ປະທານາທິບໍດີດໍໂນລ ທຣໍາ ໃນວັນສຸກມື້ນີ້ ຈະເລີ້ມປັບປ່ຽນຄືນການເອົາມາດຕະການ
ຈຳນວນນຶ່ງຂອງປະທານາທິບໍດີຄົນກ່ອນທີ່ໝາຍເຖິງການພົວພັນກັບຄິວບາ ຫລັງຈາກ
ໄດ້ຖືກໂດດດ່ຽວ ໂດຍສະຫະລັດ ເປັນເວລາເຄິ່ງສັດຕະວັດ ກວ່າໆ.
ເຈົ້າໜ້າທີ່ອາວຸໂສທຳນຽບຂາວຄົນນຶ່ງ ກ່າວຕໍ່ບັນດານັກຂ່າວ ໃນຕອນແລງວັນພະຫັດ
ວານນີ້ວ່າ “ນະໂຍຍາຍດັ່ງກ່າວຈະເລີ້ມມີຜົນບັງຄັບໃຊ້ໃນມື້ອື່ນນີ້ແຕ່ນະໂຍບາຍທີ່ສັ່ງ
ໃຫ້ສ້າງກົດລະບຽບໃໝ່ ຊຶ່ງຈະເລີ້ມມີຜົນຢ່າງແທ້ຈິງເກີດຂຶ້ນ ເວລາກົດລະບຽບເຫລົ່າ
ນັ້ນ ເລີ້ມມີການນຳໃຊ້.”
Your browser doesn’t support HTML5
Trump Expected to Tighten US Cuba Policy
ການປັບປ່ຽນດັ່ງກ່າວຊຶ່ງຈະເປີດເຜີຍໂດຍປະທານາທິບໍດີທີ່ເຂດຮາວານານ້ອຍ ຫລື
Little Havana ຢູ່ນະຄອນ Miami ໃນວັນສຸກມື້ນີ້ ຈະຈຳກັດຮັດແຄບການເດີນທາງ
ສຳລັບຊາວອາເມຣິກັນ ແລະການຫ້າມເຮັດທຸລະກິດ ກັບບໍລິສັດຍັກໃຫຍ່ GAESA
ຂອງກອງທັບຄິວບາ ທີ່ຄາດຄະເນວ່າເປັນຄວບຄຸມຫລາຍກວ່່າເຄິ່ງນຶ່ງຂອງເສດຖະ
ກິດຄິວບານັ້ນ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ພົບປະກັບ ບັນດາຜູ້ບໍ່ເຫັນພ້ອມກັບລັດຖະບານ ທີ່ີສະຖານທູສະຫະລັດ ໃນນະຄອນຮາວານາ ປະເທດຄິວບາ.
ເຈົ້າໜ້າທີ່ອາວຸໂສທຳນຽບຂາວກ່າວວ່າ “ການຊຸກຍູ້ນະໂຍບາຍຂອງປະະທານາ ທິບໍດີ
ທຣໍາ ກໍຄືປັບປ່ຽນການເອົາມາດຕະການໂດຍລັດຖະບານຊຸດກ່ອນ ຂອງທ່ານ Barack Obama ທີ່ໄດ້ເພີ້ມພູນຄວາມຮັ່ງມີໃຫ້ແກ່ກອງທັບແລະອົງການສືບລັບຄິວບາ.”
ບັນດາລົດ Vintage ຜ່ານຂະບວນລົດບັສຈີນ Yutong ຈອດຢູ່ແຄມທະເລ ຕໍ່ໜ້າ Malecon ໃນນະຄອນ Havana.
ເຈົ້າໜ້າທີ່ກ່າວວ່າ ວໍຊິງຕັນຫວັງວ່າ “ອຳນາດການປົກຄອງຄິວບາຈະມອງເຫັນວ່າ ເປັນ
ໂອກາດເພື່ອການປະຕິຮູບ ທີ່ເຂົາເຈົ້າໄດ້ປະກາດໄປແຕ່ປາກເມື່ອສອງສາມປີກ່ອນ ແຕ່
ຍັງບໍ່ທັນມີການຈັດຕັ້ງປະຕິບັດເພື່ອໃຫ້ຜົນປະໂຫຍດແກ່ປະຊາ ຊົນຄິວບາເທື່ອ."
ຜູ້ນຳຄິວບາ ທ່ານ Fidel Castro (ກາງ) ຮ່ວມສະຫລອງວັນເກີດ 90 ປິ ທີ 13 ສິງຫາ 2016.
ເຈົ້າໜ້າທີ່ສະຫະລັດຄົນນຶ່ງໃຫ້ການອະທິບາຍວ່າ ມາດຕະການຕ່າງໆຈະມີການ ປະ
ກາດໃຊ້ ເພື່ອຈຳກັດການຫລັ່ງໄຫລຂອງເງິນ ຈາກສະຫະລັດ ໄປສູ່ຄິວບາ ແລະການ
ຫ້າມ ທີ່ມີຢູ່ໃນປັດຈຸບັນ ສຳລັບການທ່ອງທ່ຽວ ຈະຖືກບັງຄັບຢ່າງເຄັ່ງຄັດ ຊຶ່ງຈະ “ເຮັດໃຫ້ການເດີນທາງ ຂອງສ່ວນບຸກຄົນ ຫາສ່ວນບຸກຄົນ ສິ້ນສຸດລົງ,” ທີ່ໝາຍຄວາມວ່າ
ຊາວອາເມຣິກັນໃດໆກໍຕາມ ທີ່ຈະເດີນທາງໄປປະເທດ ຄິວບາ ຈະຕ້ອງຢູ່ໃນສ່ວນ
ຂອງກຸ່ມ.
ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ
Your browser doesn’t support HTML5
cuba