ທີມໂອນອຳນາດ ທ່ານທຣໍາ ແຕ່ງຕັ້ງ 2 ທ່ານ ແຕ່ຍັງຂັດແຍ້ງ ເລື້ອງ ລມຕ ຕ່າງປະເທດ

ປະທານາທິບໍດີທີ່ເລືອກໃໝ່ ທ່ານ Donald Trump ໄດ້ເລືອກ ເອົາ ທ່ານນາງ Kathleen McFarland ເປັນທີ່ປຶກສາຄວາມ ໝັ້ນຄົງແຫ່ງຊາດ ແລະທ່ານ Donald McGahn ເປັນຜູ້ຊ່ວຍ ປະທານາທິບໍດີ ແລະ ທີ່ປຶກສາທຳນຽບຂາວ.

ໃນ​ຂະນະທີ່​ສະ​ມາ​ຊິກ​ ທີມ​ໂອນ​ອຳນາດ​ ຂອງປະທານາທິບໍດີ ​ທີ່​ຖືກ​ເລືອກໃໝ່ ທ່ານ Donald Trump ຍັງ​ອະພິປາຍກັນ​ວ່າ ໃຜ​ຄວນ​ຈະ​ເຂົ້າຮັບໜ້າທີ່​ເປັນລັດຖະມົນຕີ​ຕ່າງ ປະ​ເທດຢູ່​ນັ້ນ ທ່ານ Trump ​ໄດ້​ດຳ​ເນີນ​ການໄປ​ໜ້າ ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍແຕ່ງ​ຕັ້ງຜູ້​ເຂົ້າຮັບ​ຕຳ​ແໜ່​ງອີກ​ສອງທ່ານ.

ທ່ານ​ນາງ Kathleen Troia “KT” McFarland ຈະ​ເຂົ້າ​ຮັບໜ້າ​ທີ່​ເປັນ​ຜູ້​ຮອງ ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດ ​ແລະ​ທ່ານ Donald F. McGahn ຈະ​ຮັບ​ໜ້າ​ທີ່​ຜູ້​ຊ່ວຍ​ປະທານາທິບໍດີ ​ແລະ​ທີ່​ປຶກສາຂອງ​ທຳນຽບຂາວ.

ຕຳ​ແໜ່​ງທັງ​ສອງ​ນີ້ ບໍ່​ຕ້ອງການທີ່​ຈະ​ຕ້ອງ​ໄດ້ຮັບ​ການ​ຢືນຢັນຈາກ​ສະ​ພາ​ສູງ.

ຢູ່​ໃນ​ຖະ​ແຫລງການສະບັບ​ນຶ່ງ ທ່ານ Trump ​ໄດ້​ກ່າວ​ເຖິງ​ປະສົບ​ພະກາ​ນອັນ ກ້ວາງ​ຂວາງ​ແລະພອນ​ສະຫວັນ ຂອງທ່ານນາງ McFarland ​ແລະ​ກ່າວ​ວ່າ ທ່ານ McGahn “ມີຄວາມ​ສະຫລຽວ​ສະຫລາດທາງ​ດ້ານ​ກົດໝາຍ ​ມີ​ບຸກຄະ ລິກລັກສະນະ​ທີ່​ດີ​ເລີດແລະ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງກົດໝາຍ​ລັດຖະທຳ​ມະນູນ.”

​ໂດຍ​ໄດ້ປະ​ເຊີນ​ໜ້າ​ກັບ​ການຖືກ​ຕິຕຽນ​ກ່ຽວ​ກັບການ​ບໍ່​ມີ​ປະສົບພະ​ການໃນ​ການ​ຄັດເລືອກ​ຂັ້ນຕົ້ນນັ້ນ ທ່ານ Trump ພົບ​ເຫັນ​ໃນໂຕ​ຂອງທ່ານນາງ McFarland ອາຍຸ 65 ປີ ຊຶ່ງ​ເປັນ​ຜູ້​ທີ່​ໄດ້​ຮັບ​ໃຊ້​ພາຍ​ໃຕ້​ສາມ​ປະທານາທິບໍດີ​ມາ​ກ່ອນ ​ເຖິງ​ແມ່ນ​ວ່າບໍ່​ໄດ້​ຮັບ​ໃຊ້ ຫຼັງ​ຈາກປະທານາທິບໍດີ Ronald Reagan ມາ​ແລ້ວ​.

ທ່ານ Donald McGahn ຜູ້ທີ່ປະທານາທິບໍດີຖືກເລືອກໃໝ່ ທ່ານ Donald Trump ແຕ່ງຕັ້ງໃຫ້ເປັນທີ່ປຶກສາທຳນຽບຂາວ.

ທ່ານນາງ McFarland ຍັງ​ໄດ້​ເຮັດ​ວຽກ​ເປັນ​ນັກວິ​ເຄາະ​ດ້ານຄວາມ​ໝັ້ນຄົງແຫ່ງ​ຊາດ ​ແລະ​ລາຍ​ງານ​ຂ່າວ​ໃຫ້​ແກ່​ໂທລະ​ພາບ Fox News. ທ່ານ​ນາງ​ໄດ້​ລົງສະ ໝັກ​ ​ແຕ່​ບໍ່​ສຳ​ເລັດ ​ໃນ​ນາມ​ພັກຣີພັບ​ບລິ​ກັນ ​ເອົາ​ສະມາຊິກ​ສະພາ​ສູງ​ລັດ New York ​ໃນ​ປີ 2006.

ຮູບພາບສະແດງໃຫ້ເຫັນ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ຢືນຢູ່ກັບອະດີດ ຜູ້ປົກຄອງລັດ Massschusetts ທ່ານ Mitt Romney ແລະອະດີດເຈົ້າຄອງນະຄອນ New York ທ່ານ Rudy Giuliani.

ທ່ານ McGahn ອະດີດ​ປະທານ​ຄະນະ​ກຳມາທິການ​ເລືອກ​ຕັ້ງ​ລັດຖະບານ​ກາງ ​ໄດ້​ຮັບ​ໜ້າ​ທີ່ເປັນທະນາຍຄວາມ ​ຂອງ​ທ່ານ Trump ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ​ແລະ​ເປັນ​ນຶ່ງໃນ​ສະ​ມາ​ຊິກ ຂອງການຈັດຕັ້ງ​ພັກຣີພັບ​ບລິ​ກັນ ທີ່​ເຫັນ​ພ້ອມ​ກັບ​ຜູ້​ສະໝັກ​ຈາກ​ພາຍ​ນອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