ປ. ທຣໍາ ສັນຍາ ທີ່ຈະຫັນປ່ຽນ ຄວາມໂສກເສົ້າ ໄປສູ່ ການປະຕິບັດງານ ກ່ຽວກັບ ການຍິງກັນ ຢູ່ໂຮງຮຽນ

ປະທານາທິບໍດີ ດໍໂນລ ທຣໍາ ກ່າວຢູ່ກອງປະຊຸມ ກັບບັນດາສະມາຊິກ ສະມາຄົມຜູ້ປົກຄອງລັດ ທີ່ຫ້ອງຮັບປະທານອາຫານ ທີ່ທຳນຽບຂາວ ນະຄອນຫລວງວໍຊິງຕັນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ປົກຄອງລັດຕ່າງໆວ່າ
ທ່ານ​ຈະ​ເຊັນ​ຄຳ​ສັ່ງ​ຫ້າມ​ການ​ຂາຍ​ກົນ​ໄກ ທີ່ສາມາດເຮັດໃຫ້ອາວຸດ​ຍິງ​ໄດ້ໄວຂຶ້ນ ​ບໍ່ສຳ
ຄັນ​ວ່າ​ລັດຖະສະພາ​ຈະເອົາບາດກ້າວນີ້ຫລື​ບໍ່​ກໍຕາມ.

ປະທານາທິບໍດີ​ທຣໍາກ່າວ​ວ່າ “ລູກປືນ​ຍິງ​ອອກ​ມາ​ໄວ ​ແຕ່​ທ່ານ​ບໍ່​ຮູ້​ວ່າ ​ລູກປືນ​ເຫລົ່າ​ນັ້ນ
​ໄປໃສ. ​ເພາະສະ​ນັ້ນ​ພວກ​ເຮົາ​ຈະ​ບໍ່​ໃຫ້ໃຊ້. ຂ້າພ​ະ​ເຈົ້າ​ບໍ່​ສົນ​ຖ້າ​ຫາກ​ວ່າ​ລັດຖະສະພາ​ຈະເອົາມາດຕະການຫຼືບໍ່. ຂ້າພະ​ເຈົ້າ​ຈະ​ລົບ​ລ້າງດ້ວຍ​ຕົນ​ເອງ.”

ມືປືນ​ທີ່​ສັງຫານຫລາຍ​ກວ່າ 50 ຄົນ ​ໃນ​ເມືອງ ລາສ ​ເວ​ກັສ ​ໃນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ​ໄດ້
​ໃຊ້​ເຄື່ອງ​ອຸ​ບປະກອນ​ທີ່​ຮ້ອງ​ວ່າ ບໍາ ສະ​ຕ້ອກ (bump stock) ທີ່​ເຮັດໃຫ້​ປືນ​ເຄິ່ງອັດຕະ​
ໂນ​ມັດ ສາມາດ​ຢິງລູກ​ກະ​ສຸນໄດ້ເພີ້ມຂຶ້ນ ​ໃນ​ເວລາ​ອັນ​ສັ້ນໆ.

ປະທານາທິບໍດີ​ທຣໍາ ​ໄດ້​ຈັດ​ກອງ​ປະຊຸມ​ກັບ​ບັນດາ​ຜູ້ປົກຄອງ​ລັດ ​ໃນ​ວັນ​ຈັນ​ວານ​ນີ້​ເພື່ອ​ສົນທະນາຫາລື​ກ່ຽວ​ກັບ​ຊ່ອງທາງ​ປ້ອງ​ກັນ​ການ​ສັງຫານໝູ່ຢູ່ທີ່​ໂຮງຮຽນ​ອີກ ສອງອາທິດ
ຫລັງ​ຈາກ​ທີ່​ອ​ະດີດ​ນັກຮຽນຜູ້​ມີ​ບັນຫາ​ໄດ້​ຖືກ​ກ່າວ​ຫາຍິງ​ສັງຫານ 17 ຄົນ​ ໃນ​ເມືອງ​ພາກ​
ແລນ ລັດ​ຟລໍຣິດາ.

ປະທານາທິບໍດີ​ທຣໍາກ່າວ​ວ່າ ມັນເຖິງເວລາແລ້ວ ​“​ທີ່ຈະ​ຫັນປ່ຽນ​ຄວາມ​ໂສກ​ເສົ້າ​ຂອງ
​ພວກ​ເຮົາ​ເຂົ້​າໄປສູ່​ການ​ປະຕິ​ບັດ.” ຂໍ້​ສະ​ເໜີ​ຂອງ​ທ່ານແມ່ນ​ຮວມທັງ​ຄວາມເປັນ​ໄປ​ໄດ້ ​
ທີ່ຈະຕິດ​ອາວຸດໃຫ້​ພວກນາຍຄູທີ່ຖືກ​ເລືອກ​ຈຳນວນນຶ່ງ ​ແລະ​ພະນັກງານ​ ໂຮງຮຽນຜູ້ທີ່​
ຈະ “​ໄດ່້​ຮັບ​ການ​ເຝິກ​ແອບເປັນຢ່າງ​ດີ ແກ່​ພວກ​ທີ່​ມີ​ພອນ​ສະ ຫວັນຕາມທຳມະຊາດເຊັ່ນ
ພວກ​ຕີ​ເບ​ສບອນ ຫຼື​ຕີ​ກັອ​ຟ.”

