັດຂອງທ່ານ ເພື່ອແກ້ໄຂບັນຫາຂັດແຍ້ງ ລະຫວ່ງອິສຣາແອລກັບປາແລສໄຕນ໌.
ແຜນການດັ່ງກ່າວຮັບຮູ້ອະທິປະໄຕຂອງອິສຣາແອລເໜືອນະຄອນເຈຣູຊາແລັມ ແລະໄດ້ແຕ້ມແຜນທີ່ເຂດຊາຍເວັດ ແບັງ ຫຼືພາກຕາເວັນຕົກຂອງແມ່ນ້ຳຈໍແດັນຄືນໃໝ່. ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ:
“ພວກເຮົາຈະຈັດຕັ້ງຄະນະກຳມະການຮ່ວມກັບອິສຣາແອລ ເພື່ອຫັນປ່ຽນແຜນທີ່ໃນຈິນຕະນາການໃຫ້ເປັນລາຍລະອຽດຫຼາຍຂຶ້ນແລະວັດແທກການປ່ຽນແປງເພື່ອວ່າໃຫ້ການຮັບຮູ້ນັ້ນ ສາມາດບັນລຸໄດ້ໃນທັນທີ.”
ແຜນການສັນຕິພາບດັ່ງກ່າວນີ້ ບໍ່ໄດ້ປະຖິ້ມການແກ້ໄຂແບບມີສອງປະເທດ ຊຶ່ງ ຮຽກຮ້ອງໃຫ້ມີການສ້າງຕັ້ງ ປະເທດປາແລສໄຕນ໌ຂຶ້ນໃນອະນາຄົດ ໂດຍມີເຈຣູຊາແລັມຕາເວັນອອກເປັນເມືອງຫຼວງ.
ທ່ານທຣຳກ່າວວ່າ ມັນຈະເພີ້ມດິນແດນປາແລສໄຕນ໌ ຂຶ້ນເປັນສອງເທົ່າ ເພື່ອເປັນການແລກປ່ຽນ ກັບອະທິປະໄຕ ຂອງອິສຣາແອລ ເໜືອບ່ອນຕັ້ງຖິ່ນຖານ ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ແລະການໂຈະການກໍສ້າງຢູ່ບ່ອນຕັ້ງຖິ່ນຖານເປັນເວລາ 4 ປີ. ທ່ານທໍມັສ ສວາດສ໌ ອາຈານສອນເລື້ອງຄວາມສຳພັນຂອງສະຫະລັດກັບຕ່າງປະເທດ ຢູ່ທີ່ມະຫາວິທະຍາໄລແວນເດີບິລທ໌ ກ່າວກ່ຽວກັບເລື້ອງນີ້ວ່າ:
“ການບໍ່ຍອມຮັບເອົາຈະໝາຍຄວາມວ່າບາງທີ ອາດເປັນການສືບຕໍ່ສູນເສຍດິນແດນໃນການຕັ້ງຖິ່ນຖານ. ມັນບໍ່ໄດ້ເບິ່ງຄືວ່າ ຝ່າຍປາແລສໄຕນ໌ ມີທາງອອກແບບສ້າງສັນ. ພວກເຂົາເຈົ້າບໍ່ໄດ້ຮັບອີກຕໍ່ໄປແລ້ວ ການສະໜັບສະໜຸນຢ່າງແຂງຂັນ ບໍ່ວ່າຈະເປັນທາງດ້ານການເງິນຈາກປະເທດອາຣັບທີ່ສຳຄັນໆຫຼາຍໆປະເທດ. ດັ່ງນັ້ນ ໃນທາງນຶ່ງ ແມ່ນແລ້ວ ມັນເບິ່ງຄືວ່າ ຈະຮັບເອົາຫຼືບໍ່ຮັບເອົາແລະມັນອາດຈະເປັນການຕົກລົງທີ່ດີທີ່ສຸດ ທີ່ພວກເຂົາເຈົ້າຈະໄດ້ຮັບ.”
ກ່ອນນຳສະເໜີແຜນການດັ່ງກ່າວນີ້ ທ່ານທຣຳໄດ້ຮັບຮູ້ການປະກາດຮວມເອົາເຂດພູພຽງໂກລານເປັນດິນແດນສ່ວນນຶ່ງຂອງຕົນ ໂດຍອິສຣາແອລ ແລະການຍ້າຍສະຖານທູດສະຫະລັດ ຈາກນະຄອນແທລ ອາວີບ ໄປຍັງເຈຣູຊາແລັມ. ຝ່າຍປາແລສໄຕນ໌ ບໍ່ໄດ້ມີສ່ວນພົວພັນໃນແຜນການດັ່ງກ່າວ ແລະໄດ້ປະຕິເສດຢ່າງວ່ອງໄວກ່ຽວກັບເລື້ອງນີ້. ທ່ານຮາລາ ອາໝັດ ຈາກກຸ່ມຕາໜ່າງນະໂຍບາຍປາແລສໄຕນ໌ ອາລ-ຊາບາກາ ກ່າວວ່າ:
“ໂດຍພື້ນຖານແລ້ວ ມັນເຮັດໃຫ້ເປັນໄປບໍ່ໄດ້ທີ່ຊາວປາແລສໄຕນ໌ ທີ່ຈະສາມາດຊີ້ຊະຕາກຳຂອງຕົນເອງແລະມັນໄດ້ປະ ກົດໝາຍສາກົນແລະສິດທິມະນຸດສາກົນໄວ້ຢູ່ທາງຂ້າງຢ່າງສິ້ນເຊີງ. ມັນເຮັດໃຫ້ການຕັ້ງຖິ່ນຖານຖືກຕ້ອງຕາມກົດໝາຍແລະມັນເຮັດໃຫ້ສະພາບການ ທີ່ຖືກປະນາມໂດຍທຸກໆກຸ່ມປົກປ້ອງສິດທິມະນຸດທີ່ສຳຄັນໆ ຖືກຕ້ອງ ແລະມັນບໍ່ໄດ້ສອດຄ່ອງກັບສັນຕິພາບ.”
