ທ່ານ Trump ປ່ຽນແປງ ກົດລະບຽບໃຫມ່ ກ່ຽວກັບ ສະພາບແວດລ້ອມ ຂອງທ່ານ ໂອບາມາ

ໂຮງໄຟຟ້າ Castle Gate ທີ່ໃຊ້ພະລັງງານຖ່ານຫີນ ຢູ່ນອກເມືອງ Helper ໃນລັດ Utah, 3 ພຶດສະພາ, 2015.

ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ປະທານາທິບໍດີສະຫະລັດ ທ່ານ Donald Trump
ຈະລົງ​ນາມ​ໃນດຳລັດຝ່າຍບໍລິຫານຂອງທ່ານໃນວັນອັງຄານມື້ນີ້ ທີ່ຈະມີຜົນຕໍ່​ການ​ທັບ​ມ້າງກົດລະບຽບຕ່າງໆ ​ດ້ານສະພາບແດວລ້ອມ ໃນສະ​ໄໝລັດຖະ ບານຂອງທ່ານ
ໂອບາມາ ຊຶ່ງ​ຈະ​ກໍ່​ໃຫ້​ເກີດມີ​ການ​ອະພິປາຍ​ຢ່າງ​ດຸ​ເດືອດ ທີ່​ວ່າ​ກິດ ຈະກຳຕ່າງໆຂອງ
ມວນມະນຸດ ມີ​ຜົນກະທົບຕໍ່ສະພາບອາກາດຂອງໂລກເຮົານັ້ນ, ແລະເຮັດໃຫ້ມີຄວາມ
ເປັນຫ່ວງເປັນໃຍຫຼາຍຂຶ້ນທີ່​ວ່າ ວຽກງານທີ່​ດຳ​ເນີນ​ມາ​ເປັນ ​ເວລາ​ຫຼາຍທົດ​ສະ​ວັດ
ກ່ຽວ​ກັບສະພາບອາກາດຂອງໂລກນັ້ນ ອາດຈະ​ຖືກ​ທຳ​ລາຍລົງໄດ້.

“ມີຫຼາຍທ່ານ ເຫັນພ້ອມນຳກັນວ່າ ມັນສາມາດເປັນອັນຕະລາຍຮ້າຍແຮງໄດ້,” ນັ້ນຄື​
ຄຳ​ເວົ້າຂອງທ່ານ Paul Crutzen ຊາວ Denmark ທີ່​ໄດ້​ຮັບລາງວັນ Nobel ໄດ້ບອກ
ກັບ VOA ໃນການສຳພາດທາງໂທລະສັບ ແລະທ່ານຍັງໄດ້ກ່າວອີກຕື່ມວ່າ “ສິ່ງໃດ
ກໍຕາມທີ່ໄດ້ຮັບຜົນສຳເລັດນັ້ນ ແມ່ນຈະຖືກທຳລາຍ ເພາະສະນັ້ນ ນັກວິທະຍາສາດ
ຫຼາຍຄົນ ຈະບໍ່ພໍໃຈກ່ຽວກັບເລື່ອງນີ້.”
ທ່ານ Crutzen ແມ່ນເປັນຜູ້ໄດ້ຮັບລາງວັນ
Nobel ໃນປີ 1995 ໃນວຽກງານຂອງທ່ານ ກ່ຽວກັບການ​ອະທິບາຍ ​ໃນ​ການ​ສະຫລາຍ​
ຕົວ​ລົງ​ຂອງ ຊັ້ນໂອໂຊນ ຂອງ​ໂລກ​ເຮົາ​ນັ້ນ.

ຂຸມໃຫຍ່ ຂອງຊັ້ນໂອໂຊນ ໃນ Antarctica ຝັ່ງທະເລຂອງ Cape Denison.

ເຈົ້າໜ້າທີ່ຂັ້ນສູງປະຈຳທຳນຽບຂາວ ໄດ້ບອກກັບພວກນັກຂ່າວໃນແລງວັນຈັນວານນີ້
ທີ່ວ່າ ທ່ານ Trump ເຊື່ອວ່າ ທ່ານສາມາດທີ່ຈະສ້າງ​ຄວາມ​ກ້ຳເກິ່ງ​ຂອງ ທັງສອງຈຸດ
ປະສົງ ໃນການປົກປ້ອງທັງສະພາບແວດລ້ອມ ພ້ອມທັງສົ່ງເສີມການພັດທະນາພະລັງ
ງານໃນສະຫະລັດ ໃນເວລາດຽວກັນ ແລະວ່າ ເຫດຜົນທາງດ້ານເສດຖະກິດນັ້ນ
ແມ່ນເປັນການພິຈາລະນາຫຼັກ ທີ່ຢູ່ເບື້ອງຫຼັງຂອງດຳ ລັດຝ່າຍບໍລິຫານນີ້.

