ລັດຖະມົນຕີ ການຄ້າ ສຫລ ໃຫ້ການ ຕໍ່ ສະພາສູງ

ທ່ານ ວິລເບີຣ໌ ຣອສ (Wilbur Ross) ລັດຖະມົນຕີກະຊວງ ການຄ້າສະຫະລັດ ຈັດເອກກະສານ ໃນຂະນະທີ່ໃຫ້ປາກຄຳ ຕໍ່ຄະນະກຳມະການການເງິນ ກ່ຽວກັບເລື້ອງພາສີ ທີ່ລັດຖະສະພາ, 20 ມິຖຸນາ 2018 ໃນວໍຊີງຕັນ.

ໃນການ​ໃຫ້​ການ ຕໍ່ໜ້າ​ຄະນະ​ກຳມະການຂອງສະພາ​ສູງນັ້ນ ທ່ານ ວິລ​ເບີຣ໌ ຣອສ
(Wilbur Ross) ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ສະຫະລັດ ໃນ​ວັນ​ພຸດ​ວານ​ນີ້ ໄດ້ຮັບ
ມືກັບການຊັກຖາມແລະການຕ້ອງຕິຈາກ​ທັງ​ສອງ​ພັກ​ການ​ເມືອງ ກ່ຽວ​ກັບການເພີ້ມ
ທະວີໃນການຕໍ່ສູ້ທາງດ້ານການຄ້າ ລະຫວ່າງ​ລັດຖະບານ​ຂອງ​ທ່ານ​ທຣຳ ​ກັບ​ຈີນ ​
ແລະບັນດາ​ພັນທະ​ມິດທີ່ສຳຄັນໆຂອງສະຫະລັດ.

“ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ ຈີນ ຕ້ອງການຢາກຈະເຮັດ​ສົງຄາມ​ ຫຼາຍ​ໄປ​ກວ່າ​ພວກ​ເຮົາ,”
ທ່ານຣອສ ​ໄດ້​ກ່າວຕໍ່​ຄະນະ​ກຳມະການ​ການ​ເງິນ​ຂອງ​ສະພາ​ສູງ. “ທັດສະນະໂດຍ​ລວມ
ຂອງ​ປະທານາທິບໍດີ​ທຣຳ ​ແມ່ນ​ວ່າ ສົງຄາມ​ການ​ຄ້າ ​ແມ່ນ​ໄດ້ເສຍໄຊ​ໄປ​ແລ້ວ ​ເມື່ອ
2 ປີ ກ່ອນ. ນີ້​ແມ່ນ​ຄວາມ​ພະຍາຍາມ ທີ່​ຈະ​ແກ້​ໄຂ​ຜົນ​ຮັບທີ່ຍັງ​ບໍ່ພໍ​ໃຈນັ້ນ.​”

ບັນດາ​ສະມາຊິກ​ສະພາ​ສູງ ຕອບ​ຮັບ​ດ້ວຍຄວາມ​ສົງໄສ ​ແລະ​ໃນ​ບາງຄັ້ງ​ນັ້ນ ກໍໄດ້
ກ່າວ​ເຍາະ​ເຍີ້​ຍຕໍ່ການກ່າວປ້ອງຂອງລັດຖະມົນຕີ​ການ​ຄ້າ ກ່ຽວກັບການປະກາດ
ໃນເກັບ​ພາສີໃໝ່ ຫຼື​ບໍ່ກໍກຳລັງພິຈາລະນາ ຕໍ່ການນຳເຂົ້າ ນັບແຕ່​ເຫຼັກ​ກ້າ​ ​ໄປ​ຈົນ​ເຖິງ​
ລົດຍົນ.

“ລົດຍົນ​ຄັນ​ນຶ່ງ​ບໍ່​ແມ່ນ​ກະປອງແກງ, ທ່ານ​ລັດຖະມົນຕີ,” ປະທານ​ຄະນະ​ກຳມະການ
ທ່ານ​ອໍຣີນ ​ແຮັຈ (Orrin Hatch) ຈາກ​ລັດ​ຢູທາ ​ໄດ້​ກ່າວ​ໄວ້ ​ແລະ​ໄດ້​ກ່າວ​ຕໍ່​ໄປ​ວ່າ
“ການ​ເກັບ​ພາສີ​ເຫຼົ່ານີ້ ບໍ່​ໄດ້​ໃຫ້ການສະໜັບສະໜູນ ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງສະຫະລັດ. ແຕ່ກັບ​ກັນ ພວກ​ມັນ​ແມ່ນສ້າງຄວາມເສຍຫາຍໃຫ້ແກ່​ອຸດສາຫະກຳ​ສະຫະລັດ, ສ້າງຄວາມເສຍຫາຍໃຫ້ແກ່​ເສດຖະກິດ​ຂອງ​ພວກ​ເຮົາ, ສ້າງຄວາມເສຍ
ຫາຍໃຫ້ແກ່ຜູ້ບໍລິໂພກ​ຊາວ​ອາ​ເມຣິກັນ​, ​ແລະ​ຍັງໄດ້​ກໍ່ກວນ​ສາຍ​ພົວພັນ​ກັບ​ພັນທະ​ມິດ​
ທີ່​ມີ​ມາຍາ​ວນານ​ຂອງພວກ​ເຮົາ​ນັ້ນ.”

