ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານຈະທຳການປະກາດ ທີ່ສຳຄັນ ກ່ຽວກັບການປິດລັດຖະບານ ແລະຄວາມໝັ້ນຄົງຊາຍແດນ ໃນການກ່າວຄຳປາໄສ ຕໍ່ປະເທດຊາດ ໃນວັນເສົາມື້ນີ້.
ປະທານາທິບໍດີທຣຳ ກ່າວວ່າ ການກ່າວຄຳປາໄສ ຈາກທຳນຽບຂາວດັ່ງກ່າວ ຈະມີຂຶ້ນໃນເວລາ ບ່າຍ 3 ໂມງ ແລະຈະເວົ້າເຖິງ “ວິກິດການມະນຸດສະທຳໃນເຂດຊາຍແດນທາງໃຕ້ຂອງພວກເຮົາ.”
ການປະເຊີນໜ້າ ລະຫວ່າງພັກເດໂມແຄຣັດ ແລະພັກຣີພັບບລີກັນ ກ່ຽວກັບເລື້ອງໃຫ້ທຶນເພື່ອສ້າງກຳແພງ ຢູ່ຕາມຊາຍແດນຂອງສະຫະລັດ ຕິດກັບເມັກຊິໂກນັ້ນ ໄດ້ພາໃຫ້ມີການປິດລັດຖະບານ ຊຶ່ງກ້າວເຂົ້າສູ່ມື້ທີ 29 ໃນວັນເສົາມື້ນີ້.
ທ່ານທຣຳ ຢາກໄດ້ເງິນພາສີຫຼາຍກວ່າ 5 ຕື້ໂດລາ ເພື່ອນຳໄປເປັນທຶນໃນການສ້າງກຳແພງ ໃນຂະນະທີ່ພັກເດໂມແຄຣັດໄດ້ສະເໜີໃຫ້ເງິນຫຼາຍກວ່າ 1 ຕື້ໂດລາ ເພື່ອນຳໄປໃຊ້ໃນເລື້ອງຄວາມໝັ້ນຄົງຊາຍແດນແຕ່ບໍ່ແມ່ນເພື່ອສ້າງກຳແພງເປັນການສະເພາະ.
ຮູບທີ່ນຳອອກເຜີຍແຜ່ ເມື່ອວັນທີ 14 ມັງກອນ 2019 ໂດຍອົງການພາສີ ແລະຄຸ້ມຄອງ ຊາຍແດນ ທີ່ສະແດງໃຫ້ເຫັນວ່າມີພວກທີ່ມາຈາກ ອາເມຣິກາກາງ 376 ຄົນ ຖືກຈັບ ທີ່ລັດອາຣິໂຊນາ ຍ້ອນຂ້າມຊາຍແດນ ເຂົ້າມາໃນສະຫະລັດ ແບບຜິດກົດໝາຍ.
ແຫຼ່ງຂ່າວຈາກພັກເດໂມແຄຣັດແຈ້ງວ່າ ເງິນຈຳນວນດັ່ງກ່າວແມ່ນຈະຮວມຢູ່ໃນຮ່າງກົດໝາຍການໃຊ້ຈ່າຍທີ່ສະພາຕ່ຳຈະພິຈາລະນາໃນອາທິດໜ້າ 524 ລ້ານໂດລາ ເພື່ອປັບປຸງດ່ານກວດຄົນເຂົ້າເມືອງແຫ່ງຕ່າງໆ ແລະ 563 ລ້ານໂດລາເພື່ອຈ້າງຜູ້ພິພາກສາດ້ານຄົນເຂົ້າເມືອງ.
ການຖົກຖຽງກັນກ່ຽວກັບການສ້າງກຳແພງ ແລະການປິດລັດຖະບານ ຍັງໄດ້ພາໃຫ້ເກີດການຂັດແຍ້ງກັນ ລະຫວ່າງປະທານາທິບໍດີທຣຳແລະປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ກ່ຽວກັບແຜນການເດີນທາງໄປອັຟການິສຖານຂອງທ່ານນາງ.
ທ່ານນາງເພໂລຊີ ໄດ້ກ່າວຫາ ທຳນຽບຂາວ ໃນວັນສຸກວານນີ້ວ່າ ເປີດເຜີຍຂ່າວກ່ຽວກັບແຜນການຂອງທ່ານນາງ ທີ່ຈະເດີນທາງໂດຍເຮືອບິນໂດຍສານພານິດ ໄປອັຟການິສຖານ ຫຼັງຈາກທ່ານທຣຳໄດ້ປະຕິເສດບໍ່ຍອມໃຫ້ທ່ານນາງໃຊ້ເຮືອບິນກອງທັບແລ້ວ.
