ປ. ທຣໍາ ຂົ່ມຂູ່ ທີ່ຈະເກັບ ພາສີລົດ ທີ່ນໍາມາຈາກຢູໂຣບ 20 ເປີເຊັນ

ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ໃນກອງປະຊຸມ ຄະນະບໍລິຫານ ທີ່ທຳນຽບຂາວ ທີ 21 ມິຖຸນາ 2018.

ທ່ານ ​ດໍ​ໂນ​ລທຣໍາ ປະທານາທິບໍດີຂອງ​ສະຫະລັດ ກໍາລັງ​ນາບ​ຂູ່​ວ່າ​ຈະ​ເກັບ​ພາສີ 20 ​
ເປີ​ເຊັນ​ຕໍ່ລົດ​ທີ່​ປະກອບ​ຢູ່​ສະຫະພາບ​ຢູ​ໂຣບ ຫລື ອີ​ຢູ (EU) ​ແລ້ວ​ສົ່ງ​ມາ​ຂາຍ​ຍັງສະຫະ
ລັດ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ​ຕໍ່ການ​ເກັບ​ພາສີນໍາ​ເຂົ້າ​ຂອງ​ປະ​ເທດ​ຢູ​ໂຣບສໍາ​ລັບສະຫະ
ພັນການຄ້າ​ອາ​ເມຣິກາ.

​ໃນ​ວັນ​ສຸກ ວານ​ນີ້ ຊຶ່ງ​ເປັນ​ມື້ທີ່ພາສີ​ນໍາ​ເຂົ້າ​ໃໝ່ຂອງອີ​ຢູ (EU) ມີ​ຜົນ​ບັງຄັບ​ໃຊ້ ທ່ານ
​ທຣໍາກໍ​ໄດ້​ຂຽນລົງ​ໃນ​ທວີ​ດ​ເທີ​ວ່າ “ຖ້າພາສີ​ນໍາ​ເຂົ້າ​ໃໝ່ພວກ​ນີ້ ​ແລະສິ່ງ​ກີດ​ຂວາງ​ທາງ​
ການ​ຄ້າຕ່າງໆ ​ບໍ່ຖືກ​ທໍາລາຍ ​ແລະ​ຍົກ​ເລີກ​ແລ້ວ​ ພວກ​ເຮົາກໍຈະ​ເກັບ​ພາສີ 20 ​ເປີ​ເຊັນ
​ຕໍ່ລົດທຸກ​ຄັນ​ຂອງ​ພວກ​ເຂົາ​ທີ່​ສົ່ງ​ມາ​ຍັງ​ສະຫະລັດ. ສະນັ້ນ​ໃຫ້​ຜະລິດ​ຢູ່​ທີ່​ນີ້.”

https://twitter.com/realDonaldTrump/status/1010166772912320513
ນັກ​ຊ່ຽວຊານ​ດ້ານ​ອຸດ​ສະຫະ​ກໍາ​ລົດ ​ເວົ້າວ່າ ອັດ​ຕາ​ພາສີ​ດັ່ງກ່າວ​ນັ້ນສາມາດ​ມີ​ຜົນ​ກະ
ທົບ​ບໍ່ດີຕໍ່​ເສດຖະກິດ​ສະຫະລັດ ​ແລະ​ເສດຖະກິດ​ຂອງ​ຢູ​ໂຣບ​ເຊັ່ນ​ກັນ.

ທ່ານ ​ແຄ​ສ​ເພີ ພີ​ເຕີ (Kasper Peters) ຫົວໜ້າຝ່າ​ນສື່ສານ​ຂອງສະມາຄົມ​ຜະລິດ​ລົດ​
ຂອງ​ຢູ​ໂຣບຫລື ACEA ກ່າວ​ຢູ່​ໃນ​ຕອນ​ໃຫ້​ສໍາພາດ​ກັບວີ​ໂອ​ເອໃນ​ວັນ​ສຸກ​ວານ​ນີ້ວ່າ
"ມັນ​ເປັນ​ເລື້ອງ​ສັບສົນ​ຫລາຍ​ອີ່ຫລີ; ມັນ​ບໍ່​ແມ່ນ​ຄໍາ​ຖາມ​ທີ່​ຈະຫາ​ຄໍາ​ຕອບ​ໄດ້​ງ່າຍ" ​ເມື່ອ​
ເວົ້າ​ເຖິງ​ເລື້ອງທີ່​ວ່າລົດ​ຜະລິດ​ຢູ່​ບ່ອນ​ນຶ່ງ ​ແລະ​ໄປ​ຂາຍ​ຢູ່​ອີກ​ບ່ອນ​ນຶ່ງ.

ລົດລໍຖ້າສົ່ງອອກມາຂາຍ ຈອດຢູ່ທ່າເຮືອ ເມືອງບຣີແມັສ ພາກເໜືອປະເທດເຢຍຣະມັນ ທີ 8, 2012.

