ປ. ທຣໍາ ຢືນຢັນວ່າ ສະຫະລັດ ສະໜັບສະໜູນ ອົງການ NATO

ປະທານາທິບໍດີ Donald Trump ກຳລັງຮັບປະທານອາຫານ ທ່ຽງກັບທະຫານ ​ຢູ່​​ກອງ​ບັນຊາ​ການ​ກຳລັງ ສະຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ຫລື CENTCOM​ ທີ່ລັດ Florida.

ປະທານາທິບໍດີສະຫະລັດ ທ່ານ Donald Trump ​ໄດ້ຢືນຢັນ​ອີກ​ຄັ້ງນຶ່ງ​ໃນ ການ​ໃຫ້​ຄວາມ​ສະໜັບສະໜູນ​ ​ອົງການ NATO ​ໃນ​ຂະນະ​ທີ່ຮຽກ​ຮ້ອງ ​ໃຫ້​ບັນດາ​ພັນທະ​ມິດຈ່າຍ​ເງິນ​ໃນສ່ວນ​ຂອງ​ເຂົາ​ເຈົ້າຮັບຜິດຊອບ ​ໃນ​ຂະນະ​ທີ່​ທ່ານ​ໄດ້​ກ່າວຄຳ​ປາ​ໄສ ​ໃນ​ວັນ​ຈັນ​ວານ​ນີ້ ຕໍ່ພວກ​ທະຫານ​ຢູ່ກອງ​ບັນຊາ​ການ​ກຳລັງ ສະຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ຫລື CENTCOM​.

ປະທານາທິບໍດີ Trump ​ໄດ້​ກ່າວໃນລະຫວ່າງ​ການ​ໄປ​ຢ້ຽມຢາມ​ເທື່ອ​ທຳ​ອິດທີ່ກອງ​ບັນ
ຊາ​ການ CENTCOM ທີ່​ຮວມ​ທັງ​ລາຍ​ງານ​ຕໍ່​ບັນດາ​ຜູ້ນຳ​ທະຫານວ່າ “ພວກ​ເຮົາ​ສະໜັບ
ສະໜູນອົງການ NATO ຢ່າງແຂງ​ຂັນ. ພວກ​ເຮົາ​ພຽງ​ແຕ່ວ່າ ຢາກ​ໃຫ້ສະມະ​ຊິກອົງການ NATO ທັງ​ໝົດຈ່າຍເງິນ​ເຂົາ​ໃນ​ສ່ວນ​ທີ່​ຮັບຜິດຊອບ​ ຂອງ​ພວກ​ເຂົາ​ເຈົ້າ​ໂດຍ​ເຕັມ​ແລະ​ຢ່າງ​ຖືກຕ້ອງແກ່ອົງການ​ພັນທະມິດ NATO ຊຶ່ງ​ຫຼາຍປະ​ເທດ​ໃນ​ບັນດາ​ສະມາຊິກ​ນັ້ນ​ບໍ່​ໄດ້​ປະຕິບັດ.”

Your browser doesn’t support HTML5

Trump: Will Defeat ISIS, ‘Radical Islamic Terrorists’

ປະທານາທິບໍດີ Trump ກ່າວ​ໃນ​ລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງເປັນ​ປະທານາ ທິບໍດີວ່າ NATO ​ເປັນ​ການ​ທີ່ ​“ລ້າ​ສະ​ໄໝ” ​ແລະ​ໄດ້​ສະ​ເໜີ​ແນະ​ວ່າ ສະຫະລັດ ຈະ​ມາ​ຊ່ວຍປົກ​ປ້ອງ​ສະມາຊິກ ກໍ​ຕໍ່​ເຂົາ​ເຈົ້າ​ໄດ້ “​ເຮັດ​ຫລ້ອນພັນທະ​ຂອງ​ພວກ ​ເຂົາ​ເຈົ້າ​”

ຢູ່ໃນ​ຄຳ​ປາ​ໄສຂອງ​ທ່ານ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ໄດີມີ​ຂຶ້ນຫລັງ​ຈາກ​ການ​ກິນ​ເຂົ້າທ່ຽງ​ກັບບັນ ດາ​ສະມາຊິກກອງທັບ​ບົກ ກອງທັບ​ເຮືອ ກອງທັບ​ອາກາດ ​ແລະ​ທະຫານ​ນາ​ວິກ​ະ​ໂຍທິນ​ແລ້ວ ທ່ານ Trump ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ດູ​ແລ​ທະຫານ​ຜ່ານ​ເສິກ​ຂອງ​ປະ​ເທດ​ເປັນ​ຢ່າງ​ດີ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ລົງ​ທຶນ​ເປັນ​ປະຫວັດ​ຫານ ຢູ່​ໃນ​ກອງທັບ​ຂອງ​ສະຫະລັດ ​ແລະ​ສະ​ແດງ​ໃຫ້​ໂລກ​ທັງ​ໝົ​ດ​ເຫັນ​ວ່າ ຊາວ​ອາ​ເມຣິກັນ​ຢືນ​ຢູ່​ກັບພວກ​ທີ່ໄດ້ ລຸກຂຶ້ນປົກປ້ອງ​ສິດ​ເສລີພາບ.”

