ອະດີດລັດຖະມົນຕີກະຊວງຍຸຕິທຳ ທີ່ຮູ້ຈັກກັນດີວ່າ ໃຫ້ການສະໜັບສະໜູນ ຕໍ່ອຳນາດ
ຂອງປະທານາທິບໍດີ ຢ່າງກວ້າງຂວາງ ນັ້ນ ແມ່ນເປັນຜູ້ທີ່ປະທານາທິບໍດີດໍໂນລ ທຣຳ
ເລືອກເອົາເພື່ອໃຫ້ບໍລິຫານ ກະຊວງຍຸຕິທຳ ສະຫະລັດອີກເທື່ອນຶ່ງ.
ປະທານາທິບໍດີ ທຣຳ ກ່າວໃນວັນສຸກວານນີ້ວ່າ ທ່ານ ວິລລຽມ ບາຣຣ ຜູ້ທີ່ເຄີຍເປັນລັດ
ຖະມົນຕີກະຊວງຍຸຕິທຳ ໃນລະຫວ່າງລັດຖະບານຂອງມື້ລາງອະດີດປະທານາທິບໍດີ
ຈອຣ໌ຈ ເອຈ ດັບເບິນຢູ ບຸຊ ເປັນຜູ້ທີ່ທ່ານເລືອກເອົາ ຊຶ່ງທ່ານໄດ້ອະທິບາຍວ່າ ທ່ານ
ເປັນ “ຜູ້ຊາຍທີ່ດີ ເປັນຄົນທີ່ດີເລີດ ເປັນຄົນທີ່ສະຫຼຽວສະຫຼາດ.”
ປະທານາທິບໍດີກ່າວຕໍ່ບັນດານັກຂ່າວທີ່ທຳນຽບຂາວວ່າ ທ່ານບາຣຣ ອາຍຸ 68 ປີ ສັງ
ກັດພັກຣີພັບບລິກັນອະນຸລັກນິຍົມ ແລະທະນາຍຄວາມບໍລິສັດ “ໄດ້ເປັນຜູ້ທີ່ຂ້າພະ
ເຈົ້າເລືອກເອົາຄົນແລກຈາກມືື້ທຳອິດ. ທີ່ນັບຖືໂດຍບັນດາສະມາຊິກພັກຣີພັບບິກັນ
ແລະນັບຖືໂດຍສະມາຊິກພັກເດໂມແຄຣັດ.”
ລັດຖະມົນຕີຊົ່ວຄາວ ທ່ານແມຕທິວ ວິດເທັກເກີ (ຂວາ) ແລະທີ່ປຶກສາຂັ້ນສູງ ຂອງປະທານາທິບໍດີທຣຳ ຄືທ່ານທ່ານຈາແຣດ ກູສເນີ ທີ່ສະໜາມບິນກອງທັບອາກາດ ແອລດຣູ ທີ່ລັດແມຣີແລນ.
ຕໍ່ມາໃນວັນນັ້ນຢູ່ໃນການກ່າວຄຳປາໄສຕໍ່ພວກເຈົ້າໜ້າທີ່ຕຳຫຼວດຢູ່ທີ່ເມືອງ ແຄນ
ຊັສ ທ່ານທຣຳກ່າວວ່າ ລະຫວ່າງໜ້າທີ່ການຂອງທ່ານບາຣຣ ທີ່ບໍລິຫານກະຊວງຍຸຕິ
ທຳ ທ່ານ “ໄດ້ສະແດງບໍ່ມີການຍົກເວັ້ນຕໍ່ລະບຽບກົດໝາຍ.”
Your browser doesn’t support HTML5
Trump Announces Nominees for UN, Attorney General
ທ່ານບາຣຣ ຈະທົດແທນໜ້າທີ່ລັດຖະມົນຕີຊົ່ວຄາວຂອງທ່ານແມຕທິວ ວິດເທັກເກີ ຜູ້
ທີ່ໄດ້ຖືກແຕ່ງຕັ້ງໂດຍປະທານາທິບໍດີ ເພື່ອນຳພາກະຊວງຍຸຕິທຳໃນເດືອນແລ້ວນີ້ ຫຼັງ
ຈາກທ່ານທຣຳໄດ້ປົດທ່ານແຈັຟ ແຊັສສັນ ອອກຈາກຕຳແໜ່ງ ອະດີດສະມາຊິກສະ
ພາສູງ ແລະແມ່ນຄົນນຶ່ງຂອງບັນດາຜູ້ສະໜັບສະໜູນທ່ານ ທຣຳໃນຂັ້ນຕົ້ນ ຂອງການ
ເລືອກຕັ້ງປີ 2016. ແຕ່ທ່ານທຣຳໄດ້ມີຄວາມຂົມຂື່ນກ່ຽວກັບທ່ານແຊັສສັນ ຕິຕຽນທ່ານ
ຊ້ຳແລ້ວຊ້ຳອີກທີ່ຖອນຕົນເອງອອກຈາກການສືບສວນເຂົ້າສູ່ການແຊກແຊງຂອງຣັດ
ເຊຍ ໃນການເລືອກຕັ້ງປະທານາທິບໍດີປີ 2016 ທີ່ກະຊວງຍຸຕິທຳດູແລ.