ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ກ່າວຄຳປາໄສຕໍ່ສະພາ ແລະປະເທດຊາດຄັ້ງທີ 3 ຢູ່ໃນໄລຍະທີ່ທ່ານດຳລົງຕຳແໜ່ງເປັນປະທານາທິບໍດີຢູ່ ໃນແລງວັນອັງຄານວານນີ້ ຊຶ່ງເປັນເວລາບໍ່ພໍເທົ່າໃດຊົ່ວໂມງກ່ອນການດຳເນີນຄະດີຟ້ອງຮ້ອງຕໍ່ທ່ານຈະປິດລົງ ເມື່ອສະພາສູງສະຫະລັດທີ່ພັກຣີພັບບລິກັນກຳສຽງສ່ວນຫລາຍນັ້ນ ຄາດວ່າຈະຕັດສິນ ໃຫ້ທ່ານພົ້ນໂທດ ໃນຂໍ້ຫາທີ່ວ່າ ທ່ານໃຊ້ສິດອຳນາດຂອງຕຳແໜ່ງທ່ານໄປໃນທາງຜິດ ແລະຂັດຂວາງຄວາມພະຍາຍາມຂອງລັດຖະສະພາໃນການດຳເນີນການສືບສວນຕໍ່ທ່ານ. ຢູ່ໃນການກ່າວຄຳປາໄສປະຈຳປີ ທີ່ແຈ້ງໃຫ້ລັດຖະສະພາຊາບ ກ່ຽວກັບບູລິມະສິດດ້ານນະໂຍບາຍນັ້ນ, ທ່ານທຣຳໄດ້ສຸມໃສ່ຜົນງານ ທີ່ຍາດມາໄດ້ຢູ່ພາຍໃນປະເທດເພື່ອແນ ໃສ່ເຮັດໃຫ້ເປັນໜ້າດຶງດູດໃຈຕໍ່ບັນດາຜູ້ປ່ອນບັດໃນການເລືອກຕັ້ງປະທານາທິບໍດີ. Katherine Gypson, ນັກຂ່າວວີໂອເອ ປະຈຳລັດຖະສະພາ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ທ່ານປະທານາທິບໍດີໄດ້ເລີ້ມການກ່າວຄຳປາໄສຕໍ່ສະພາ ແລະປະເທດຊາດຂອງທ່ານ ຢູ່ໃນປີ 2020 ທີ່ຈະມີການເລືອກຕັ້ງນັ້ນ ໂດຍການເຕືອນໃຫ້ຄົນຫວນຄືນ ໄປຫາຄຳໝັ້ນສັນຍາຂອງທ່ານ ທີ່ໄດ້ໃຫ້ໄວ້ໃນປີ 2016 ຜ່ານມາ.
ທ່ານກ່າວວ່າ:
"ສາມປີກ່ອນໜ້ານີ້ ພວກເຮົາໄດ້ເລີ້ມການເຮັດໃຫ້ອາເມຣິກາດີເລີດຄືນມາອີກ. ຢູ່ໃນຄ່ຳຄືນນີ້, ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າບັນດາທ່ານເພື່ອນຳເອົາຜົນງານທີ່ໜ້າເຫລືອເຊື່ອມາເລົ່າສູ່ທ່ານຟັງ."
ຢູ່ໃນຫ້ອງການ ທີ່ທ່ານຖືກຟ້ອງຮ້ອງໂດຍພວກສັງກັດພັກເດໂມແຄຣັດຢູ່ໃນສະພາຕ່ຳໃນເວລາເດືອນກວ່າຜ່ານມານັ້ນ ທ່ານ ທຣຳ ບໍ່ໄດ້ເອີ່ຍເຖິງການດຳເນີນຄະດີ ໃນການຟ້ອງຮ້ອງຕໍ່ທ່ານແຕ່ຢ່າງໃດ ແຕ່ວ່າ ກໍໄດ້ປະຕິເສດ ບໍ່ຈັບມືກັບ ທ່ານນາງເພໂລຊີ, ປະທານສະພາຕ່ຳ ແລະເພັ່ງເລັງຄວາມພະຍາຍາມຂອງທ່ານໃສ່ການສ້າງເສດຖະກິດຂອງອາເມຣິກາ.
