ທ່ານ Donald Trump ໄດ້ຊະນະ ທ່ານ Rubio ແລະ ທ່ານ Cruz ໃນລັດ Nevada ຢ່າງງ່າຍດາຍ

Your browser doesn’t support HTML5

ມະຫາ​ເສດ​ຖີພັນ​ລ້ານ ທ່ານ Donald Trump ​ໄດ້​ຊະນະ​ຢ່າງ​
ງ່າຍດາຍໃນ​ການ​ປະຊຸມ​ຄັດ​ເລືອກ ຜູ້​ສະໝັກ​ເປັນປະທານາທິບໍ
ດີ ຂອງພັກຣີພັບ​ບລິ​ກັນ ໃນ​ວັນ​ອັງຄານ​ອາທິດ​ແລ້ວ​ນີ້ ທີ່ລັດ
Nevada ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະ ລັດ ອັນ​ເປັນ​ໄຊຊະ
ນະ​ ທີ່​ເພີ້​ມ​ເຂົ້າ​ໃສ່ແຮງ​ກະ​ຕຸ້ນ​ທີ່​ມີ​ຢູ່​ແລ້​ວ ທີ່​ທ່ານ​ຈະ​ໄດ້​ຮັບ ການ
ແຕ່ງຕັ້ງ ​ໃຫ້​ເປັນ​ຜູ້​ສະໝັກ​ຂອງ​ພັກ ໃນການ​ເລືອກ​ຕັ້ງ​ທົ່ວ​ໄປທີ່
ຈະມີ​ຂຶ້ນໃນ​ເດືອນ​ພະຈິກທ້າຍ​ປີ​ນີ້. Richard Green ນັກ​ຂ່າວ
ວີ​ໂອ​ເອ ມີ​ລາຍງານເລື້ອງ​ນີ້​ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ
​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊິນຟັງລາຍງານ ການໂຄສະນາຫາງສຽງຂອງບັນດາ ຜູ້ສະໝັກເລືອກຕັ້ງ ປະທານາທິບໍດີ ສະຫະລັດ

ໄຊຊະນະ​ຂອງ​ທ່ານ Donald Trump ​ເທື່ອ​ນີ້ ເປັນເທື່ອທີ​ສາມຕິດ​ຕໍ່ ກັນ ຫລັງ​ຈາກ​ໄດ້ມີ​
ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຢູ່​ໃນລັດ New Hampshire ​ແລະ ລັດ South Carolina ​ໃນ​ຕົ້ນ
​ເດືອນ​ນີ້.

​ໃນ​ການສະ​ແດງ​ທ່າທາງ​ຢ່າງ​ອົງອາດ ຊຶ່ງ​ເປັນ​ວິທີ​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ
​Trump ມາ​ຈົນ​ເຖິງ​ປັດຈຸບັນນີ້ ມະຫາ​ເສດຖີ​ອະສັງຫາລິ​ມາ​ຊັບ​ໄດ້​ກ່າວ​ຕໍ່​ຝູງ​ທີ່ສະໜັບ
ສະໜູນ ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສຮັບ​ເອົາ​ໄຊຊະນະວ່າ ​ເຖິງ​ແມ່ນຜູ້ ຊ່ຽວຊານພາກັນ​ທຳ
ນາຍ​ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ອາດ​ຈະ​ບໍ່​ໄປໄກ ​ແຕ່ບັດ​ນີ້ ທ່ານ​ໄດ້​ໄຊຊະນະ
​ຢູ່​ໃນທົ່ວ​ປະ​ເທດ.

ທ່ານ Donald Trump ກ່າວ​ວ່າ “ປະຊາ​ຊົນ​ຂອງ​ປະ​ເທດ​ນີ້ ​ເປັນ​ທີ່​ໜ້າອັດສະຈັນທີ່​
ສຸດ.ຂ້າພະ​ເຈົ້າ ຮັກ​ພວກ​ທ່ານຫລາຍທີ່ສຸດ. ຈົ່ງ​ຈື່​ໄວ້ວ່າ ຈົ່ງ​ເຮັດໃຫ້ອາ​ເມຣິກາ ຍິ່ງ​
ໃຫຍ່
ຄືນອີກ ພວກ​ເຮົາ​ຊິ​ເຮັດ​ໃຫ້​ມັນເກີດ​ຂຶ້ນ ​ແລະມັນ​ຈະ​ເກີດ​ຂຶ້ນ​ໃນ​ໄວໆນີ້. ຂອບ​ໃຈທຸກໆຄົນ.”

ສະມາຊິກສະພາ​ສູງ ລັດ Florida ທ່ານ Marco Rubio ​ໄດ້​ຮັບ​ຄະ​ແນນ​ສຽງ ເປັນ​ທີ
ສອງຢູ່​ໃນ​ລັດ Nevada ຊຶ່ງ​ລື່ນ ສະມາຊິກສະພາ​ສູງ​ ຈາກ​ລັດ Texas ທ່ານ Ted Cruz
ຍາດ​ເອົາ​ບ່ອນ​ທີ່​ສຳຄັນ. ​ແຕ່ວ່າ ​ແຕ່​ລະ​ຄົນ​ໄດ້ຮັບ​ຄະ​ແນນ​ສຽງຫລຸດທ່ານ Trump ​ກວ່າ
20 ​ເປີ​ເຊັນເວລາມີການ​ນັບບັດຄະ​ແນນ​ສຽງຂັ້ນ ສຸດ​ທ້າຍ.

