ປ. ທຣຳ ຈະພົບປະ ກັບຜູ້ນຳມຸສລິມ ຫຼາຍສິບ ປະເທດ ລະຫວ່າງ ການຢ້ຽມຢາມ ຊາອຸດີ

ປ. ທຣຳ ແລະສະຕີໝາຍເລກນຶ່ງ ທ່ານນາງ Melania ເດີນທາງໄປເຖິງ ສະໜາມບິນນາໆຊາດ ກະສັດ Khalid ທີ່ນະຄອນຣິຢາດ ປະເທດຊາອຸດີ ອາຣາເບຍ. (20 ພຶດສະພາ 2017)

ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ເດີນທາງ​ໄປ​ເຖິງ​ ນະຄອນຣິຢາດ ​ເມືອງ​
ຫຼວງຂອງຊາອຸ​ດີ ອາຣາ​ເບຍ ​ເພື່ອ​ເລີ້ມການ​ຢ້ຽມຢາມ​ຕ່າງປະ​ເທດ ​ໃນນາມ​ປະທານາ
ທິບໍດີ​ ​ເປັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ.

ປະທານາທິບໍດີ​ແລະ​ພັນ​ລະ​ຍາ​ ທ່ານ​ນາງ Melania ​ໄດ້​ຖືກ​ຕ້ອນຮັບຢູ່​ທີ່​ສະໜາມ​ບິນ
ໂດຍກະສັດ Salman Bin Abdulaziz ​ແຫ່ງ​ຊາ​ອຸ​ດີ ອາຣາ​ເບຍ. ກະສັດ​ຊາ​ອຸ​ດີ​ແລະ​
ທ່ານ​ທຣຳ ​ໄດ້​ຍ່າງ​ຢູ່​ເທິງຜ້າ​ພົມ​ສີ​ແດງ​ເຂົ້າສູ່​ຫ້ອງຮັບ​ແຂກ ຂອງ​ສະໜາມ​ບິນ ບ່ອນ​ທີ່​
ພວກ​ທ່ານ​ໄດ້​ໂອ້​ລົມ​ກັນ​ ເປັນ​ເວລາ​ສັ້ນໆ. ບໍ່​ເທົ່າ​ໃດ​ນາທີ​ຕໍ່​ມາ ທ່ານ​ທຣຳ ພ້ອມ​ດ້ວຍ​
ກະສັດ​ຊາ​ອຸ​ດີກໍ​ໄດ້​ອອກ​ຈາກ​ສະໜາມ​ບິນ​ໄປ​ໃນຂະ​ບວນລົດທີ່​ມຸ່ງ​ໜ້າ​ເຂົ້າສູ່​ນະຄອນ
ຫຼວງ ຕາມ​ເສັ້ນທາງ​ທະ​ເລ​ຊາຍ.

ທີ່​ສະໜາມ​ບິນ ​ແມ່ນ​ໄດ້​ມີ​ການ​ຮັກສ​າຄວາມ​ປອດ​ໄພ​ ຢ່າງ​ເຂັ້ມງວດ ຮວມທັງ​ມີ​ລົດ​
ທະຫານ ພ້ອມ​ດ້ວຍ​ອາວຸດ​ເຕັມ​ອັດຕາ.

ຊາ​ອຸ​ດີ ອາຣາ​ເບຍ ​ແມ່ນ​ເປົ້າໝາຍ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມຕ່າງປະ​ເທດ​ເປັນ
​ເທື່ອ​ທຳ​ອິດ ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ຂອງ​ປະທາ​ນາ​ທິບໍດີ​ ສະຫະລັດ. ​ແຕ່ທ່ານ​ທຣຳ ​
ໄດ້​ຈັດ​ໃຫ້​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ ​
ໃນ​ນາມ​ປະທານາທິບໍດີຂອງ​ທ່ານ.