ປະທານາທິບໍດີ Donald Trump ຍ່າງຜ່ານ ປະທານເສນາທິການຮ່ວມຂອງກອງທັບ ສະຫະລັດ ນາຍພົນ Joseph Dunford, ຊ້າຍ, ແລະ ທີ່ປຶກສາຄວາມປອດໄພແຫ່ງຊາດ ທ່ານ Michael Flynn.

ນອກ​ນັ້ນ ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ “​ເອົາ​ຊະນະພວກ​ຫົວ​ຮຸນ​ແຮງ​ກໍ່​ການ​ຮ້າຍອິສລາມ” ​ແລະ​ບໍ່ປ້ອງກັນ​ບໍ່​ໃຫ້​ມັນ​ຝັງຮາກ​ຢູ່​ໃນ​ສະຫະລັດ. ທ່ານ Trump ບໍ່​ໄດ້​ກ່າວ​ເຖິງ​ການຟ້ອງ​ຮ້ອງຢ່າງ​ເປັນ​ການສະ​ເພາະ​ເຈາະ​ຈົງ​ໃນ​ການ​ຕໍ່ສູ້​ຢູ່​ສານ ກ່ຽວ​ກັບດຳລັດ​ສັ່ງ​ໃຫ້ໂຈະ​ໃນ​ການ​ຮັບ​ເອົາ​ອົບ​ພະຍົບ​ເຂົ້າ​ມາ ​ແລະ​ປະຊາຊົນ​ຈາກ​ເຈັດ​ປະ​ເທດ ​ແຕ່​ກ່າວ​ວ່າ ​ສະຫະລັດ ​ຕ້ອງການ​ນະ​ໂຍບາຍ​ຮັບ ​ເອົາ “ຄົນ​ຜູ້​ທີ່​ຮັກ​ຫອມເຮົາ” ​ແລະ​ບໍ່​ໃຫ້​ຄົນ​ຜູ້​ທີ່ “ຕ້ອງ​ການ​ຢາກ​ທຳລາຍ​ເຮົາ.” ນັ້ນ​ເ​ຂົ້າມາ.

ກອງ​ບັນຊາ​ການ CENTCOM ມີຄວາມ​ຮັບຜິດຊອບຕໍ່​ການ​ປະຕິບັດ​ງານ​ທາງ​ທະຫານ​ຢູ່ ພາກຕາ​ເວັນ​ອອກ​ກາງ ​ແລະ​ເຂດ​ເອ​ເຊຍ​ກາງ.

ກອງ​ບັນຊາ​ການ CENTCOM ເປັນ​ຜູ້​ກຳກັບ​ການ​ບຸກ​ໂຈມ​ຕີ​ຫວ່າງ​ມໍ່ໆ​ມາ​ນີ້ ຂອງ​ກຳລັງ​ທະຫານ​ສະຫະລັດ ທີ່​ຄ້າຍຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ເຢ​ເມນ ທີ່​ເຮັດ​ໃຫ້ໜ່ວຍ​ກ້າ​ຕາຍ Navy Seal ສະຫະລັດ​ຄົນ​ນຶ່ງ​ເສຍ​ຊີວິດ.

ສົບ​ຂອງໜ່ວຍ​ກ້າ​ຕາຍ Navy Seal ທ່ານ Ryan Owens ​ໄດ້​ຖືກ​ສົ່ງ​ກັບ​ຄືນ​ມາ​ໃນ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ທີ່​ຖານ​ທັບ​ອາກາດ Dover ບ່ອນ​ທີ່​ປະທານາທິບໍດີ Trump ​ໄດ້​ໄປ​ຢ້ຽ​ມຢາມ​ຢ່າງ​ບໍ່​ໄດ້​ປະກາດໃຫ້​ຊາບລ່ວງ​ໜ້າ ​ເພື່ອ​ໄວ້ອາ​ໄລ.

ສະມາຊິກ​ທະຫານ​ອີກ​ສາມ​ຄົນ​ ໄດ້​ຮັບ​ບາດ​ເຈັບ ​ເວລາ​ເຮືອບິນ​ເຂົາ​ເຈົ້າ​ໄດ້ “​ລົງ​ຈອດ​ຢ່າງ​ແຮງ” ຢູ່​ບ່ອນ​ປະຕິບັດ​ງານຂອງ​ພວກ​ເຂົາ​ເຈົ້ານັ້ນ.

ອ່ານຂ່າວນີ້ເພີ້ມະເປັນພາສາອັງກິດ

Your browser doesn’t support HTML5

Trump CENTCON