“​ເພື່ອ​ໃຫ້ເສດຖະກິດເຂັ້ມແຂງແລະຈະເລີນງອກງາມ ພວກທ່ານມີຄວາມຈະເລີນ
ກ້າວໜ້າ ແລະນັ້ນແມ່ນວີທີທີ່ດີທີ່ສຸດ ທີ່ຈະປົກປ້ອງສະພາບແວດລ້ອມ,”
ຊຶ່ງເຈົ້າໜ້າທີ່
ໄດ້ກ່າວໄວ້ເຊັ່ນນັ້ນ.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande, ດ້ານໜ້າ ກາງ, ຢືນຖ່າຍຮູບກັບຜູ້ນຳໂລກ ຊຶ່ງເປັນສ່ວນນຶ່ງ COP21, ກອງປະຊຸມກ່ຽວກັບດິນຟ້າອາກາດ, ໃນເມືອງ Le Bourget, ຂ້າງນອກນະຄອນ Paris, 30 ພະຈິກ, 2015.

ທ່ານ Trump ແມ່ນໄດ້ສັ່ງ​ໃຫ້ພະ​ແນ​ກການຕ່າງໆ​ຂອງລັດຖະບານກາງ ລະບຸ​ກົດ
ລະບຽບ ທີ່ທາງລັດຖະບານກາງ ກ່າວວ່າ ຂັດຂວາງຕໍ່ການພັດທະນາດ້ານພະລັງງານ
ພາຍໃນປະເທດ ເປັນການເອົາບາດກ້າວທຳອິດໃນຂັ້ນຕອນປະຕິບັດງານໃນຮອບ
6 ເດືອນ ທີ່ຈະປະກອບ​ແຜນແມ່ບົດສຳລັບນະໂຍບາຍດ້ານພະລັງງານຂອງລັດຖະບານ
ຊຸດນີ້ ໃນອານາຄົດ. ເຈົ້າໜ້າທີ່ຂັ້ນສູງ ຍັງໄດ້ກ່າວວ່າ ໃນຂະນະທີ່ດຳລັດຂອງປະທາ
ນາທິບໍດີ ຈະທຳທັບ​ມ້າງ ຂໍ້ລິເລີ່ມຕ່າງໆ ກ່ຽວກັບສະພາບແວດລ້ອມຂອງທ່ານໂອບາມາ
​ແຕ່ລັດຖະບານ ກໍ​ຈະ​ສືບ​ຕໍ່​ປະຕິບັດຕະ “ກົດລະບຽບການຕ່າງໆ” ໃນການເຮັດໃຫ້
ອາກາດແລະນ້ຳ ສະອາດ ທີ່ທ່ານ Trump ເຊື່ອວ່າ ຄວນຈະເປັນແນວທາງຫຼັກ
ທີ່ຈະເພັ່ງເລັງ​ໃນຂອງອົງການປົກປ້ອງສະພາບແວດລ້ອມ.

ທ່ານ Trump ໄດ້ໃຫ້ສັນຍານຢູ່ເລື່ອຍໆ ທີ່ຈະລົບລ້າງນະໂຍບາຍສະພາບແວດລ້ອມ
ຂອງ ຜູ້ນຳຄົນກ່ອນນັ້ນ. ໃນການໂຄສະນາຫາສຽງຂອງທ່ານ ທ່ານໄດ້ເອີ້ນໂຄງການ
ພະລັງງານສະອາດຂອງທ່ານ ໂອບາມາ ນັ້ນວ່າ “ໂງ່ຈ້າ” ຊຶ່ງສ່ວນໃຫຍ່ນັ້ນແມ່ນ
ເພາະວ່າ ມັນໄດ້ທຳລາຍ ໃນອັນທີ່ທ່ານເອີ້ນວ່າ ກົດລະບຽບການຂອງ “ການທຳລາຍ
ວຽກງານ.”
ດຳລັດຝ່າຍບໍລິຫານ ທີ່ທ່ານມີ​ກຳນົດ ຈະໄດ້ລົງນາມໃນວັນອັງຄານມື້ນີ້ ສັ່ງໃຫ້ອົງການປົກປ້ອງສະພາບແວດລ້ອມ ກວດກາຢ່າງເຂັ້ມງວດ​ເບິ່ງລະບຽບຕ່າງໆ
ກ່ຽວ​ກັບແຜນການດ້ານພະລັງງານສະອາດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານ Scott Pruitt ເຈົ້າໜ້າທີ່ກະຊວງພະລັງງານແລະສະພາບແວດລ້ອມ ຮັບຟັງ ຄຳຖະແຫຼງການຂອງທ່ານ Donald Trump , 28 ກຸມພາ, 2017, ຫ້ອງ Roosevelt ໃນທຳນຽບຂາວ.