ມີລາຍງານວ່າ ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ກຳລັງພິຈາລະນາດຳລັດສະບັບໃໝ່ ທີ່ແນໃສ່ເພື່ອສະກັດກັ້ນບໍ່ໃຫ້ພວກຂໍລີ້ໄພ ແລະພວກຄົນເຂົ້າເມືອງ ຂ້າມຊາຍແດນເມັກຊິໂກເຂົ້າມາໃນສະຫະລັດ ໃນຂະນະທີ່ຂະບວນຄົນເຂົ້າເມືອງຈາກອາເມຣິກາກາງ ພວມມຸ່ງໜ້າສູ່ພາກເໜືອເມັກຊິໂກ.
ລາຍງານຂ່າວ ໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ລັດຖະບານ ທີ່ບໍ່ໄດ້ລະບຸຊື່ ທີ່ກ່າວວ່າ ພວກເຈົ້າໜ້າທີ່ພວມຊັ່ງຊາເບິ່ງຂອບເຂດຂອງດຳລັດແລະການເອົາມາດຕະການທາງດ້ານກົດໝາຍ ບົນພື້ນຖານຄວາມໝັ້ນຄົງແຫ່ງຊາດ ເພື່ອຈຳກັດຂອບເຂດຄວາມສາມາດຂອງພວກຄົນເຂົ້າເມືອງທີ່ຈະຂໍລີ້ໄພ.
ເຖິງແມ່ນມີລາຍງານວ່າ ຍັງບໍ່ທັນມີການຕັດສິນໃຈ ກ່ຽວກັບເລື້ອງນີ້ເທື່ອກໍຕາມ ແຕ່ພວກທະນາຍທີ່ເຮັດວຽກກ່ຽວກັບຄົນເຂົ້າເມືອງກ່າວຕໍ່ວີໂອເອວ່າ ການເຄື່ອນໄຫວດັ່ງກ່າວນີ້ ຈະຖືກທ້າທາຍຢ່າງວ່ອງໄວຢູ່ໃນສານ.
ລາຍງານຂ່າວບາງກະແສສະເໜີແນະວ່າ ການອັດຊາຍແດນທັງໝົດແມ່ນກຳລັງມີການພິຈາລະນາກັນຢູ່ ແຕ່ພວກນັກວິເຄາະຖືວ່າການເຄື່ອນໄຫວໃນທຳນອງນີ້ ແມ່ນມີຄວາມເປັນໄປໄດ້ຍາກທາງການເມືອງ ຍ້ອນວ່າມີການຄ້າຂາຍຂ້າມຊາຍແດນລະຫວ່າງສະຫະລັດແລະເມັກຊິໂກ ໃນມູນຄ່າຫຼຼາຍພັນລ້ານໂດລາ.
ແຕ່ແທນທີ່ຈະເຮັດຈັ່ງຊັ້ນ ລັດຖະບານຈຶ່ງມີທ່າທາງວ່າ ຈະແນໃສ່ການເອົາມາດຕະການໃນຂອບເຂດທີ່ຫລຸດລົງມາ ໂດຍສະເພາະແມ່ນເພັ່ງເລັງໃສ່ພວກຂໍລີ້ໄພທີ່ເດີນທາງມາເຖິງສະຫະລັດ ໂດຍບໍ່ໄດ້ຜ່ານການຂ້າມຊາຍແດນແບບປົກກະຕິ.
ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານນາງເຄີສເຈັນ ນິລເຊັນກ່າວຕໍ່ພວກນັກຂ່າວທີ່ລັດຄາລີຟໍເນຍໃນວັນສຸກວານນີ້ວ່າ “ທຸກຢ່າງແມ່ນຮວມຢູ່ໃນນັ້ນ” ຂະນະທີ່ລັດຖະບານພວມພິຈາລະນາການເອົາມາດຕະການໃໝ່ເພື່ອຍຸຕິພວກຄົນເຂົ້າເມືອງຜິດກົດໝາຍ.
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນໃນວັນສຸກວານນີ້ ໃນຂະນະທີ່ເມັກຊິໂກ ໄດ້ເພີ້ມຄວາມພະຍາຍາມເພື່ອຍຸຕິຂະບວນຄາຣາວານ ບໍ່ໃຫ້ມາເຖິງສະຫະລັດ ໂດຍສະເໜີອອກບັດປະຈຳຕົວຊົ່ວຄາວແລະການອະນຸຍາດເຮັດວຽກໃຫ້ແກ່ພວກຄົນເຂົ້າເມືອງ ທີ່ໄປຈົດທະບຽນຂໍລີ້ໄພຢູ່ເມັກຊິໂກ. ປະທານາທິບໍດີເມັກຊິໂກ ທ່ານເອັນຣິກເກ ເປຍາ ນິເອໂຕ ກ່າວວ່າ ພວກຄົນເຂົ້າເມືອງເຫຼົ່ານີ້ ຕ້ອງພາກັນຢຸດຢູ່ທີ່ລັດຊີອາປາສ ແລະອົກຊາການາ ໃນພາກໃຕ້ຂອງປະເທດ ຈຶ່ງມີສິດໄດ້ຮັບໜັງສືດັ່ງກ່າວ.
ທ່ານເລອອນ ແຟຣັສໂກ ອະດີດເຈົ້າໜ້າທີ່ກະຊວງຍຸຕິທຳ ແລະທະນາຍຄວາມຄົນເຂົ້າເມືອງ ກ່າວວ່າ ການເອົາມາດຕະການໃດໆກໍຕາມ ຂອງປະທານາທິບໍດີທີ່ແນໃສ່ເພື່ອຈະຫຼຸດຈຳນວນຂອງພວກທີ່ສາມາດເດີນທາງມາເຖິງສະຫະລັດຈາກ ການຂໍລີ້ໄພນັ້ນ ຈະປະເຊີນກັບຄວາມຫຍຸ້ງຍາກໃນການຕໍ່ສູ້ທາງກົດໝາຍ ເຖິງແມ່ນວ່າຈະອາໄສຄຳສັ່ງຫ້າມເດີນທາງຂອງປະທານາທິບໍດີ ທີ່ເຫັນພ້ອມນຳໂດຍສານສູງສຸດຂອງສະຫະລັດ.
ທ່ານແຟຣັສໂກ ກ່າວວ່າ ຜູ້ໃດກໍຕາມ ທີ່ມາເຖິງດິນແດນຂອງສະຫະລັດ ຢ່າງຖືກຕ້ອງຕາມກົດໝາຍຫຼືບໍ່ກໍຕາມ ແມ່ນມີສິດ ທີ່ຈະຂໍລີ້ໄພໄດ້. ຄຳສັ່ງຫ້າມໃນການເດີນທາງນັ້ນ ແມ່ນໃຊ້ການບໍ່ໄດ້ ມັນບໍ່ສາມາດນຳໃຊ້ກັບທ່ານອີກຕໍ່ໄປແລ້ວ.