ລົດບັດຂອງກອງທັບອາກາດ ຈອດຢູ່ບໍລິເວນຕຶກລັດຖະສະພາ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໃຊ້ອຳນາດ ຝ່າຍບໍລິຫານ ປະຕິເສດບໍ່ໃຫ້ປະທານ ສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໃຊ້ເຮືອບິນທະຫານ ບໍ່ດົນກ່ອນທີ່ທ່ານນາງຈະອອກເດີນທາງ.
ທ່ານນາງເພໂລຊີ ກ່າວວ່າ ມັນເປັນ “ການຂາດຄວາມຮັບຜິດຊອບ ໃນພາກສ່ວນຂອງປະທານາທິບໍດີ" ທີ່ໄດ້ເປີດເຜີຍລາຍລະອຽດ ກ່ຽວກັບແຜນການເດີນທາງທີ່ສຳຄັນ ຂອງທ່ານນາງ ຊຶ່ງກະຊວງການຕ່າງປະເທດກ່າວວ່າເປັນໄພຂົ່ມຂູ່ເພີ້ມຂຶ້ນ ຕໍ່ຄວາມປອດໄພ ທາງພາກພື້ນດິນ.
ທຳນຽບຂາວປະຕິເສດວ່າ ຕົນບໍ່ໄດ້ເປີດເຜີຍແຜນການເດີນທາງ ໂດຍເຮືອບິນໂດຍສານພານິດຂອງທ່ານນາງເພໂລຊີ.
ປະທານາທິບໍດີສະຫະລັດທຣຳ ໄດ້ຍົກເລີກແຜນການເດີນທາງ ໄປຍັງອັຟການິສຖານ ແລະນະຄອນບຣັສເຊີລສ໌ຂອງທ່ານນາງເພໂລຊີ ໃນວັນພະຫັດຜ່ານນີ້ ຊຶ່ງເປັນການເຄື່ອນໄຫວ ຫຼ້າສຸດ ໃນການຕໍ່ສູ້ທາງດ້ານການເມືອງທີ່ຂົມຂື່ນກ່ຽວກັບການປິດລັດຖະບານທີ່ດົນນານທີ່ສຸດໃນປະຫວັດສາດຂອງສະຫະລັດ.
ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປຫາປະທານສະພາຕ່ຳນັ້ນ ທ່ານທຣຳໄດ້ປະຕິເສດບໍ່ໃຫ້ທ່ານນາງເພໂລຊີ ແລະສະມາຊິກສະພາຈຳນວນນຶ່ງ ໃຊ້ເຮືອບິນກອງທັບ ເພື່ອເດີນທາງໄປພົບປະກັບບັນດາປະເທດພັນທະມິດ ຂອງອົງການເນໂຕ້ ທີ່ນະຄອນບຣັສເຊີລສ໌ ແລະ ທະຫານອາເມຣິກັນ ຢູ່ອັຟການິສຖານໂດຍຂຽນວ່າ ໃນຂະນະທີ່ພວກຄົນງານອາເມຣິກັນທີ່ຍິ່ງໃຫຍ່ 800,000 ຄົນບໍ່ໄດ້ຮັບເງິນເດືອນຢູ່ນີ້ ຂ້າພະເຈົ້າຈຶ່ງແນ່ໃຈວ່າ ພວກທ່ານຈະເຫັນພ້ອມນຳໃນການເລື່ອນງານສາທາລະນະນີ້ ແມ່ນເໝາະສົມທີ່ສຸດ."
ໂຄສົກຂອງຫ້ອງການທ່ານນາງເພໂລຊີ ກ່າວວ່າ ການເດີນທາງໃນຄັ້ງນີ້ແມ່ນຈະສະໜອງ "ການລາຍງານທີ່ສຳຄັນ ທາງດ້ານຄວາມໝັ້ນຄົງ ແລະ ສືບລັບພ້ອມທັງເປັນໂອກາດໃຫ້ທ່ານນາງເພໂລຊີໄດ້ຂອບອົກຂອບໃຈພວກທະຫານ.
ຈົດໝາຍຂອງປະທານາທິບໍດີ ບໍ່ໄດ້ກ່າວໂດຍກົງເຖິງການຮຽກຮ້ອງຂອງທ່ານນາງເພໂລຊີໃນມື້ວັນພຸດ ທີ່ໃຫ້ທ່ານທຣຳ ເລື່ອນເວລາໃນການກ່າວຄຳປາໄສຕໍ່ປະຊາດ ຊຶ່ງກຳນົດໃສ່ວັນທີ 29 ມັງກອນ ໄປຈົນກວ່າ ມີການອະນຸມັດທຶນ