ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ໂຄງການນິວເຄລຍ ແລະຂີປະ
ນາວຸດຂອງເກົາຫຼີເໜືອເປັນ “ໄພຂົ່ມຂູ່ຕໍ່ໂລກ ທີ່ຈຳເປັນຕ້ອງໄດ້ມີການເອົາມາດຕະ
ການຈາກ ທົ່ວໂລກ,” ແລະກ່າວຕຳໜິຕິຕຽນປະຊາຊົນຂອງປະເທດຕ່າງໆ ທີ່ໃຫ້ການສະໜັບສະໜຸນຕໍ່ລະບອບການປົກຄອງຂອງ Kim Jong Un.
ທ່ານທຣຳກ່າວໃນວັນອັງຄານມື້ນີ້ ຢູ່ກອງປະຊຸມຖະແຫຼງຂ່າວຮ່ວມກັບຄູ່ຕຳແໜ່ງ
ຝ່າຍເກົາຫຼີໃຕ້ ທ່ານ Moon Jae-in ທີ່ທຳນຽບສີຟ້າຫຼື Blue House ຢູ່ນະຄອນຫຼວງ
Seoul ວ່າ “ມັນເປັນການຮັບເອົາບໍ່ໄດ້ ທີ່ປະເທດທັງຫຼາຍຈະຊ່ອຍຕິດອາວຸດ
ແລະຊ່ອຍເຫຼືອທາງດ້ານການເງິນຕໍ່ລະບອບການປົກຄອງທີ່ເປັນອັນຕະລາຍຫຼາຍຂຶ້ນ
ນັບມື້. ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫານີ້ ໂດຍຈະໃຊ້ທຸກ
ເຄື່ອງມືທີ່ມີຢູ່ ທີ່ບໍ່ເຖິງຂັ້ນກັບໃຊ້ກຳລັງທະຫານ ສະຫະລັດ ແມ່ນພ້ອມແລ້ວທີ່ຈະ
ປົກປ້ອງຕົນເອງ ແລະບັນດາປະເທດພັນທະມິດຂອງຕົນນຳ ໂດຍຈະໃຊ້ຄວາມ
ສາມາດທາງດ້ານທະຫານ ທີ່ບໍ່ມີຜູ້ໃດທຽບເທົ່າໄດ້ນັ້ນຢ່າງເຕັມທີ່ ຖ້າຫາກມີ
ຄວາມຈຳເປັນ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໂບກມື ໃນຂະນະທີ່ສະຕີໝາຍເລກນຶ່ງ ທ່ານນາງ Melania ທຣຳ, ກາງ, ຢືນໃນຂະນະທີ່ໄປຮອດໄປເຖິງ ສະໜາມບິນ Osan ໃນ Pyeongtaek, ເກົາຫຼີໃຕ້, ວັນອັງຄານ, 7 ພະຈິກ 2017.
ປະທານາທິບໍດີສະຫະລັດ ກ່າວວ່າ ທັງສອງປະເທດ ຈະບໍ່ອະນຸຍາດໃຫ້ພຽງຢາງ “ຂົ່ມຂູ່
ຕໍ່ທຸກສິ່ງທີ່ພວກເຮົາໄດ້ສ້າງຂຶ້ນນັ້ນ.” ນັບຕັ້ງແຕ່ທັງສອງຝ່າຍ ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່
ໃນສົງຄາມເກົາຫຼີເມື່ອ 6 ທົດສະວັດຜ່ານມານັ້ນ. ທ່ານໄດ້ກ່າວຫາຜູ້ນຳເກົາຫຼີເໜືອວ່າ
“ທຳການຂົ່ມຂູ່ ຕໍ່ຊີວິດຜູ້ບໍລິສຸດຫຼາຍໆລ້ານຄົນ ທີ່ບໍ່ຈຳເປັນນັ້ນ.”
“ຂ້າພະເຈົ້າເຊື່ອວ່າ ມັນອາດມີຄວາມໝາຍ ສຳຫຼັບເກົາຫຼີເໜືອທີ່ຈະກະທຳໃນສິ່ງ
ທີ່ຖືກຕ້ອງນັ້ນ” ໂດຍເຂົ້າຮ່ວມການເຈລະຈາ ນັ້ນຄືຄຳເວົ້າຂອງທ່ານທຣຳ ແລະທ່ານ
ກ່າວຕື່ມວ່າ “ວໍຊີງຕັນ ແລະ Seoul ແມ່ນເຮັດວຽກຮ່ວມກັນເພື່ອຫາທາງອອກຢ່າງ
ສັນຕິວິທີ ໃນການແກ້ໄຂສະຖານະການກັບເກົາຫຼີເໜືອ.”
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ຊ້າຍ ພົບປະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນສະຖານສະໂມສອນ Kasumigaseki ໃນ Kawagoe, ໃກ້ໆນະຄອນໂຕກຽວ, ວັນອັງຄານ, 5 ພະຈິກ 2017.
ທ່ານທຣຳ ພ້ອມດ້ວຍພັນລະຍາ ທ່ານນາງ Melania ໄດ້ໄປເຖິງທີ່ນັ້ນໃນເຊົ້າວັນ
ອັງຄານມື້ນີ້ ເພື່ອການຢ້ຽມຢາມ ເປັນເວລາ 2 ມື້ ໂດຍຈະເດີນທາງໄປຄ້າຍ Humphrey
ຊຶ່ງເປັນຖານທັບສະຫະລັດ ຕັ້ງຢູ່ປະມານ 100 ຮ້ອຍຫຼັກກິໂລແມັດ ຫ່າງຈາກເຂດ
ປອດທະຫານ ທີ່ແບ່ງແຍກຄອມມູນິສເກົາຫຼີເໜືອ ກັບເກົາຫຼີໃຕ້ທີ່ເປັນປະຊາທິປະໄຕ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢືນຄຽງຄູ່ກັບສະຕີໝາຍເລກນຶ່ງ ທ່ານນາງ Melania Trump, ທີ 2 ຈາກຊ້າຍ, ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ແລະພັນລະຍາ ທ່ານນາງ Akie Abe, ຊ້າຍ, ກ່າວຕໍ່ສະມາຊິກສື່ສານມວນຊົນ ກ່ອນຮັບປະທານອາຫານຄ່ຳ ທີ່ຮ້ານອາຫານ Ginza Ukai Tei, ໂຕກຽວ, 5 ພະຈິກ, 2017.