ປ. ທຣໍາ ຊ່ວຍໃຫ້ ບໍລິສັດ ຊີທີອີ ຂອງຈີນ ພົ້ນຈາກ ການລົ້ມລະລາຍ 

ຢູ່ພາຍໃນໂທລະສັບສະຫຼາດ ຂອງບໍລິສັດ ZTE ທີ່ເຫັນເປັນພາບ ຖ່າຍໃນວັນທີ 17 ເມສາ 2018.

ລັດຖະບານ​ປະ​ທາ​ນາ​ທິບໍດີ​ທຣໍາ ​ໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ວ່າ ຕົນ​ໄດ້​ບັນລຸ​ຂໍ້
​ຕົກລົງ ​ທີ່​ຈະເຮັດໃຫ້​ບໍລິ​ສັດ​ໂທລະ​ຄົມມະນາຄົມ​ ZTE ​ຂອງຈີນຄົງໂຕຢູ່ໄດ້ຕໍ່ໄປ ຊຶ່ງ​
ອາດ​ຈະ​ແຜ້ວ​ທາ​ງ​ໃຫ້​ສະຫະລັດສ້າງ​ຄວາມ​ກ້າວໜ້າ​ໃນ​ເຈລະຈາ ​ການ​ຄ້າ ທີ່ມີຄວາມ
ສຳຄັນ ​ກັບ​ຈີນ​ ໃນ​ເດືອນ​ໜ້າ​ນີ້.

ພາຍ​ໃຕ້​ຂໍ້​ຕົກລົງ ບໍລິສັດ ZTE ຈະ​ປົດຄະນະບໍລິຫານ​ງານຂອງ​ຕົນ ຈ້າງ​ພວກ​ເຈົ້າ​ໜ້າ
​ທີ່ອາ​ເມຣິກັນ​ເພື່ອກວດກາເບິ່ງວ່າທາງ​ບໍລິສັດໄດ້ປະຕິບັດຕາມຂໍ້ຕົກລົງຫລືບໍ່ ​ແລະ
​ຈ່າຍຄ່າ​ປັບ​ໃໝ. ຄ່າ​ປັບ​ໃໝນີ້ ​ຈະ​ເພີ້ມໃສ່ເງິນປະມານ 1 ພັນ​ລ້ານ​ໂດ​ລາ​ທີ່ທາງ​ບໍລິສັດ
ZTE ​ໄດ້​ຈ່າຍໄປ​ແລ້ວ ຍ້ອນ​ຂາຍອຸບປະກອນ​ໃຫ້​ແກ່​ເກົາ ຫຼີ​ເໜືອແລະ​ອີຣ່ານ​ໃນ​ການ
ລະເມີດ​ຕໍ່​ການ​ລົງ​ໂທດຂອງ​ສະຫະລັດ ອີງຕາມ​ລາຍ​ງານ​ຂ່າວ. ​ເພື່ອເປັນການ​ຕອບ​
ແທນ ກະຊວງ​ການ​ຄ້າ​ສະຫະລັດ ຈະ​ຍົກ​ເລີກ​ການ​ຫ້າມ ເປັນເວລາ​ເຈັດ​ປີ​ ບໍ່ໃຫ້​ບໍລິສັດ
ZTE ຊື້ຊິ້ນສ່ວນອຸບປະກອນຕ່າງໆ ຈາກບໍລິສັດ​ສະຫະລັດ. ບໍລິສັດ​ຈີນແມ່ນກາງຕໍ່ຊິ້ນ
ສ່ວນອຸບປະກອນເຫຼົ່ານີ້​ເພື່ອ​ມາເຮັດ​ຜະລິດ​ຕະພັນ​ຂອງ​ຕົນ ​ແລະກາ​ນຫ້າມ ທີ່​ໄດ້​ວາງ
​ໄວ້ໃນຕົ້ນ​ເດືອນນີ້​ໄດ້​ຂົ່ມຂູ່ຈະເຮັດໃຫ້​ບໍລິສັດ ZTE ​ລົ້ມລະລາຍ.

