ປ. ທຣຳ ຂົ່ມຂູ່ ຈະບໍ່ລົງນາມ ໃນຊຸດຮ່າງກົດໝາຍ ຊ່ອຍເຫຼືອ COVID-19 ແລະງົບປະມານໃຊ້ຈ່າຍ ຂອງລັດຖະບານ

ປະທານາທິບໍດີ ດໍໂນລ ທຣຳ ຍ່າງໄປສວນຫຍ້າກຳ້ໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ ກ່ອນຈະຂຶ້ນເຮືອບິນເຮລິຄັອບເຕີ້ Marine One, ວັນທີ 12 ທັນວາ 2020.

ປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໃນອັງຄານວານນີ້ ໄດ້ຂົ່ມຂູ່ທີ່ຈະບໍ່ລົງນາມໃນຮ່າງກົດໝາຍທ້າຍປີຂະໜາດໃຫຍ່ ທີ່ໄດ້ຮັບຜ່ານ ໂດຍລັດຖະສະພາແລ້ວນັ້ນ ຊຶ່ງລວມມີທຶນຊ່ອຍເຫຼືອເພື່ອບັນເທົາທຸກໄວຣັສໂຄໂຣນາມູນຄ່າເກືອບ 900 ຕື້ໂດລາ ແລະງົບປະມານລັດຖະບານປະຈໍາປີ 1 ພັນ 4 ຮ້ອຍຕື້ໂດລາ.

ໃນວີດີໂອທີ່ໄດ້ນຳລົງສື່ສັງຄົມ ທ່ານທຣຳ ໄດ້ຍົກໃຫ້ເຫັນໃນສິ່ງທີ່ທ່ານເອີ້ນວ່າ “ການໃຊ້ຈ່າຍທີ່ສິ້ນເປືອງ” ໃນໂຄງການຕ່າງໆຫຼາຍຢ່າງ ທີ່ເປັນເລື້ອງທໍາມະດາໃນມາດຕະການສະໜອງທຶນປະຈຳປີຂອງສະຫະລັດ ເຊັ່ນວ່າ ການຊ່ອຍເຫຼືອດ້ານການທະຫານໃຫ້ແກ່ອີຈິບ ທຶນສຳລັບຫໍພິພິທະພັນ ແລະເງິນສະໜັບສະໜຸນໃນດ້ານກະສິກຳແລະສັດປ່າ.

ຂໍ້ຄັດຄ້ານທີ່ສະເພາະເຈາະຈົງຂອງທ່ານທຣຳ ຕໍ່ພາກສ່ວນການບັນເທົາທຸກດ້ານໄວຣັສໂຄໂຣນາ ທີ່ໄດ້ເພັ່ງເລັງໃສ່ນັ້ນ ອັນທີ່ທ່ານໄດ້ກ່າວວ່າ ການຊ່ອຍເຫຼືອທີ່ບໍ່ພຽງພໍ ສຳລັບພວກທຸລະກິດຂະໜາດນ້ອຍ ທີ່ໄດ້ຮັບຜົນກະທົບ ໃນລະຫວ່າງໂຣກລະບາດ ແລະກ່ຽວກັບຂະໜາດຂອງເງິນ ທີ່ຈ່າຍໃຫ້ແກ່ສ່ວນບຸກຄົນໂດຍກົງ.

ຮ່າງກົດໝາຍດັ່ງກ່າວທີ່ໄດ້ຖືກຮັບຜ່ານໂດຍທັງສອງສະພາຢ່າງຖ້ວມລົ້ນ ລວມ ມີເງິນຊ່ອຍເຫຼືອແກ່ບຸກຄົນສ່ວນໃຫຍ່ 600 ໂດລາ ຊຶ່ງເປັນເຄິ່ງນຶ່ງຂອງລະດັບຊຸດການຊ່ອຍເຫຼືອໃນເດືອນມີນາ. ທ່ານທຣຳ ກ່າວວ່າ ມັນຄວນເປັນ 2,000 ໂດລາ ຕໍ່ຄົນໃນຮອບນີ້.

“ຂ້າພະເຈົ້າຂໍໃຫ້ລັດຖະສະພາດັດແກ້ຮ່າງກົດໝາຍນີ້ ແລະໃຫ້ເພີ້ມເງິນ 600 ໂດລາທີ່ໜ້າຫົວຂວັນນີ້ ເປັນ 2,000 ໂດລາ ຫຼື 4,000 ໂດລາຕໍ່ຄູ່ຜົວເມຍນຶ່ງ” ທ່ານທຣຳ ໄດ້ກ່າວໄປ ແລະກ່າວອີກວ່າ “ຂ້າພະເຈົ້າຍັງຂໍໃຫ້ລັດຖະສະພາເອົາສິ່ງຕ່າງໆທີ່ເປັນການສິ້ນເປືອງແລະບໍ່ຈຳເປັນທັງຫຼາຍອອກໄປໃນທັນທີຈາກຮ່າງກົດໝາຍນີ້ ແລ້ວໃຫ້ສົ່ງຮ່າງກົດໝາຍທີ່ເໝາະສົມມາໃຫ້ ຫຼືບໍ່ດັ່ງນັ້ນລັດຖະບານ ຊຸດຕໍ່ໄປ ກໍຈະຕ້ອງໄດ້ນຳສົ່ງຊຸດບັນເທົາທຸກໂຄວິດ.”

ພັກເດໂມແຄຣັດ ໄດ້ຊຸກຍູ້ໃຫ້ຈ່າຍເງິນທີ່ຫຼາຍກວ່ານັ້ນ ອັນເປັນສ່ວນນຶ່ງຂອງຊຸດການບັນເທົາທຸກຍ້ອນໄວຣັສໂຄໂຣນາທີ່ໃຫຍ່ກວ່ານັ້ນ ໂດຍລວມທັງໝົດ 3 ພັນຕື້ໂດລາ ຕາມແບບສະບັບຂອງສະພາຕ່ຳທີ່ໄດ້ຮັບຜ່ານໄປ ໃນເດືອນພຶດສະ ພາ ແລະອັນນຶ່ງທີ່ລວມທັງໝົດ 2 ພັນຕື້ໂດລາທີ່ຕົນໄດ້ຮັບຜ່ານໃນເດືອນຕຸລາ. ແຕ່ຊຸດການຊ່ອຍເຫຼືອທັງສອງນີ້ ນຳສົ່ງຂຶ້ນໄປໃນສະພາສູງ ໂດຍພັກຣີພັບບລີກັນ ໄດ້ຄັດຄ້ານຕໍ່ ລະດັບຂອງການໃຊ້ຈ່າຍນັ້ນ ແລະໄດ້ຊຸກຍູ້ໃຫ້ພະຍາຍາມເພັ່ງເລັງໃສ່ແຕ່ລະຈຸດໃນການບັນເທົາທຸກຫຼາຍຂຶ້ນ.

ປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີໄດ້ຕອບໂຕ້ຕໍ່ວີດີໂອຂອງທ່ານທຣຳ ດ້ວຍການປະຕິຍານວ່າ ຈະນຳເອົາເລື້ອງຂອງການຈ່າຍເງິນທີ່ຫຼາຍກວ່າເກົ່ານັ້ນ ໄປລົງຄະແນນສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