ທ່ານກ່າວດັ່ງນີ້:
"ຖ້າຫາກພວກເຮົາບໍ່ໄດ້ຕ່າວປີ້ນນະໂຍບາຍທີ່ຫລົ້ມແຫລວຂອງລັດຖະບານຊຸດກ່ອນນັ້ນແລ້ວ ໂລກ ຕອນນີ້ ກໍຈະບໍ່ໄດ້ເປັນພະຍານໃຫ້ຄວາມສຳເລັດທາງເສດຖະກິດທີ່ຍິ່ງໃຫຍ່ຂອງອາເມຣິກາເລີຍ."
ໃນການມຸ້ງໄປສູ່ປີແຫ່ງການເລືອກຕັ້ງປະທານາທິບໍດີປີ 2020 ນີ້ ທ່ານ ທຣຳ ໄດ້ຮັບການຮັບປະກັນຂອງປະເທດໂດຍໄດ້ມີຄະແນນເຫັນດີນຳ 49 ເປີ. ຄຳປາໄສຂອງທ່ານ ໄດ້ເພັ່ງເລັງໃສ່ໂຄງການລິເລີ້ມຂອງນະໂຍບາຍພາຍໃນປະເທດ ຊຶ່ງລວມທັງພື້ນຖານໂຄງລ່າງ ແລະດ້ານການດູແລສຸຂະພາບ ແລະການຮັບປະກັນວ່າສະຫະລັດກຳລັງແກ້ໄຂວິກິດການຂອງເຊື້ື້ອໄວຣັສໂຄໂຣນາຢູ່.
ທ່ານທຣຳກ່າວຕໍ່ໄປວ່າ:
"ພວກເຮົາກຳລັງປະສານງານກັບລັດຖະບານຈີນ ແລະເຮັດວຽກຮ່ວມກັບເຂົາເຈົ້າຢ່າງໃກ້ຊິດກ່ຽວກັບການແຜ່ລະບາດຂອງເຊື້ື້ອໄວຣັສໂຄໂຣນາຢູ່ໃນຈີນ. ລັດຖະບານຂອງຂ້າພະເຈົ້າ ຈະເອົາທຸກບາດກ້າວທີ່ຈຳເປັນຕ້ອງໄດ້ເຮັດເພື່ອປົກປ້ອງພົນລະເມືອງຂອງພວກເຮົາບໍ່ໃຫ້ໄດ້ຮັບໄພຂົ່ມຂູ່ອັນນີ້.”
ທ່ານ ທຣຳກໍໄດ້ກ່າວເຖິງບູລິມະສິດດ້ານນະໂຍບາຍການຕ່າງປະເທດຫລາຍອັນ ຢູ່ ຊຶ່ງລວມທັງການເຊື້ອເຊີນເອົາແຂກພິເສດ, ປະທານາທິບໍດີຂອງເວເນຊູເອລາ, ທ່ານ ຮວນ ກວາຍໂດ ມາຢ້ຽມຢາມ.
ທ່ານກ່າວດັ່ງນີ້:
"ປະຊາຊົນອາເມຣິກັນທຸກຄົນແມ່ນມີຄວາມສະມັກຄີ ກັບປະຊາຊົນເວເນຊູເອລາ ຢູ່ໃນການຕໍ່ສູ້ເພື່ອອິດສາລະພາບອັນຊອບທຳຂອງເຂົາເຈົ້າ! ສັງຄົມນິຍົມໄດ້ທຳລາຍປະເທດຊາດ. ແຕ່ວ່າ ຂໍຈົ່ງຈຳໄວ້ສະເໝີວ່າ ອິດສະຫລະພາບແມ່ນເຮັດໃຫ້ຄົນມີຈິດໃຈເປັນອັນນຶ່ງອັນດຽວກັນ."
ການສັງຫານຊີວິດຂອງນາຍພົນກາສເຊມ ຊູເລມານີ (Qassem Suleimani) ຂອງ ອີຣ່ານໂດຍເຮືອບິນບໍ່ມີຄົນຂັບເມື່ອມໍ່ໆມານີ້ ກໍເຮັດໃຫ້ເປັນເໝາະສົມທີ່ຈະຖືກກ່າວເຖິງໃນຂະນະທີ່ທ່ານ ທຣຳ ໄດ້ຮັບຮູ້ເຖິງການປະທ້ວງຢູ່ໃນອີຣ່ານ ແລະ ທ່ານກໍໄດ້ວາງເງື່ອນໄຂໃນການພົວພັນກັນທາງການທູດອີກຄັ້ງນຶ່ງ.