ປະທານາທິບໍດີ​ກ່າວ​ວ່າ ໂຮງຮຽນໃດ​ທີ່ເປັນ​ເຂດປອດອາວຸດ ​ແມ່ນເປັນການເຊື້ອເຊີນ
​ໃຫ້ຄົນ “ຜີບ້າ ໄປ​ທີ່​ນັ້ນ​.”

Your browser doesn’t support HTML5

US Lawmakers Face Pressure to Stem Gun Violence

ຜູ້​ປົກຄອງ​ລັດ​ວໍຊິງ​ຕັນ ທີ່ສັງກັດພັກ​ເດໂມ​ແຄຣັດ ທ່ານ​ເຈ ອິນ​ສລີ ບໍ່​ເຫັນ​ພ້ອມ​ຢ່າງ​ແຮງ
​ຕໍ່​ຂໍ້​ສະ​ເໜີ​ຂອງປະທານາທິບໍດີ​ທຣໍາທີ່ຈະ​ຕິດ​ອາວຸດ​ໃຫ້​ແກ່​ພວກ​ນາຍ ຄູ. ທ່ານ​ກ່າວ​ວ່າ
ທ່ານ​ໄດ້ໂອ້​ລົມ​ກັບ​ບັນດາ​ຄູ​ອາຈານ​ຫລາຍຄົນ ຜູ້​ທີ່​ກ່າວ​ວ່າ​ເຂົາ​ເຈົ້າ​ບໍ່​ຕ້ອງການ​ຢາກ​ຖື​
ອາວຸດ ​ແລະ​ຕຳຫລວດ​ຜູ້​ທີ່ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ຢາກທີ່​ຈະ​ຕ້ອງ​ໄດ້ເຝິ​ກແອບ ​ໃຫ້​ເຂົາ​ເຈົ້າ.

ຮູບພາບເຈົ້າໜ້າທີຕຳຫລວດ ສະກັອຕ໌ ປີເຕີສັນ ລະຫວ່າງກອງປະຊຸມທີເມືອງ ໂບຣວາດ ລັດຟລໍຣິດາ.

ທ່ານ​ອິນ​ສລີໄດ້​ກ່າວ​ຕໍ່​ປະທານາທິບໍດີ​ທຣໍາວ່າ “ພວກ​ເຮົາ​ຈຳ​ເປັນ​ຕ້ອງໄດ້ຮັບ​ຟັງວ່າ ບັນ
ດາ​ຄູ​ອາຈານຄວນ​ເປັນ​ຜູ້​ສິດສອນ ​ແລະ​ເຂົາ​ເຈົ້າ​ບໍ່​ຄວນ​ຈະເປັນຜູ້ຮັບຜິດ ຊອບຫຼາຍໄປ​
ກວ່າ​ ການສິດສອນທີ່ດຸເດືອດໃຫ້​ແກ່​ແກ່​ບັນດາ​ຫ້ອງ​ຮຽນ​ຊັ້ນປໍ​ນຶ່ງ.”

ຫົວໜ້າຕຳຫລວດເມືອງໂບຣວາດ ທ່ານສະກັອຕຕໍ່ ອິສຣາແອລ ກ່າວຢູ່ກອງປະຊຸມເມືອງ ທີ່ຊັນຣາຍສ໌ ລັດຟລໍຣິດາ.

ຕໍ່​ມາ​ໃນ​ວັນ​ຈັນວານນີ້ ​ໂຄສົກທຳນຽບຂາວທ່າ​ນນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີສ໌ ​ໄດ້​ກ່າວ
​ວ່າ ປະທານາທິບໍດີ​ທຣໍາກຳລັງຮັບ​ຟັງສຽງ​ ຈາກ​ທຸກ​ພັກ​ຝ່າຍ​ໃນການ​ອະພິປາຍກ່ຽວກັບ
ເລື້ອງປືນ ນັບແຕ່​ຊ້າຍ​ສຸດ​ໄຫ​ຫາ​ຂວາ​ຈັດ ​ແລະ​ພວກ​ທີ່ຢູ່​ທາງ​ກາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