“ມັນ​ເບິ່ງ​ວ່າ ພວກ​ເຮົາ ມີ​ລັດຖະບານ​ທີ່​ບໍລິຫານງານ​ເລື້ອງ​ເສດຖະກິດໂດຍຖືເອົາການ
ຄ້າເປັນໃຫຍ່, ຊຶ່ງ​ເປັນ​ການ​ກົງກັນຂ້າມ​ກັບ​ລະບົບ​ເສດຖະກິດເສລີ,”
ນັ້ນຄືຄຳເວົ້າຂອງ
ທ່ານ ຊັກ ຄຣາຊຊີ ​ສະມາຊິກ​ພັກ​ລີ​ພັບບລີ​ກັນ ຈາກ​ລັດ​ໄອ​ໂອວາ ທີ່​ໄດ້ກ່າວ​ໄວ້.

ປະທານຄະນະກຳມະການ ທ່ານອໍຣີນ ແຮັຈ (Orrin Hatch), ຈາກລັດຢູທາ, ກ່າວໃນການໃຫ້ການ ກ່ຽວກັບການເກັບພາສີ ທ່ານວິລເບີຣ໌ ຣອສ (Wilbur Ross), ທີ່ລັດຖະສະພາ, 20 ມິຖຸນາ 2018 ໃນວໍຊີງຕັນ.

ທ່ານຣອສ ​ໄດ້​ປະກາດ​ວ່າ ມີ​ຫຼາຍ​ກວ່າ 20,000 ບໍລິສັດ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ
ອະນຸ​ໂລມ ​ໂດຍ​ອະນຸຍາດ ​ໃຫ້​ພວກ​ເຂົາ​ນຳ​ເຂົ້າ​ເຫຼັກ​ກ້າ ​ໂດ​ຍປາດ​ສະ​ຈາກ​ການ​ເກັບ
​ພາສີ​ໃດໆ, ຊຶ່ງ​ມີ​ປະມານ 42 ບໍລິສັດ​ ທີ່​ໄດ້​ຮັບ​ການ​ອະນຸມັດ​ແລ້ວມາຈົນ​ເຖິງ​ປັດຈຸບັນ​ນີ້.
ທ່ານ​ຍອມຮັບ​ວ່າ ລາຄາ​ເຫຼັກ​ກ້າ ​ແມ່ນ​ໄດ້ສູງ​ຂຶ້ນ​ຢູ່​ໃນ​ສະຫະລັດ ໂດຍໄດ້ສ້າງຄວາມເສຍ
ຫາຍໃຫ້ແກ່ອຸດສາຫະກຳ​ພາຍ​ໃນຈຳນວນນຶ່ງ. ​ແຕ່​ທ່ານ​ໄດ້​ກ່າວ​ວ່າ ພາສີ​ນັ້ນ ບໍ່​ແມ່ນ​ສິ່ງ​
ຕົ້ນ​ຕໍ່ ທີ່​ພວກ​ເຮົາ​ຈະຖິ້ມໂທດໃສ່.

“ມັນ​ໄດ້​ມີ​ການຄາດຄະເນກັນຫຼາຍໆຢ່າງ ເຊັ່ນ​ການ​ເກັບ​ຮັກສາ, ທີ່​ງົດ​ສິນຄ້າ​ທັງຫຼາຍ​
ຈາກ​ຕະຫຼາດ,”
ນັ້ນຄືຄຳເວົ້າຂອງລັດຖະມົນຕີ​ການ​ຄ້າ ​ໄດ້​ກ່າວໄວ້, ແລະທ່ານ​ໄດ້​ກ່າວ
ເພີ້​ມ​ວ່າ ​ລັດຖະບານກຳລັງສືບສວນເບິ່ງວ່າ “​ມີ​ພວກ​ຜູ້​ຄົນ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຢ່າງ​
ຖືກຕ້ອງ​ຊອບ​ທຳ”
ຈາກເລື້ອງ​ພາສີ​ຫລືບໍ່.

ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດຈາກ​ລັດ​ໂຄ​ໂລຣາ​ໂດ ທ່ານ ​ໄມໂກ ​ເບັນ​ແນັຕ
​ເຫັນ​ວ່າ ພາສີ​ນີ້​ລະ ​ເປັນ​ສິ່ງ​ທີ່​ຄວນ​ຖືກ​ຕ້ອງຕິ ທີ່ເຮັດໃຫ້ຕົ້ນທຶນສູງ​ຂຶ້ນ, ໃນເມື່ອວ່າ
ການ​ເອົາ​ມາດ​ຕະການ​ແບບ​ລົງໂທດ ຊຸກຍູ້ໃຫ້ມີການເກັງກຳໄລເກີດຂຶ້ນ. ທ່ານ ເບັນ​ແນັຕ
ຍັງ​ໄດ້​ສະແດງຄວາມຢ້ານກົວ​ເຖິງ​ການ​ເກັບ​ພາສີ​ຂອງ​ສະຫະລັດ ຕໍ່ການ​ນຳ​ເຂົ້າ​ເຫຼັກກ້າ
​ຂອງກາ​ນາ​ດາ ຫຼັງ​ຈາກ​ທີ່​ທ່ານຣອສ ​ໄດ້​ຍອມຮັບ​ວ່າ ສະຫະລັດ ​ແມ່ນ​ບໍ່​ໄດ້ຂາດດຸນ​
ການ​ຄ້າ ​ກັບກາ​ນາ​ດາກ່ຽວກັບຜະລິດຕະພັນດັ່ງກ່າວ ​ໃນ​ຄວາມເປັນ​ຈິງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ລັດຖະມົນຕີກະຊວງການຄ້າ ໃຫ້ການ ຕໍ່ສະພາສູງ

Your browser doesn’t support HTML5

Lawmakers Grill Commerce Secretary Over Escalating Trade Battles