ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ໄດ້ສັ່ງໃຫ້ທົບທວນໃນທັນທີວ່າ ກະຊວງຍຸຕິທຳ
ແລະອົງການສັນຕິບານກາງຫຼື FBI ໄດ້ຕອບຮັບແບບໃດໃນການເຕືອນ ກ່ຽວກັບການ
ສັງຫານໝູ່ທີ່ອາດເກີດຂຶ້ນນັ້ນ.
ການທົບທວນດັ່ງກ່າວ ໄດ້ມີຂຶ້ນຫຼັງຈາກອົງການ FBI ໄດ້ຍອມຮັບ ໃນວັນສຸກວານນີ້ວ່າ
ອົງການ FBI ໃນຖານະທີ່ເປັນຜູ້ພິທັກກົດໝາຍສຳຄັນສຸດຂອງປະເທດ ບໍ່ໄດ້ເອົາໃຈ
ໃສ່ພຽງພໍ ໃນການເຕືອນກ່ຽວກັບມືປືນ ຜູ້ທີ່ໄດ້ສັງຫານ 17 ຄົນແລະອີກ 14 ຄົນໄດ້ຮັບ
ບາດເຈັບ ຢູ່ທີ່ໂຮງຮຽນແຫ່ງນຶ່ງໃນລັດຟລໍລິດາໃນວັນພຸດທີ່ຜ່ານມານີ້.
ລັດຖະມົນຕີຍຸຕິທຳ ທ່ານແຈັຟ ແຊັສຊັນສ໌ ກ່າວຢູ່ໃນຖະແຫລງການຕ້ອງຕິອົງການ
FBI ວ່າ “ນີ້ແມ່ນຮວມທັງ ຫລາຍໄປກວ່າ ການທົບທວນທີ່ຜິດພາດ ແຕ່ຍັງເປັນການ
ທົບທວນຄືນວ່າພວກເຮົາໄດ້ຕອບຮັບຢ່າງໃດ. ນີ້ຈະຮວມທັງຄວາມ ເປັນໄປໄດ້ໃນ
ການປຶກສາຫາລືກັບບັນດາສະມາຊິກໃນຄອບຄົວ ພວກເຈົ້າໜ້າທີ່ຈິດຕະແພດ ເຈົ້າ
ໜ້າທີ່ໂຮງຮຽນ ແລະເຈົ້າໜ້າທີ່ປະຕິບັດກົດໝາຍທ້ອງຖິ່ນ.
ຜູ້ປົກຄອງລັດຟລໍຣິດາ ທ່ານຣິກ ສະກັອດ ກ່າວຢູ່ກອງປະຊຸມ ທີ່ ມັດທະຍົມ ມາຣໂຈຣີ ສະໂຕນແມນ ດັກລັສ ຢູ່ເມືອງພາກແລນ ລັດຟລໍຣິດາ ວັນທີ 14 ກຸມພາ 2018.
ອົງການສັນຕິບານກາງຮັບຮູ້ໃນວັນສຸກວານນີ້ວ່າ “ຕົນບໍ່ໄດ້ປະຕິບັດຕາມ “ລະບຽບ
ການ” ທີ່ມີການຈັດຕັ້ງ ຫລັງຈາກໄດ້ຮັບຂໍ້ມູນກ່ຽວກັບມືປືນ ທ້າວນິໂກລັສ ຄຣູສ ຢູ່ໃນການແຈ້ງຂ່າວດ່ວນຂອງປະເທດ. ອົງການ FBI ກ່າວວ່າຜູ້ໃດຜູ້ນຶ່ງທີ່ໃກ້ຊິດກັບ
ທ້າວຄຣູສ ໄດ້ປະຂໍ້ມູນໄວ້ ເມື່ອວັນທີ 5 ເດືອນມັງກອນ ກ່ຽວກັບຄວາມປາດຖະໜາ
ຂອງຊາຍໜຸ່ມຄົນນີ້ ທີ່ຈະຂ້າຄົນ ແລະລາຍລະອຽດທີ່ລົບກວນຈິດໃຈຕ່າງໆ.