ແຜນການດັ່ງກ່າວ ອາດນຳພາໄປສູ່ການປະກາດ ຮວມເອົາເຂດຮ່ອມພູຈໍແດັນ ຂອງເວັດແບັງ ເປັນດິນແດນສ່ວນນຶ່ງຂອງອິສຣາແອລ ຕາມທີ່ທ່ານເນຕັນຢາຮູໄດ້ປະກາດໃນລະຫວ່າງການໂຄສະນາຫາສຽງ. ທ່ານເນຕັນຢາຮູ ກ່າວວ່າ:
“ມີຫຼາຍແຜນການໂພດທີ່ພະຍາຍາມກົດດັນໃຫ້ອິສຣາແອລຖອນອອກຈາກດິນແດນທີ່ສຳຄັນໆເຊັ່ນຮ່ອມພູຈໍແດັນ. ແຕ່ທ່ານ ປະທານາທິບໍດີ ທ່ານຮັບຮູ້ວ່າອິສຣາແອລຕ້ອງມີອະທິປະໄຕເໜືອຮ່ອມພູຈໍແດັນ ແລະເຂດອື່ນໆ ແລະດິນແດນຍຸດທະສາດອື່ນໆຂອງເຂດຈູເດອາແລະຊາມາເຣຍ.”
ທັງທ່ານທຣຳ ແລະທ່ານເນຕັນຢາຮູ ແມ່ນພວມປະເຊີນໜ້າກັບການເລືອກຕັ້ງ. ພວກຕ້ອງຕິໄດ້ຕັ້ງຄຳຖາມ ກ່ຽວກັບໂອກາດເວລາ ຂອງແຜນການດັ່ງກ່າວນີ້. ທ່ານຮາລາ ອາໝັດ ກ່າວຕື່ມວ່າ:
“ມັນເປັນແຜນການເພື່ອຮຽກຮ້ອງຕໍ່ຂະບວນການຕັ້ງຖິ່ນຖານນິຍົມຂວາຂອງອິສຣາແອລ ຕະຫຼອດທັງກຸ່ມສາສະໜາເອວັງເຈີຣີກາລໃນສະຫະລັດ ແລະແນ່ນອນມັນບໍ່ຄືແຜນການສັນຕິພາບເລີຍ.”
ທ່ານເນຕັນຢາຮູພວມປະເຊີນກັບການກ່າວຫາກ່ຽວກັບການສໍ້ລາດບັງຫຼວງຢູ່ໃນປະເທດ ໃນຂະນະທີ່ສະພາສູງສະຫະລັດ ພວມດຳເນີນຄະດີຟ້ອງຮ້ອງວ່າ ຈະ
ປົດທ່ານອອກຈາກອຳນາດຫຼືບໍ່. ທ່ານສວາດສ໌ ກ່າວກ່ຽວກັບເລື້ອງນີ້ວ່າ:
“ທ່ານພະຍາຍາມທີ່ຈະສະແດງໃຫ້ເຫັນວ່າ ລັດຖະບານຂອງທ່ານ ມີນະໂຍບາຍການຕ່າງປະເທດທີ່ຈິງຈັງເພື່ອຊອກຫາຊ່ອງທາງແລະຊຸກຍູ້ໃຫ້ມີການຕົກລົງກັນຢູ່ໃນພາກຕາເວັນອອກກາງ ແລະນີ້ ໃນຄວາມເປັນຈິງແລ້ວແມ່ນການໂຕ້ແຍ້ງທີ່ບໍ່ໃຫ້ຕັດສິນລົງໂທດ ແລະປົດຕຳແໜ່ງທ່ານ ໃນຖານະປະທານາທິບໍດີ ເວລານີ້ ຊຶ່ງທ່ານພວມດຳເນີນນະໂຍບາຍການຕ່າງປະເທດຂອງສະຫະລັດຢູ່.”
ນັບແຕ່ໄດ້ມີການເຊັນຂໍ້ຕົກລົງສັນຕິພາບອອສໂລ ໃນປີ 1993 ເປັນຕົ້ນມາ ປະທານາທິບໍດີສະຫະລັດໄດ້ພະຍາຍາມແຕ່ປະສົບກັບຄວາມລົ້ມແຫຼວ ເພື່ອຈະໄກ່ເກ່ຍຂໍ້ຕົກລົງສັນຕິພາບ ຢູ່ໃນພາກຕາເວັນອອກກາງ.
ໃນເດືອນມິຖຸນາປີກາຍນີ້ ປະທານາທິບໍດີທຣຳໄດ້ເປີດເຜີຍພາກສ່ວນທີ່ກ່າວເຖິງເລື້ອງເສດຖະກິດຂອງແຜນການສັນຕິພາບຊຶ່ງຝ່າຍປາແລສໄຕນ໌ກໍໄດ້ປະຕິເສດເຊັ່ນດຽວກັນ.