ລັດຖະບານ ທ່ານທຣຳ ຂໍອຸທອນ ຕໍ່ຄຳຕັດສິນ ຍົກເວັ້ນ ຂໍ້ຫາມເດີນທາງ

ທ້າວ Abdullah Alghazali (ຂວາ) ພວມກອດກັບລູກຊາຍ ອາຍຸ 13 ປີຂອງລາວ ທ້າວ Ali Abdullah Alghazali ຫຼັງຈາກເດັກນ້ອຍ ຊາວເຢເມນຄົນນີ້ ມາເຖິງສະໜາມບິນ ສາກົນ John F. Kennedy ໃນນະຄອນນິວຢອກ. (5 ກຸມພາ 2017)

ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ຕ້ອງການ​ໃຫ້​ສານ​ສູງ​ສຸດຂັດຂວາງການ​ຕັດສິນຂອງ
​ຜູ້​ພິພາກສາລັດຖະບານ​ກາງທ່ານ​ນຶ່ງ ທີ່​ໃຫ້​ຍົກເວັ້ນ ພວກ​ພໍ່​ເຖົ້າ​ແມ່​ເຖົ້າຂອງພວກ​ຜູ້​
ຄົນ​ທີ່​ອາ​ໄສ​ຢູ່​ໃນ​ສະຫະລັດ ຈາກ​ບັນຊີ​ລາຍ​ຊື່​ຫ້າມ​ເດີນທາງ ​ຂອງ​ປະທາ ນາທິບໍດີ​ ດໍ​
ໂນ​ລ ທຣຳ.

ກະຊວງ​ຍຸຕິ​ທຳ ​ໄດ້​ຍື່ນ​ການ​ຂໍ​ອຸທອນ​ສຸກ​ເສີນ ​ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ວານ​ນີ້.

ໃນ​ວັນ​ພະຫັດ​ຜ່ານ​ມານີ້ທ່ານ Derrick Watson ຜູ້​ພິພາກສາ​ປະຈຳ​ເຂດ​ຂອງ​ສະຫະ
ລັດທີ່​ນະຄອນ​ໂຮໂນ​ລູລູ​ໄ​ດ້ຂໍ​ຮ້ອງໃຫ້​ໃຊ້​ “ຫຼັກການ​ແບບ​ພື້ນໆ” ​ໃນຂະນະ​ທີ່​ທ່ານ​ຂະ
ຫຍາຍບັນຊີ​ລາຍ​ຊື່​ ຂອງ​ສະມາຊິກ ໃນ​ຄອບຄົວ ທີ່​ໄດ້​ຮັບ​ອະນຸຍາດ ​ຈາກ 6 ປະ​ເທດ
ຊຶ່ງ​ສ່ວນ​ໃຫຍ່​ ເປັນ​ຊາວ​ມຸສລິ​ມ ທີ່​ປະກອບ​ດ້ວຍ​ ອີຣ່ານ, ລີ​ເບຍ, ​ໂຊ​ມາ​ເລຍ, ຊູ​ດານ,
ຊີ​ເຣຍແລະ​ເຢ​ເມນ​ ​ໃຫ້ໄດ້​ຮັບ​ວີ​ຊາ​ເພື່ອ​ມາ​ຫາ​ສະມາ​ຊິກ​ໃນ​ຄອບຄົວ​ຢູ່​ໃນ​ສະຫະລັດ.

ຜູ້​ພິພາກສາ Watson ​ໄດ້​ສັ່ງ​ໃຫ້​ລັດຖະບານ​ ບໍ່​ໃຫ້​ບັງຄັບ​ໃຊ້​ຄຳ​ສັ່ງ​ຫ້າມ​ທີ່​ມີ​ຕໍ່ ພໍ່​ເຖົ້າ
​ແມ່​ເຖົ້າ​ ພວກ​ຫຼານໆ ​ອ້າຍ​ເຂີຍ ​ເອື້ອຍສະ​ໄພ້ ປ້າ ລຸງ ຫຼານສາວ ຫລານຊາຍ ​ແລະ​ພີ່
ນ້ອງ​ຂອງພວກ​ຜູ້​ຄົນ​ທີ່ຢູ່​ໃນ​ສະຫະລັດ.

ນອກ​ນັ້ນ ທ່ານ Watson ຍັງໄດ້​ຕັດສິນ​ວ່າ ພວກ​ອົບ​ພະຍົບ ທີ່​ໄດ້​ຮັບ​ການ​ຄ້ຳປະກັນ
ຈາກ​ອົງການ​ຕັ້ງຖິ່ນ​ຖານຢູ່​ໃນ​ສະຫະລັດ ກໍ​ຄວນ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ​ເຊັ່ນ​ດຽວ​ກັນ.

ສານ​ສູງ​ສຸດ ​ຂອງ​ສະຫະລັດ ​ໄດ້​ຕັດສິນ​ ໃນທ້າຍ​ເດືອນ​ມິຖຸນາ​ຜ່ານ​ມານີ້ວ່າ ລະບຽບ​
ຫ້າມ​ເດີນທາງອາດ​ສາມາດ​ຈັດຕັ້ງປະຕິບັດ ​ໄດ້​ເປັນ​ບາງ​ສ່ວນ ກ່ອນ​ການຮັບ​ຟັງ​ຄຳ​
ໃຫ້ການໂດຍ​ເຕັມ​ຂອງ​ສານ​ສູງ​ສຸດ ກ່ຽວ​ກັບ​ດຳລັດ​ດັ່ງກ່າວ​ໃນ​ທ້າຍປີນີ້.

ສານ​ສູງ​ສຸດ​ຍັງ​ໄດ້​ກ່າວວ່າ ລັດຖະບານຄວນ​ຈະລະ​ງັບໃນ​ການຂັດຂວາງບໍ່​ໃຫ້​ຜູ້​ຄົນ
​ເດີນທາງ​ເຂົ້າມາ​ໃນ​ສະຫະລັດ ຜູ້​ທີ່​ມີ​ຄວາມ​ສຳພັນ​ຢ່າງ​ແທ້ຈິງ ກັບ​ບຸກຄົນ​ຫຼືອົງການ
​ທີ່ຢູ່​ໃນ​ສະຫະລັດ​ແລ້ວນັ້ນ.

ທ່ານ Watson ກ່າວ​ໃນ​ການ​ຕັດສິນ​ຂອງ​ທ່ານ​ວ່າ “ການ​ໃຊ້​ຫຼັກການ​ແບບ​ພື້ນໆ​ເພື່ອ
ສັ່ງ​ການ​ວ່າ ສະມາຊິກ​ໃນ​ຄອບຄົວ​ທີ່​ໃກ້ຊິດ​ ຄວນ​ໄດ້​ຮັບ​ການ​ຈຳກັດ​ຄວາມ​ວ່າ ​ແມ່ນ
​ຮວມທັງ​ພໍ່​ເຖົ້າ​ແມ່​ເຖົ້າ.” ທ່ານ Watson ກ່າວ​ຕື່ມ​ວ່າ “ພໍ່​ເຖົ້າ​ແມ່​ເຖົ້າ ແມ່ນ​ບຸກຄົນ​ທີ່
ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ ຂອງ​ຄຳ​ວ່າ​ສະມາຊິກ​ທີ່​ໃກ້ຊິດ​ທີ່​ສຸດ ໃນ​ຄອບຄົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