ໃນຂະນະທີ່ຂະບວນພວກຄົນອົບພະຍົບຈາກທະວີບອາເມຣິກາກາງ ກຳລັງມຸ້ງໜ້າໄປ
ສູ່ຊາຍແດນ ທາງພາກເໜືອຂອງເມັກຊິໂກຢູ່ນັ້ນ ປະທານາທິບໍດີສະຫະລັດ ທ່ານດໍໂນລ
ທຣຳ ໄດ້ໃຫ້ສັນຍານາມແກ່ຄວາມຫວັງຂອງພວກເຂົາເຈົ້າທີ່ຈະເຂົ້າມາໃນສະຫະລັດ
ນັ້ນວ່າ “ເປັນເຫດສຸກເສີນຂອງປະເທດ.”
ກຳລັງຮັກສາດິນແດນຫລາຍກວ່າ 2,000 ຄົນ ໄດ້ຖືກສົ່ງໄປປະຈຳຢູ່ເຂດດັ່ງກ່າວ. ແຕ່ວ່າ
ໃນວັນພະຫັດວານນີ້ ທ່ານດໍໂນລ ທຣຳໄດ້ເຕືອນວ່າ ທ່ານຈະສົ່ງກຳລັງທະຫານໄປປະຈຳ
ຢູ່ຊາຍແດນເພື່ອປ້ອງກັນບໍ່ໃຫ້ຄາຣາວານຂອງຄົນດັ່ງກ່າວເຂົ້າມາສະຫະລັດ. ທ່ານຂຽນ
ລົງໃນທວີດເຕີວ່າ "ຂ້າພະເຈົ້າຈະເອົາທະຫານ ໄປຮັບມືກັບເຫດສຸກເສີນຂອງຊາດອັນນີ້
ໄວ້. ພວກເຂົາຈະຖືກຢຸດບໍ່ໃຫ້ເຂົ້າມາ!," ທ່ານທຣຳຍັງເຫັນດີກັບເຈົ້າໜ້າທີ່ຕຳຫລວດ
ລາດຕະເວນຊາຍແດນທີ່ເປັນສະມາຊິກກຳມະບານທີ່ເວົ້າວ່າ ຕ້ອງຕຳໜິພວກສັງກັດພັກ
ເດໂມແຄຣັດ ທີ່ເຮັດໃຫ້ພວກຍົກຍ້າຍຖິ່ນຖານດັ່ງກ່າວ ພາກັນຫາທາງມາຫລົບໄພ ຢູ່
ໃນສະຫະລັດ.
Brandon Judd of the National Border Patrol Council is right when he says on @foxandfriends that the Democrat inspired laws make it tough for us to stop people at the Border. MUST BE CHANDED, but I am bringing out the military for this National Emergency. They will be stopped!
— Donald J. Trump (@realDonaldTrump) October 25, 2018
ທ່ານທຣຳ ໄດ້ຕ້ອງຕິຮອນດູຣາສ, ແອລ ຊາລວາດໍ ແລະກົວເຕມາລາ ທີ່ບໍ່ໄດ້ຍຸຕິ
ພົນລະເມືອງຂອງຕົນ ບໍ່ໃຫ້ເດີນທາງອອກຈາກປະເທດ ມາຍັງສະຫະລັດ. ທ່ານເວົ້າ
ໃນວັນຈັນຜ່ານມາວ່າ ທ່ານຈະເລີ້ມຕັດເງິນຊ່ວຍເຫລືອຕ່າງປະເທດທີ່ສົ່ງໃຫ້ແກ່
ປະເທດເຫລົ່ານັ້ນ ແລະໃນອາທິດຜ່ານມານີ້ ໄດ້ນາບຂູ່ວ່າ ຈະໃຊ້ທະຫານໄປປິດ
ຊາຍແດນໄວ້.
ປະທານາທິບໍດີທຣຳ ຍັງໄດ້ສົ່ງຂໍ້ຄວາມແບບກະທັດລັດລົງໃນທວີດເຕີໃນວັນພະຫັດ
ວານນີ້ເຖິງພວກຢູ່ໃນຂະບວນຄາຣາວານວ່າ "ເຖິງພວກຢູ່ໃນຂະບວນຄາຣາວານ, ຈົ່ງ
ຫັນຫລັງກັບດຽວນີ້". ທ່ານຂຽນຕື່ມອີກວ່າ "ພວກເຮົາຈະບໍ່ອະນຸ ຍາດໃຫ້ຄົນເຂົ້າມາໃນ
ສະຫະລັດຢ່າງຜິດກົດໝາຍ. ກັບໄປປະເທດຂອງພວກເຈົ້າ ແລະຖ້າຫາກພວກເຈົ້າ
ຢາກມາ ໃຫ້ພາກັນຂໍເປັນພົນລະເມືອງສະຫະລັດ ຄືກັນກັບຄົນອື່ນໆ ຫລາຍລ້ານຄົນ
ກຳລັງເຮັດຢູ່."
ພວກຍົກຍ້າຍຖິ່ນຖານດຽວນີ້ກຳລັງເດີນທາງຜ່ານລັດເຈຍປາ (Chiapas) ຂອງເມັກ
ຊິໂກ, ຊຶ່ງເປັນລັດທີ່ມີປະຊາຊົນທຸກຍາກທີ່ສຸດ ຂອງປະເທດດັ່ງກ່າວ.
ດຣ. ເຮຊຸສ ມີຣາເວເຕ (Jesus Miravete) ໄດ້ປິ່ນປົວຫລາຍກວ່າ 120 ຄົນ ພາຍໃນ 4
ຊົ່ວໂມງໃນວັນພະຫັດວານນີ້. ມີຫລາຍຄົນໃນນັ້ນ ຕີນໂພງຍ້ອນໃສ່ເກີບປລາສຕິກ ຍ່າງ
ຢູ່ເທິງທາງດ່ວນທີ່ຊຸ່ມ. "ຂ້າພະເຈົ້າຮູ້ສຶກອີ່ຕົນຫລາຍ ກ່ອນອື່ນໝົດ ທີ່ເຫັນເດັກນ້ອຍ ມີ
ອາການຂາດນ້ຳ ຈຳນວນຫລວງຫລາຍ.” ນັ້ນຄືຄຳເວົ້າຂອງ ດຣ. ມີຣາເວເຕ.