ທ່ານ ທ​ຣຳ ຮຽກ​ຮ້ອງ​ ຕໍ່ຜູ້​ນຳ​ໂລກ ໃຫ້​ໂດດ​ດ່ຽວ ອີ​ຣ່ານ

​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 73 ຢູ່ສຳ​ນັກ​ງານ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ທີ່ນະ​ຄອນ ນິວຢອກ, ສະ​ຫະ​ລັດ. 25 ກັນ​ຍາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຮຽກ​ຮ້ອງ​ບັນ​ດາ​ຜູ້​ນຳ​ໂລກ​ທີ່​ເຕົ້າ​
ໂຮມກັນ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃຫ້ “ໂດດດ່ຽວ ອີຣ່ານ
ຕາບໃດທີ່ການຮຸກຮານຂອງເຂົາເຈົ້າ ຍັງດຳເນີນຕໍ່ໄປຢູ່,” ທ່ານໄດ້ກ່າວຫາຜູ້ນຳ
ອີຣ່ານ ທັງຫຼາຍ ກ່ຽວກັບ ການກະຈາຍ “ເຫດຈະລາຈົນ, ການເສຍຊີວິດ ແລະ ການ
ກໍ່ວິນາດສະກຳ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ ​ທີ່ກອງ​ປ​ະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​
ໃນວັນອັງຄານວານນີ້ວ່າ “ເຂົາເຈົ້າບໍ່ໄດ້ເຄົາລົບປະເທດທີ່ຢູ່ໃກ້ຄຽງຂອງເຂົາເຈົ້າ ຫຼື
ເຂດຊາຍແດນຂອງເຂົາເຈົ້າ ຫຼື ສິດທິອະທິປະໄຕຂອງປະເທດຕ່າງໆ. ໃນທາງກົງກັນ
ຂ້າມ, ພວກຜູ້ນຳ ອີຣ່ານ ແມ່ນໄດ້ປຸ້ນເອົາແຫຼ່ງຊັບພະຍາກອນຂອງປະເທດ ເພື່ອເຮັດ
ໃຫ້ຕົນເອງຮັ່ງມີ ແລະ ກະຈາຍຄວາມຮຸນແຮງໄປທົ່ວພາກຕາເວັນອອກກາງ ແລະ
ໄກອອກໄປ.”

ທ່ານ ທ​ຣຳ ໄດ້​ຢືນ​ຢັນ​ວ່າ ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ປີ 2015 ໃນ​ຍຸກ​ຂອງ​ທ່ານ ໂອ​ບາ​ມາ ເພື່ອ​
ຍຸຕິໂຄງການອາວຸດນິວເຄລຍຂອງ ອີຣ່ານ, ເຊິ່ງທ່ານໄດ້ຖອນສະຫະລັດ ອອກນັ້ນ, ໄດ້
“ເປັນສິ່ງທີ່ບໍ່ຄາດຄິດ ຂອງບັນດາຜູ້ນຳ ອີຣ່ານ” ແລະ ໄດ້ຂະຫຍາຍງົບປະມານກອງທັບ
ຂອງເຂົາເຈົ້າ ເກືອບ 40 ເປີເຊັນເພື່ອ “ສະໜັບສະໜູນລັດທິກໍ່ການຮ້າຍ ແລະ ໄດ້ເປັນ
ທຶນໃນການສ້າງຄວາມຫາຍະນະ ແລະ ການຂ້າຄົນ ໃນປະເທດ ຊີເຣຍ ແລະ ເຢເມນ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ໃນ​ເດືອນ​ທີ່​ຜ່ານ​ມາໄດ້​ເລີ່ມ
“ວາງມາດຕະການລົງໂທດຢ່າງໜັກຕໍ່ ອີຣ່ານ ຄືນອີກ ເຊິ່ງຖືກຍົກເລີກພາຍໃຕ້ຂໍ້ຕົກລົງ
ອີຣ່ານ” ແລະ ວ່າການລົງໂທດເພີ່ມເຕີມຈະມີຂຶ້ນອີກໃນວັນທີ 5 ພະຈິກ ແລະ ຕໍ່ໆໄປ.

ທ່ານ ທ​ຣຳ ໄດ້​ເວົ້າ​ວ່າ “ພວກ​ເຮົາ​ບໍ່​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ຜູ້​ນຳ​ໜ້າ​ໃນ​ການ​ສະ​ໜັບ​ສະ
ໜູນລັດທິກໍ່ການຮ້າຍຂອງໂລກ ມີອາວຸດທີ່ອັນຕະລາຍທີ່ສຸດຂອງໂລກ. ພວກເຮົາບໍ່ສາ
ມາດອະນຸຍາດໃຫ້ລະບອບການປົກຄອງ ທີ່ຮ້ອງໂຮວ່າ ອາເມຣິກາ ຈົ່ງດັບສູນ ແລະ
ຂົ່ມຂູ່ ອິສຣາແອລ ດ້ວຍການທຳລາຍລ້າງ.”

ຫຼັງ​ຈາກ​ນັ້ນ, ໃນ​ການ​ໃຫ້​ສຳ​ພາດ​ກັບ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ທ່ານ​ນັ່ງ​ຄຽ​ງ​ຂ້າງ​ປະ​ທາ​ນາ​
ທິບໍດີ ໂຄລອມເບຍ ທ່ານ ອີວານ ດູເກ ນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ
ພວກເຮົາຈະສາມາດເຮັດໃຫ້ ອີຣ່ານ ເປັນຄືກັນກັບທີ່ ສະຫະລັດ ໄດ້ເປັນກັບ ເກົາຫຼີ
ເໜືອ.”

Your browser doesn’t support HTML5

Trump Rejects Globalism in Address to UN

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ມັນ​ແມ່ນ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ເວົ້າ​ວ່າ ບໍ່, ບໍ່​ແມ່ນ​ເຂົາ​ເຈົ້າ,” ກ່ຽວ​ກັບ
ການພົບປະກັບບັນດາເຈົ້າໜ້າທີ່ ອີຣ່ານ ໃນລະຫວ່າງກອງປະຊຸມສະຫະ​ຊາ​ຊາດ.
ທ່ານໄດ້ເວົ້າຕື່ມວ່າ ການເຈລະຈາດັ່ງກ່າວຈະບໍ່ສາມາດເກີດຂຶ້ນໄດ້ຈົນກວ່າລັດຖະ
ບານ ເຕຫະຣ່ານ ປ່ຽນແປງການປະພຶດຂອງເຂົາເຈົ້າ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້ເວົ້າ​ວ່າ “ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ເຈົ້າ​ກໍ​ຈະ​ມີ​ບັນ​ຫາ​ທີ່​ຮ້າຍ​
ແຮງກວ່າປະເທດໃດໆຢູ່ໃນໂລກ.”

ທີ່​ປຶກ​ສາດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ທ່ານ, ທ່ານ ຈອນ ໂບ​ລ​ຕັນ, ໄດ້​ປະກາດ​
ຄຳເຕືອນທີ່ຮຸນແຮງຕໍ່ ເຕຫະຣ່ານ ໃນການກ່າວຄຳປາໄສ ທີ່ນະຄອນ ນິວຢອກ ຕໍ່ກຸ່ມ
ສົ່ງເສີມ ສະຫະລັດ ທີ່ສາມັກຄີກັນຕໍ່ຕ້ານປະເທດ ອີຣ່ານ ທີ່ມີອາວຸດນິວເຄລຍ ໃນວັນ
ອັງຄານວານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