​ເຖິງ​ແມ່ນ​ວ່າ ທ່ານໄດ້​ຮັບ​ຄະ​ແນນ​ສຽງ​ເປັນ​ທີ​ສາມກໍ​ຕາມ ທ່ານ Cruz ຜູ້ໄດ້ຊະນະ​ການ
ແຂ່ງຂັນ​ເພື່ອ​ຄັດ​ເລືອກ​ເທື່ອ​ທຳ​ອິດ ຢູ່​ທີ່​ລັດ Iowa ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ສະໜັບສະ​ໜູນ​ວ່າ
ທ່ານ​ເປັນ​ຄົນ​ດຽວ​ຂອງພັກ​ຣີພັບ​ບລິ​ກັນ ​ທີ່​ສາມາດຈະຍາດ ​ເອົາ​ທຳນຽບຂາວຄືນ​ມາ ໃນ​
ເດືອນ​ພະ​ຈິກນີ້.

ທ່ານ Ted Cruz ກ່າວ​ວ່າ “​ຖ້າ​ຫາກ​ທ່ານ​ຮວມຢູ່​ໃນ 65 ​ເປີ​ເຊັນ​ຂອງພັກຣີພັບ ​ບລິ​ກັນ
ຢູ່ທົ່ວ​ປະ​ເທ​ດ ຜູ້ທີ່​ຄິດ​ວ່າ ທ່ານ Donald Trump ບໍ່ເປັນຜູ້​ສະມັກທີ່ດີ​ເລີດ​ເພື່ອ​ແຂ່ງ

ຂັນແບບໜ້າ​ຕໍ່​ໜ້າ ​ກັບທ່ານ​ນາງ Hillary Clinton. ຜູ້​ທີ່​ເຊື່ອ​ວ່າ ພວກ​ເຮົາສາມາດ​
ເຮັດ​ໄດ້ດີ​ກ່ອນ​ນັ້ນໃນ​ການ​ເລືອກ​ຕັ້ງ​ເວລາ​ພວກ​ເຮົາໄດ້​ແຕ່ງຕັ້ງ​ຜູ້​ສະໝັກ​ນິຍົມ​ແນວ

ທາງ​ເດີມ​ ຫລັງ​ຈາກ​ນັ້ນ ການ​ແຂ່ງ​ຂັດ​ຢູ່ສີ່​ລັດ​ທຳ​ອິດ​ໄດ້ເຮັດ ໜ້າ​ທີ່​ອັນ​ສຳຄັນ ​ໃນ​
ການ
ເຮັດ​ໃຫ້​ການ​ແຂ່ງຂັນ​ແຄບ​ລົງ ​ແລະ​ສະ​ເໜີ​ທາງ​ເລືອກ​ອັນ​ຈະແຈ້ງ. ທ່ານສາ
ມາດ
ເລືອກ​ເອົາ ລະ​ຫວ່າງສອງຄົນ​ທີ່​ປະນີປະນອມຈາກວໍ ຊິງຕັນ ຫລື​ຜູ້​ໜຶ່ງ​ທີ່ຜ່ານ
​ການ​ພິສູດມາ​ແລ້ວ​ໃຫ້​ເຫັນວ່າ​ ເປັນ​ຜູ້ນິຍົມ​ແນວທາງ​ເດີມ ​ທີ່​ສະ​ເໝີ​ຕົ້ນສະ​ເໝີປາຍ."

ທ່ານ Cruz ​ໄດ້ປະສົບ​ກັບຄວາ​ມຍາກ​ລຳ​ບາກ ​ກ່ອນ​ໜ້າ​ກອງ​ປະຊຸມ​ຄັດ​ເລືອກ ຂອງ​ພັກ
​ໂດຍ​ຖືກ​ກ່າວ​ຫາ​ວ່າ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ຫລີ້ນ​ແບບ​ສົກກະປົກ ຕໍ່​ຄູ່​ແຂ່ງ​
ຂອງ​ທ່ານ.

ທ່ານ​ໄດ້​ປົດ ຫົວໜ້າ​ສື່ສາ​ນໃນ​ການໂຄສະນາ​ຫາ​ສຽງ​ຂອງ​ທ່ານ ອອກ​ຈາກ​ໜ້າ​ທີ່ ຍ້ອນ​ລົງ​
ຂ່າວທີ່ບໍ່​ມີ​ມູນ​ຄວາ​ມຈິງທາງ​ສື່​ສັງຄົມ ທີ່ກ່າ​ວຫາ​ຢ່າງ​ຜິດພາດ ​ຕໍ່ທ່ານ Rubio ວ່າ ​ໝິ່ນ
ປະໝາດພະ​ຄຳ​ພີ.

ການ​ປ່ອນ​ບັດ​ຂັ້ນຕໍ່​ໄປ ຈະ​ມີ​ຂື້ນ​ໃນ​ມື້​ອື່ນນີ້ ​ເວລາ​ສິບກວ່າ​ລັດຈະ​ພາກັນ​ຈັດການ​ເລືອກ​
ຕັ້ງ​ຂັ້ນ​ຕົ້ນ ​ທີ່​ຮູ້​ກັນ​ໃນ​ນາມ​ວັນ​ອັງຄານ​ພິ​ເສດ ຫຼື “Super Tuesday.”