ໃນ​ເດືອນ​ມີນາ​ຜ່ານ​ມາ ທ່ານ​ເອີຣິກ ຈອນ​ເນ​ເອີ​ດ (Erik Jonnaert), ​ເລຂາ​ທິການ​ໃຫຍ່​ຂອງສະມາຄົມ ACEA ​ໃຫ້​ຂໍ້​ສັງ​ເກດ​ວ່າ ACEA ຜູ້​ຜະລິດ​ລົດ​ທີ່​ມີ​ໂຮງງານ​ຢູ່​ໃນ​ສະຫະ
ລັດ​ແມ່ນ​ມີ​ເສດຖະກິດຢູ່​ໃນ​ທ້ອງ​ຖິ່ນ​ເຂດ​ນັ້ນ. ທ່ານ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​
ນຶ່ງ​ວ່າ "ສ່ວນຜູ້​ຜະລິດ​ລົດຂອງອີ​ຢູ (EU) ບໍ່ພຽງ​ແຕ່​ນໍາເອົາ​ພາຫະນະ​ເຂົ້າ​ໄປ​ຂາຍ​ໃນ
​ສະຫະລັດ ​ພວກ​ເຂົາ​ເຈົ້າຍັງມີ​ພື້ນຖານ​ການ​ຜະລິດໃຫຍ່ຢູ່​ແຫ່ງ​ນັ້ນ ຊຶ່ງ​ໄດ້​ສ້າງ​ວຽກ​ເຮັດ
ງານ​ທໍາ​ໃຫ້​ແກ່​ຄົນ​ໃນ​ທ້ອງ​ຖິ່ນ ​ແລະ​ສ້າງ​ລາຍ​ຮັບດ້ານພາສີ​ໃຫ້​ເຂົາ​ເຈົ້າ”

ລັດຖະມົນຕີການຄ້າສະຫະລັດ ທ່ານ ວີວເບີຣ ຣອດສ໌ ລາຍງານຕໍ່ຄະນະກຳມະການ ການເງິນສະພາສູງ ທີ 20 ມິຖຸນາ 2018.

ທ່ານ​ທຣໍາ​ໄດ້​ຂຽນລົງ​ໃນ​ທວີ​ດ​ເຕີ​ພາຍ​ໃນ​ນຶ່ງ​ມື້ຫລັງ​ຈາກ​ທ່ານ ວີລ​ເບີ ຣອສ (Wilbur
Ross) ລັດຖະມົນຕີ​ກະຊວງ​ການ​ຄ້າ​ເວົ້າວ່າ ກະຊວງ​ຂອງ​ທ່ານ​ມີ​ແຜນ​ທີ່​ຈະ​ສິ້ນສຸດ
​ການ​ສືບສວນ​ເບິ່ງ​ວ່າລົດ ​ແລະ​ສິ້ນສ່ວນ​ປະກອບ​ຂອງ​ລົດ ​ເປັນ​ໄພ​ຂົ່ມຂູ່​ຕໍ່ຄວາມໝັ້ນ
ຄົງ​ຂອງ​ຊາດ​ຫລືບໍ່​ໃນ​ເດືອນ​ກໍ​ລະ​ກົດ ຫລື​ສິງຫາ​ທີ່​ຈະ​ມາ​ເຖິງ​ນີ້. ​ແຕ່​ວ່າ​ທ່ານ ດານຽວ
​ໄພຣສ໌ (Daniel Price) ອະດີດ​ທີ່​ປຶກສາ​ອາວຸ​ໂສ​ດ້ານ​ເສດຖະກິດ​ຂອງ​ປະທານາທິບໍດີ​
ຈອດ​ຈ໌ດັບ​ເບິນ​ຢູ ບຸ​ສ (George W. Bush) ກ່າວ​ຕໍ່ໜັງສື​ພິມ Washington Post
ວ່າ ການ​ນາບ​ຂູ່​ຂອງ​ທ່ານ​ທຣໍາວ່າວ​ຈະ​ວາງ​ການ​ເກັບ​ພາສີ​ໃໝ່ອອກ​ມາ​ແມ່ນ "​ເປັນ​
ການ​ລັດ​ວົງຈອນ ຂອງຂັ້ນຕອນ ​ແລະ​ໃນ​ທີ່​ສຸດ​ກໍ​ເປັນ​ການ​ເຮັດ​ໃຫ້​ເຫດຜົນວ່າ​ການ​ສືບ
ສວນໃນ​ແງ່​ຄວາມໝັ້ນຄົງ​ຂອງ​ຊາດຂອງບັນຫານີ້ຫລຸດ​ລົງ."

ອັດຕາ​ພາສີ​ໃໝ່ຂອງ​ອີ​ຢູ ທີ່​ຮັບຮອງ​ເອົາ​ວັນ​ສຸກ​ວານ​ນີ້ ​ແມ່ນ​ມີ​ຜົນ​ນໍາ​ໃຊ້​ຕໍ່ສິນຄ້າ​ອາ​ເມຣິ
ກາ​ໃນ​ມູນ​ຄ່າ​ຫລາຍ​ຕື້​ໂດ​ລາ ຊຶ່ງ​ລວມມີ ​ໂສ້ງ​ຢີນ, ​ເຫລົ້າວິສກີ​ບົວ​ບັນ, ​ແລະ​ລົດຈັກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