ທ່ານກ່າວວ່າ:
"ລະບອບການປົກຄອງຂອງອີຣ່ານ ຈະຕ້ອງໄດ້ປະລະການດຳນີນການດ້ານອາວຸດນິວເຄລຍ, ຍຸຕິການແຜ່ຜາຍການກໍ່ການຮ້າຍ, ການຂ້າຄົນໃຫ້ຕາຍ ແລະການທຳລາຍລ້າງຜານ ແລະໃຫ້ເລີ້ມປະຕິບັດງານເພື່ອຄວາມຢູ່ດີມີສຸກຂອງປະຊາຊົນຂອງຕົນ.”
ທ່ານ ທຣຳເວົ້າວ່າ ລັດຖະບານຂອງທ່ານໄດ້ພົບວິທີການໃໝ່ໃນການສ້າງສັນຕິພາບຢູ່ໃນຂົງເຂດຕາເວັນອອກກາງແລ້ວ.
ທ່ານກ່າວດັ່ງນີ້:
"ໂດຍການຮັບຮູ້ວ່າການດຳເນີນຄວາມພະຍາຍາມຕ່າງໆໃນເມື່ອກ່ອນປະສົບຄວາມຫລົ້ມແຫລວ ພວກເຮົາຕ້ອງໄດ້ຕັດສິນໃຈຢ່າງແນ້ວແນ່ ແລະແບບມີຫົວຄິດປະດິດສ້າງ ເພື່ອເຮັດໃຫ້ຂົງເຂດນັ້ນມີສະຖຽນລະພາບ ແລະນຳເອົາການປ່ຽນແປງມາໃຫ້ຊາວໜຸ່ມຫລາຍລ້ານຄົນເພື່ອໃຫ້ເຂົາເຈົ້າຮູ້ໄດ້ວ່າມີອະນາຄົດທີ່ດີຂຶ້ນກວ່າເກົ່າ.”
….ໃນຂະນະທີ່ມີການສະເໜີອີກຄັ້ງນຶ່ງໃຫ້ຖອນທະຫານອອກຈາກອັຟການິສຖານ.
ແຕ່ວ່າ ທ່ານປະທານາທິບໍດີກໍໄດ້ສະເໜີໂອກາດທີ່ຈະການຮ່ວມມືກັນລະຫວ່າງສອງພັກພຽງສອງ ສາມຢ່າງເທົ່ານັ້ນ.
ທ່ານ ບີລ ສະວີນີ (Bill Sweeney) ຈາກມະຫາວິທະຍາໄລອາເມຣິກາ ໃຫ້ຂໍ້ສັງເກດວ່າ:
"ບໍ່ແມ່ນເປັນຍ້ອນບໍ່ໄດ້ເອີ່ຍເຖິງການຟ້ອງຮ້ອງຕໍ່ທ່ານເທົ່ານັ້ນ ຈະໝາຍຄວາມວ່າ ທຸກແງ່ທຸກດ້ານໃນຄຳປາໄສຂອງທ່ານ ບໍ່ໄດ້ເປີດເຜີຍໃຫ້ເຫັນຄວາມຮູ້ສຶກບໍ່ພໍໃຈ, ຄວາມຮູ້ສຶກຫງຸດງິດຂອງທ່ານອອກມາດອກ, ແລະມັນເປັນທີ່ຈະແຈ້ງຫລາຍ ເມື່ອເບິ່ງຫ້ອງນັ້ນແລ້ວ ເຫັນວ່າຕ່າງຄົນຕ່າງກໍມີຄວາມຮູ້ສຶກຄືກັນ. ທ່ານບໍ່ໄດ້ເຫັນວ່າ ພວກສັງກັດພັກເດໂມແຄຣັດ ຕົບມືໃຫ້ໃນບາງຈຸດທີ່ເຫັນວ່າເປັນຄວາມສາມັກຄີຂອງຊາດ. ໃນຂະນະດຽວກັນທ່ານກໍບໍ່ໄດ້ເຫັນວ່າມີຂໍ້ສະເໜີຫລາຍປານໃດ ວ່າໃຫ້ມີການເຮັດວຽກຮ່ວມກັນ ຊຶ່ງການກ່າວຄຳປາໄສຕໍ່ສາພາແລະປະເທດຊາດຄວນຈະເປັນເຊັ່ນນັ້ນ."
