ຜູ້ພິພາກສາ ດຳເນີນຄະດີ ທ່ານພອລ ແມນນາຝອດ ອະດີດປະທານ ໂຄສະນາຫາສຽງ
ຂອງປະທານາທິບໍດີດໍໂນລ ທຣໍາ ນັ້ນ ກ່າວວ່າ ທ່ານໄດ້ຮັບການຂົ່ມຂູ່ ແລະກຳລັງໄດ້
ຮັບການປ້ອງກັນໂຕ ໂດຍ ເຈົ້າໜ້າທີ່ ຕຳຫຼວດສະຫະລັດ.
ທ່ານແອລລິສ ຍັງໄດ້ປະຕິເສດ ຕໍ່ການຮ້ອງຂໍໂດຍບັນດານັກຂ່າວ ເພື່ອໃຫ້ເປີດເຜີຍ
ບັນດາຊື່ຂອງຄະນະຕຸລາການ ໂດຍອ້າງເຖິງຄວາມເປັນຫ່ວງຕ່າງໆ ທາງດ້ານຄວາມ
ປອດໄພ.
ຄະນະຕຸລາການ ໄດ້ພິຈາລະນາຕັດສິນຄະດີ ເປັນມື້ທີສອງ ໃນວັນສຸກວານນີ້ ໃນຂະ
ນະທີ່ປະທານາທິບໍດີທຣໍາ ກ່າວວ່າການກາດຳເນີນຄະດີ ຂອງທ່ານແມນນາຝອດ ໄດ້
ເປັນທີ່ “ໜ້າເສົ້າໃຈ."
“ຂ້າພະເຈົ້າຄິດວ່າເປັນວັນທີ່ເສົ້າໃຈຫຼາຍ ສຳລັບປະເທດຊາດ ຂອງພວກເຮົາ. ທ່ານ
ມານາຝອດ ໄດ້ເຮັດວຽກໃຫ້ຂ້າພະເຈົ້າເປັນໄລຍະສັ້ນໆ. ແຕ່ທ່ານຮູ້ບໍ່ວ່າ? ທ່ານເປັນ
ຄົນທີ່ດີ. ຂ້າພະເຈົ້າຄິດວ່າມັນເປັນທີ່ເສົ້າໃຈທີ່ເຂົາເຈົ້າກະທຳຕໍ່ທ່ານແມນນາຝອດ.”
ທ່ານທຣໍາໄດ້ຖືກຖາມ ກ່ຽວກັບຄວາມເປັນໄປໄດ້ທີ່ ທ່ານຈະອະໄພຍະໂທດໃຫ້ແກ່ທ່ານ
ແມນນາຝອດ ອາຍຸ 69 ປີ ແຕ່ ທ່ານປະທານາທິບໍດີ ປະຕິເສດທີ່ຈະຕອບຄຳຖາມນັ້ນ.
ອະດີດປະທານຜູ້ໂຄສະນາຫາສຽງ ທ່ານພອລ ແມນນາຝອດ ທີເຫັນເປັນຮູບແຕ້ມຢູ່ໃນສານ .
ຄະນະຕຸລາການ ທີ່ປະກອບດ້ວຍ ຜູ້ຊາຍຫົກຄົນ ແມ່ຍິງຫົກຄົນ ໄດ້ເລີ້ມພິຈາລະນາຕັດສິນຄະດີ ຢູ່ໃນຫ້ອງລັບ ເມື່ອວັນພະຫັດ ຢູ່ທີ່ສານໃນລັດເວີຈີເນຍ ເຊິ່ງໃນລະ
ຫວ່າງນັ້ນ ພວກເຂົາເຈົ້າໄດ້ຖາມ ຜູ້ພິພາກສາ ສີ່ຄຳຖາມ ທີ່ຮວມທັງ ຄວາມກະຈ່າງ
ແຈ້ງໃນຄວາມໝາຍຂອງຄຳວ່າ “ໂດຍປາດສະຈາກຂໍ້ສົງໄສ.”
ພາຍໃຕ້ກົດໝາຍສະຫະລັດ ຄວາມຜິດໃນການຖືກກ່າວຫາ ຕ້ອງໄດ້ພິສູດໃຫ້ “ໝົດ
ຊິ້ນຊຶ່ງຂໍ້ສົງໄສ” ຫຼື ຈະບໍ່ສາມາດຕັດສິນວ່າຜິດໄດ້.
ຮູບແຕ້ມຢູ່ໃນສານຂອງທ່ານຣິກ ເກດສ໌ ທີ່ເປັນພິຍານ ກຳລັງຖືກສອບຖາມ ຈາກທະນາຍຄວາມປ້ອງກັນຂອງທ່ານແມນນາຝອດ ວັນທີ 7 ສິງຫາ 2018.
ສ່ວນຄຳຖາມອື່ນໆນັ້ນ ເຈາະເລິກເຖິງລາຍລະອຽດ ທີ່ສະເພາະເຈາະຈົງ ຂອງຄະດີ
ການສໍ້ໂກງ ພາສີ ແລະທະນາຄານ.
ບັນດາໄອຍະການ ແລະພວກທະນາຍຄວາມປ້ອງກັນ ໄດ້ສະເໜີປິດການໂຕ້ຖຽງໃນ
ວັນພຸດແລ້ວນີ້ ໄອຍະການໄດ້ໂຕ້ຖຽງວ່າ ຊີວິດຂອງທ່ານແມນນາຝອດ "ເຕັມໄປ
ດ້ວຍຄວາມຕົວະ" ໃນຂະນະທີ່ໄດ້ຊື້ສ່ວນນຶ່ງຂອງຄະລືຫາດ ຊຸດນຸ່ງທີ່ມີລາຄາແພງ
ລົດຫຼາຍຄັນ ເຄື່ອງອີເລັກໂຕຣນິກ ແລະສິ່ງຂອງທີ່ມີລາຄາແພງ.