ຊ້ອງໜ້າຝູງຊົນຫຼາຍຮ້ອຍຄົນ ໃນສະໜາມກິລາ ທີ່ອິນດີແອນນາໂປລິສ ປະທານາ
ທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ລົງນາມໃນເອກກະສານສະບັບນຶ່ງ ທີ່ປະຕິເສດ
ຕໍ່ສົນທິນຍາວ່າດ້ວຍການຄ້າອາວຸດຂອງສະຫະປະຊາຊາດ ໂດຍເອີ້ນມັນວ່າ ເປັນໄພ
ຂົ່ມຂູ່ຕໍ່ອະທິປະໄຕຂອງຊາວອາເມຣິກັນ.
ທ່ານທຣຳ ກ່າວວ່າ ການເອົາມາດຕະການຂອງທ່ານ ໃນລະຫວ່າງການກ່າວຄຳປາໄສໄປໄດ້ເຄິ່ງນຶ່ງ ໃນກອງປະຊຸມປະຈຳປີ ຂອງສະມາຄົມປືນຍາວແຫ່ງຊາດ ຫຼື NRA
ທີ່ຮຽກຮ້ອງໃຫ້ລັດຖະສະພາ “ບໍ່ໃຫ້ສືບຕໍ່ອະນຸມັດສົນທິສັນຍາດັ່ງກ່າວແລະໃຫ້ສົ່ງກັບ
ຄືນມາ ຊຶ່ງການປະຕິເສດຕໍ່ສົນທິສັນຍາ ສະບັບນີ້ ແລ້ວສົ່ງກັບຄືນມາໃຫ້ຂ້າພະເຈົ້າ
ທັນທີ່ ໃນຫ້ອງການຮູບຊົງໄຂ່ ຫຼື ໂອໂວລຂອງທຳນຽບຂາວ ບ່ອນທີ່ຂ້າພະເຈົ້າຈະເອົາໄປຖິ້ມ.”
ພວກສະມາຊິກຂອງສະມາຄົມປືນຍາວແຫ່ງຊາດ ຫຼື NRA ຕົບມືໃຫ້ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນການໃຫ້ຄຳຖະແຫຼງການຂອງກອງປະຊຸມ ປະຈຳປີ ຄັ້ງທີ 148 ຂອງສະມາຄົມ NRA ທີ່ອິນດີແອນນາໂປລິສ, ທີ່ອິນດີແອນນາມ 26 ເມສາ 2019.
ປະທານາທິບໍດີ ໄດ້ບອກກັບຝູງຊົນທີ່ເຂົ້າມາສະໜັບສະໜຸນທ່ານວ່າ “ພວກເຮົາຈະບໍ່
ອະນຸຍາດໃຫ້ພວກຂ້າລາຊະການຕ່າງຊາດ ມາຢຽບຢ້ຳສິດເສລີ ໃນກົດໝາຍດັດແກ້
ຂໍ້ທີ 2 ຂອງພວກເຮົາ ກໍຄືການມີສິດຄອບຄອງອາວຸດປືນ. ພວກເຮົາບໍ່ຮັບຮອງເອົາ
ສົນທິສັນຍາດັ່ງກ່າວ. ຂ້າພະເຈົ້າຫວັງວ່າ ພວກທ່ານຄົງຈະດີໃຈແລ້ວ.”
ຂໍ້ດັດແກ້ທີ 2 ທີ່ປົກປ້ອງສິດ ຂອງພວກຄົນທີ່ມີອາວຸດປືນ ແລະການບັງຄັບໃຊ້ກົດໝາຍ
ທີ່ເຂັ້ມງວດ ແມ່ນເຫດຜົນຕົ້ນຕໍຂອງອົງການດັ່ງກ່າວ ຊຶ່ງປະທານາທິບໍດີ ໄດ້ນຳສະເໜີໄປ
ໃນວັນສຸກ ຜ່ານມານີ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ການປະກາດກ່ຽວກັບສະມາຄົມປືນຍາວແຫ່ງຊາດ ຫຼື NRA
Your browser doesn’t support HTML5
Trump Announces Withdrawal from UN Arms Trade Treaty