ທ່ານນາງ ເກຣດເຈນ ວິດເມີ (Gretchen Whitmer), ຜູ້ປົກຄອງລັດມິຊິແກນ (Michigan), ຊຶ່ງເປັນລັດທີ່ອາດຈະມີບົດບາດສຳຄັນໃນການຕັດສິນການເລືອກຕັ້ງປະທານາທິບໍດີ 2020 ນັ້ນ ໄດ້ໃຫ້ຄຳຕອບ ແທນພັກເດໂມແຄຣັດວ່າ:
"ການວິວາດຄົນຢູ່ໃນທວີດເຕີ ຈະບໍ່ເປັນການສ້ອມແປງສະພານໄດ້ ມັນເປັນການເຜົາຜານສະພານນັ້ນໃຫ້ໝົດໄປ."
ແຕ່ວ່າ ໃນຂະນະທີ່ທ່ານທຣຳໄດ້ກ່າວຄຳປາໄສຂອງທ່ານຈົບລົງ ປະທານສະພາຕ່ຳ, ທ່ານນາງ ເພໂລຊີ ກໍໄດ້ສີກເຈ້ຍຄຳປາໄສຂອງທ່ານໃຫ້ຂາດເຄິ່ງ ຊຶ່ງເປັນການເຕືອນໃຫ້ຄົນເຫັນເຖິງການສູ້ຢັນກັນແບບເລິກເຊິ່ງລະຫວ່າງພັກ ຢູ່ໃນການຟ້ອງຮ້ອງຕໍ່ປະທານາທິບໍດີ ທີ່ຍັງໄກຫລາຍທີ່ຈະສິ້ນສຸດລົງໄດ້ນັ້ນ.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
US President Donald Trump gave the third State of the Union address of his presidency Tuesday, just hours ahead of the close of his impeachment trial when the Republican-majority US Senate is expected to acquit him of charges he abused the power of his office and obstructed Congress' efforts to investigate him. In the annual speech informing the US Congress on upcoming policy priorities, Trump primarily focused on domestic achievements aimed at appealing to voters in the presidential election. VOA's Congressional correspondent Katherine Gypson has more from Capitol Hill.
The president starting his State of the Union in the 2020 election year with a reminder of his campaign promises in 2016.
"Three years ago, we launched the Great American Comeback. Tonight, I stand before you to share the incredible results."
In the chamber where he was impeached by US House Democrats less than two months ago, Trump made no mention of his Senate trial but refused Speaker Pelosi's handshake and focused on his efforts to build the American economy.
Donald Trump:
"If we had not reversed the failed economic policies of the previous administration, the world would not now be witness to America's great economic success."
Heading into the 2020 presidential election year, Trump has secured a personal best approval rating of 49% of the country. His speech focused on domestic policy initiatives including infrastructure and healthcare and an assurance the US is addressing the coronavirus crisis.
Donald Trump:
"We are coordinating with the Chinese government and working closely together on the Coronavirus outbreak in China. My Administration will take all necessary steps to safeguard our citizens from this threat."
Trump did address several of his administration's key foreign policy priorities, including inviting special guest Venezuelan president Juan Guaido.
Donald Trump:
"All Americans are united with the Venezuelan people in their righteous struggle for freedom! Socialism destroys nations. But always remember, freedom unifies the soul."
The recent US drone killing of Iranian general Qassem Suleimani also earned a mention, as Trump acknowledged protests in Iran and once again laid out the terms for diplomatic engagement.
Donald Trump:
"The Iranian regime must abandon its pursuit of nuclear weapons, stop spreading terror, death, and destruction, and start working for the good of its own people.
Donald Trump:
"Recognizing that all past attempts have failed, we must be determined and creative in order to stabilize the region and give millions of young people the change to realize a better future."
….While once again suggesting a withdrawal of the US presence in Afghanistan.
But the president offered few opportunities for bi-partisan cooperation.
Bill Sweeney, American University:
"Simply because he didn't mention impeachment didn't mean that every other aspect of the speech revealed his displeasure, his annoyance, and it was very clear watching the room that the feeling was mutual. You did not see democrats applauding some points that could be national unity. At the same time, you did not see very much offering of working together, which is what a state of the union is supposed to be."
Gretchen Whitmer governor of Michigan, a state that could play a key role in deciding the 2020 presidential election gave the Democratic response.
Governor Gretchen Whitmer:
"Bullying people on Twitter doesn't fix bridges, it burns them."
But as Trump completed his speech, Speaker Pelosi ripped her copy of his remarks in half a reminder the deeply partisan battles of impeachment are far from over.