ດ່ານຂ້າມຊາຍແດນຂອງສະຫະລັດ ທີ່ຕິດກັບປະເທດເມັກຊິໂກ ອາດຈະຖືກສັ່ງໃຫ້ປິດ
ພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ຊຶ່ງທ່ານປະທານາທິບໍດີດໍໂນລ ທຣຳ ໄດ້ ກ່າວຕໍ່ບັນດາ
ນັກຂ່າວ ໃນວັນສຸກວານນີ້.
“ມັນເປັນໄປໄດ້ສູງແທ້ໆເລີຍ ທີ່ຂ້າພະເຈົ້າຈະປິດດ່ານຂ້າມຊາຍແດນ ໃນສັບປະ
ດາໜ້າ ແລະອັນນັ້ນ ຈະເປັນການດີ ສຳລັບຂ້າພະເຈົ້າ” ນັ້ນແມ່ນຄຳເວົ້າ ຂອງທ່ານ
ທຣຳ ທີ່ໄດ້ກ່າວໄປ ຢູ່ທີ່ບ້ານພັກຕາກອາກາດ Mar-a-Lago ໃນ ລັດຟລໍຣີດາຂອງ
ທ່ານ ຊຶ່ງເປັນການສະແດງອອກເຖິງຄວາມບໍ່ພໍໃຈກັບເລື້ອງ ບັນຫາຄົນເຂົ້າເມືອງຜິດ
ກົດໝາຍ ທີ່ຍັງສືບຕໍ່ຫຼັ່ງໄຫຼເຂົ້າມາໃນສະຫະລັດ.
ເມື່ອຕອນເຊົ້າໃນມື້ດຽວກັນ ທ່ານທຣຳ ໄດ້ກ່າວຫາ ເມັກຊິໂກວ່າ ບໍ່ໄດ້ທຳການຢັບຢັ້ງ
ພວກຍົກຍ້າຍຖິ່ນຖານ ຈາກບັນດາປະເທດໃນເຂດອາເມຣິກາກາງ ຢ່າງພຽງພໍ ໂດຍ
ເຕືອນວ່າ ຖ້າຫາກເມັກຊິໂກ ບໍ່ “ຢຸດຢັ້ງພວກເຂົາເຈົ້າ ພວກເຮົາຈະ ປິດຊາຍແດນ.
ແລະພວກເຮົາຈະປິດມັນໄວ້ ເປັນເວລາຍາວນານ. ຂ້າພະເຈົ້າບໍ່ ໄດ້ຫຼິ້ນເກມໃດໆ
ເລີຍ.”
ທ່ານທຣຳ ໄດ້ກ່າວອ້າງອີງເຖິງຂະບວນຂອງພວກຄົນຍົກຍ້າຍຖິ່ນຖານ ທີ່ລວມທັງ
ຂະບວນນຶ່ງທີ່ມີຫຼາຍຮ້ອຍຄົນ ຜູ້ທີ່ຕັ້ງໃຈຈະເດີນທາງມາສະຫະລັດ ຊຶ່ງເປັນເຫດຜົນ
ທີ່ບັນດາເຈົ້າໜ້າທີ່ຂອງເມັກຊິໂກຈະຕ້ອງໄດ້ເອົາມາດຕະການໃນທັນທີ.
México no actúa con base en amenazas.Somos un gran vecino. Díganlo si no el millón y medio de estadounidenses que eligieron a nuestro país como hogar, la más grande comunidad de ese origen fuera de EU. Para ellos también somos el mejor vecino que pudieron tener.
— Marcelo Ebrard C. (@m_ebrard) March 29, 2019
ທ່ານ ມາແຊໂລ ອີບຣາດ ລັດຖະມົນຕີວ່າການຕ່າງປະເທດ ຂອງເມັກກຊິໂກ ໄດ້
ຕອບຜ່ານທາງທວີດເຕີຢ່າງວ່ອງໄວວ່າ “ເມັກຊິໂກ ຈະບໍ່ເອົາມາດຕະການ ບົນພື້ນ
ຖານຂອງການຂົ່ມຂູ່. ພວກເຮົາເປັນປະເທດເພື່ອນບ້ານທີ່ດີເລີດ.”
ເຖິງແມ່ນວ່າ ທ່ານທຣຳ ຢູ່ໃນທວີດເຕີ ແລະໃນຄວາມເຫັນຂອງທ່ານ ທີ່ໄດ້ຂຽນລົງເມື່ອ
ວັນສຸກວານນີ້ ໄດ້ກ່າວວ່າ ເມັກຊິໂກ ແມ່ນ “ບໍ່ເຮັດຫຍັງເລີຍ” ເພື່ອຈະ ຢັບຢັ້ງພວກຍົກ
ຍ້າຍຖິ່ນຖານ ທີ່ຫລັ່ງໄຫລມາ ສ່ວນພວກເຈົ້າໜ້າທີ່ຢູ່ໃນປະເທດ ນັ້ນ ກ່າວວ່າ ພວກ
ເຂົາເຈົ້າ ກຳລັງພະຍາຍາມ ຈະສະຫຼາຍຂະບວນຄາຣາວານ ຂອງພວກຄົນດັ່ງກ່າວ
ແລະໄດ້ຈັບກຸມ ແລະເນລະເທດພວກເຂົາເຈົ້າ ຫຼາຍຂຶ້ນ ເລື້ອຍໆ ແລະໄດ້ຍຸຕິການ
ອອກວີຊາດ້ານມະນຸດສະທຳ ຢູ່ທີ່ດ່ານຊາຍແດນ ຕິດກັບປະເທດກົວເຕມາລາ
ໄປແລ້ວ.
ຍັງບໍ່ເປັນທີ່ຈະແຈ້ງວ່າ ການຂົ່ມຂູ່ທີ່ຈະປິດດ່ານຂ້າມຊາຍແດນ ຂອງທ່ານທຣຳ ນັ້ນ
ຍັງຈະກວມເຖິງການເດີນທາງເຂົ້າມາທາງອາກາດ ຫຼືບໍ່.
ການປິດການຄ້າ ຂ້າມເຂດຊາຍແດນ ກໍຈະມີຜົນກະທົບຕິດຕາມມາ ຢ່າງໃຫຍ່ຫຼວງ ຕໍ່
ເສດຖະກິດ ນຳດ້ວຍ. ເມັກຊິໂກ ເປັນຄູ່ການຄ້າ ໃຫຍ່ທີ່ສຸດອັນດັບສາມ ໃນດ້ານການ
ຜະລິດສິນຄ້າຕ່າງໆໃຫ້ແກ່ສະຫະລັດ ໂດຍມີມູນຄ່າລວມຫຼາຍກວ່າ 500 ຕື້ໂດລາ
ສະຫະລັດ ຂອງຜະລິດຕະພັນຕ່າງໆ ທີ່ສົ່ງຂ້າມຊາຍແດນທັງ ເຂົ້າແລະອອກ ໃນ
ແຕ່ລະປີ.