​ໃນ​ຕອນ​ແລ​ງວັນ​ສຸກວານ​ນີ້ ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ໂຈມຕີບັນດາ​ສະມາຊິກ
ສະພາພັກ​ເດ​ໂມ​ແຄຣັດ ​ແລະ​ໃຫ້ການ​ຢືນຢັນ​ກ່ຽວກັບຂ່າວການຕົກລົງ​ຢູ່​ໃນ​ການຂຽນ
​ລົງ​ທາງ​ທວິດ​ເຕີ.

ທ່ານ​ໄດ້ກ່າວວ່າ “ສະມາຊິກ​ສະພາ​ສູງຊູ​ເມີ ​ແລະ​ລັດຖະບານ​ທ່ານ​ໂອ​ບາ​ມາໄດ້ປ່ອຍ
​ໃຫ້​ບໍລິສັດ​ໂທລະ​ສັບ ZTE ຮັ່ງມີ​ ໂດຍ​ບໍ່​ມີ​ການ​ກວດກາ​ຄວາມ​ປອດ​ໄພ. ຂ້າພະ​ເຈົ້າ​ປິດ​ບໍລິສັດນີ້ລົງ ​ແລະ​ປ່ອຍ​ໃຫ້ມັນ​ເປີດຄືນ ໂດຍໄດ້ຮັບ​ການ​ຄ້ຳປະ ກັນ​ດ້ານຄວາມ​ປອດ​ໄພໃນລະດັບສູງ ປ່ຽນນຄະນະບໍລິຫານ ​ແລະ​ຄະນະ​ທີ່​ປຶກ ສາຂອງບໍລິສັດ ຕ້ອງ​ຊື້​ເຄື່ອງ
ອາໄຫລ່​ຂອງ​ສະຫະລັດ ​ແລະ​ຈ່າຍຄ່າ​ປັບ​ໃໝ 1 ພັນ 3 ຮ້ອຍ​ລ້ານ​ໂດ​ລາ. ພັກ​ເດ​ໂມ​
ແຄຣັດ ບໍ່​ເຮັດ​ຫຍັງ​ໝົດ.”

​ໃນເດືອນ​ແລ້ວ​ນີ້ ກະຊວງ​ການ​ຄ້າ​ຂອງສະຫະລັດ ​ໄດ້​ຕັດສິນ​ວ່າ​ບໍລິ​ສັດດັ່ງກ່າວນີ້ບໍ່ໄດ້

ປະຕິບັດເງື່ອນໄຂ ຂອງ​ຂໍ້​ຕົກລົງ​ ກ່ຽວ​ກັບການ​ຫລົບຫລີກການ​ລົງ​ໂທດຂອງບໍລິສັດ
TZE. ຂ່າວ​ການ​ຕົກລົງ​ຂອງບໍລິສັດ TZE ​ມີ ​ຂຶ້ນ​ເກືອບ​ນຶ່ງ​ອາທິດ ຫຼັງ​ຈາກ​ສະຫະລັດ
​ແລະ​ຈີນໂຈະ​ແຜນການ​ເກັບ​ພາສີ​ ທີ່ອາດມີມູນຄ່າຫຼາຍເຖິງ 200 ພັນ​ລ້ານ​ໂດ​ລາ ຕໍ່​ສິນ
ຄ້າ​ຂອງ​ກັນ ທີ່​ເຮັດ​ໃຫ້​ປະເທດທັງສອງເກືອບກ້າວເຂົ້າສູ່ສົງຄາມ​ການ​ຄ້ານັ້ນ.

ລັດຖະມົນຕີ​ການ​ຄ້າ ທ່ານ​ວີລ​ເບີ ຣອສ ມີ​ກຳນົດ​ທີ່​ຈະ​ເດີນທາງ​ໄປ​ນະຄອນ ຫຼວງ​ປັກ​
ກິ່ງ​ໃນ​ວັນ​ທີ 2 ມິຖຸນາ​ຈະ​ມາ​ເຖິງ​ນີ້ ​ເພື່ອຫາລືກ່ຽວກັບ​ການທ້າທາຍຂອງ​ຈີນຕໍ່ການ
ຄອບ​ງໍາທາງດ້ານ​ເທັກ​ໂນ​ໂລ​ຈີໂດຍສະຫະລັດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