ປະທານາທິບໍດີດໍໂນລ ທຣໍາ (ກາງ) ຕິດຕາມດ້ວຍສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣໍາ (ຂວາ) ແລະ ດຣ. ອີກໍ ນິຈິໂປເຣັນໂກ (ຊ້າຍ) ກຳລັງຢ້ຽມຢາມບັນດາຜູ້ເຄາະຮ້າຍ ຢູ່ໂຮງຮຽນທ້ອງຖິ່ນ ໃນເມືອງ ປອມປາໂນ ບິຈ ລັດຟລໍຣິດາ ວັນທີ 16 ກຸມພາ, 2018.
ຫ້ອງການທ້ອງຖິ່ນຂອງອົງການ FBI ຢູ່ນະຄອນໄມອາມີ ບໍ່ໄດ້ຮັບຂໍ້ມູນກ່ຽວກັບການ
ເຕືອນດັ່ງກ່າວ ຊຶ່ງທ່ານໂຣເບີດ ລາສກີ້ ເຈົ້າໜ້າທີ່ສືບລັບພິເສດ ທີ່ເປັນຜູ້ກຳກັບ ຢູ່ທີ່
ນັ້ນ ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາຂໍສະແດງຄວາມເສົ້າສະຫຼົດ ໃຈຢ່າງແທ້ຈິງ
ຕໍ່ຄວາມເຈັບປວດເພີ້ມຕື່ມໃດໆທີ່ເຫດການດັ່ງກ່າວໄດ້ສ້າງຂຶ້ນ.”
ພາບວີດີໂອ ທ້າວນິໂກລັສ ຄຣູສ ກຳລັງປາກົດໂຕຕໍ່ໜ໊າຜູ້ພິພາສາ ທ່ານນາງ ຄິມ ເທຣີສາ ໂມລລິກາ ທີເມືອງໂບຣວາດ ລັດຟລໍຣິດາ.
ຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ເວຣ ກ່າວຢູ່ໃນຖະແຫລງການໃນວັນ
ສຸກວານນີ້ວ່າ ທ່ານຈະອຸທິດເວລາ “ທີ່ຈະຊອກຫາຕົ້ນຕໍ” ຂອງເລື້ອງນີ້ແລະພວກພະ
ນັກງານຂອງອົງການ FBI ແມ່ນ “ພາກັນໝັ້ນໝາຍຢ່າງບໍ່ລົດລະທີ່ຈະປັບປຸງທັງໝົດ
ນັ້ນຄືສິ່ງທີ່ພວກເຮົາປະຕິບັດ ແລະພວກເຮົາຈະປະຕິບັດຢ່າງໃດ.”
ຕຳຫລວດກຳລັງລາດຕະເວນຢູ່ເຂດ ມັດທະຍົມ ມາຣໂຈຣີ ສະໂຕນແມນ ດັກລັສ ຢູ່ເມືອງພາກແລນ ລັດຟລໍຣິດາ
ຜູ້ປົກຄອງລັດຟລໍລິດາ ທ່ານຣິກ ສະກັອດ ຮຽກຮ້ອງໃຫ້ປົດທ່ານເວຣອອກຈາກໜ້າ
ທີ່ໂດຍກ່າວວ່າ ພວກເຈົ້າໜ້າທີ່ຂອງທ່ານ “ບໍ່ໄດ້ເອົາມາດຕະການ ຕໍ່ຄາດຕະກອນ
ດັ່ງກ່າວ ເປັນທີ່ຮັບເອົາບໍ່ໄດ້. ທ່ານສະກັອດ ກ່າວຢູ່ໃນຖະແຫລງການ ໃນວັນສຸກ
ວານນີ້ວ່າ ອົງການ FBI ໄດ້ຍອມຮັບວ່າ ມີຄົນໄດ້ຕິດຕໍ່ ໄປຫາ ເມື່ອເດືອນແລ້ວນີ້
ເພື່ອເຕືອນໃຫ້ເຂົາເຈົ້າຮູ້ ກ່ຽວກັບ ທ້າວຄຣູສທີ່ມີຄວາມປະສົງຢາກຈະຂ້າຄົນແລະ
ຄວາມເປັນໄປໄດ້ ທີ່ລາວຈະຍິງສັງຫານຢູ່ທີ່ໂຮງຮຽນ.”
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Shooting Victims