ນອກ​ນັ້ນ ມັນ​ຍັງ​ເປັນ​ການ​ສ້າງ​ຄວາມແປກ​ໃຈ​ຕື່ມ​ອີກ ຫຼັງຈາກ​ທ່ານ​ໄດ້​ໃຊ້​ສຳນວນ ​
ໂວຫານທີ່​ວ່າ “ອາ​ເມຣິກາມາ​ກ່ອນ​ອື່ນ​ໝົດ” ​ແລະ​ຄຳ​ເວົ້າ​ ໃນ​ລະຫວ່າງ​ການ​ໂຄສະ
​ນາ​ຫາ​ສຽງທີ່​ຮຽກຮ້ອງ​ໃຫ້ “ຫ້າມ​ຊາວ​ມຸສລິ​ມ” ​ໂດຍ​ການ​ອອກດຳ​ລັດ​ໃນ​ເວລາ​ຕໍ່​ມາ
ທີ່​ພະຍາຍາມ​ຈຳກັດ​ການ​ເດີນທາງ ​ເຂົ້າມາ​ໃນ​ສະຫະລັດ ຈາກ 6 ປະ​ເທດ​ທີ່​ປະຊາ
ຊົນ​ສ່ວນ​ໃຫຍ່​ເປັນ​ມຸສລິ​ມນັ້ນ.

ຊາ​ອຸ​ດີ ອາຣາ​ເບຍ ຊຶ່ງ​ມີ​ຄວາມ​ສຳພັນ​ອັນ​ເລິກ​ເຊິ່ງ ມາ​ເປັນ​ເວລາ​ດົນ​ນານທາງດ້ານ​
ພະລັງງານ ​ແລະ​ດ້ານ​ປ້ອງ​ກັນ​ປະ​ເທດ ​ກັບ​ສະຫະລັດ ບໍ່​ໄດ້​ມີ​ຊື່​ຢູ່​ໃນ​ບັນຊີ​ຫ້າມ​ເດີນ
ທາງ.

​ໃນ​ລະຫວ່າງ​ ການ​ຢ້ຽມຢາມ​ ເປັນ​ເວລາ 2 ວັນ​ທີ່​ຊາ​ອຸ​ດີ ອາຣາ​ເບຍ​ນັ້ນ ກໍ​ມີ​ກຳນົດທີ່​
ຈະ​ເປີດ​ເຜີຍຂໍ້​ຕົກລົງ​ ການ​ຊື້ຂາຍ​ອາວຸດ ໃນ​ມູນ​ຄ່າ​ຫຼາຍ ກວ່າ 100 ພັນ​ລ້ານ​ໂດ​ລາ
​ແລະ​ເຊື້ອພະ​ວົງ​ຊາ​ອຸ​ດີ​ໄດ້​ເຊື້ອ​ເຊີນ​ພວກ​ຜູ້ນຳ​ຈາກ​ໂລກ​ມຸສລິ​ມຫຼາຍສິບ​ປະເທດໃຫ້​
ໄປ​ພົບ​ປະ​ກັບ​ທ່ານ​ທຣຳຢູ່​ທີ່​ນັ້ນ.

ທ່ານ​ທຣຳ ຈະ​ໃຊ້​ເວລາ​ສ່ວນ​ໃຫຍ່​ ໃນ​ມື້ທຳ​ອິດ​ຂອງ​ການ​ຢ້ຽມຢາມ ພົບ​ປະ​ກັບ​ກະສັດ
Salman ​ແລະ​ສະມາຊິກອື່ນໆ​ຂອງ​ເຊື້ອພະ​ວົງ ກ່ອນ​ງານ​ລ້ຽງ​ອາຫານຄ່ຳ. ​ໃນ​ວັນ​ອາ
ທິດ ທ່ານ​ຈະ​ພົບ​ປະ​ກັບ​ພວກ​ຜູ້ນຳ​ອາ​ຣັບ​ ແລະ​ມຸສລິ​ມຈາກຫຼາຍສິບ​ປະ​ເທດ ​ໃນ​ກອງ​
ປະຊຸມ​ສຸດ​ຍອດພູ​ມີ​ພາກ ທີ່​ຈະ​ເພັ່ງ​ເລັງ​ໃສ່​ການ​ປາບ​ປາມພວກ​ຫົວ​ຮຸນ​ແຮງ​ຈັດ.

ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທ່ານ Joko Widodo ກໍ​ໄດ້​ໃຫ້ການ​ຢືນຢັນ ໃນວັນ​ສຸກ​
ວານ​ນີ້ວ່າ ທ່ານ​ຈະ​ໄປ​ຮ່ວມ​ການພົບ​ປະ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