ທ່ານ Bannon ທີ່ຖືກປົດ ຈາກຕຳແໜ່ງ ຢູ່ ທຳນຽບຂາວ ກ່າວວ່າ ຈະໄປເຮັດສົງຄາມ ເພື່ອ ປ. ທຳ

ທ່ານ Steve Bannon ນັກຍຸດທະສາດ ຂອງທຳນຽບຂາວ ກ່າວຕໍ່ກອງປະຊຸມ ພວກນິຍົມແນວທາງເດີມ ທີ່ເມືອງ Oxon Hill ລັດ Maryland. (ວັນທີ 23 ກຸມພາ 2017)​

ອະດີດ​ຫົວໜ້າ​ວາງ​ແຜນ​ຍຸດ​ທະ​ສາດ​ຂອງ​ທຳນຽບຂາວ ທ່ານ Steve Bannon ​ໄດ້​ປະກາດ​ວ່າ ທ່ານ​ຈະ “​ເຮັດ​ສົງຄາມ” ​ເພື່ອ​ປະທານາທິບໍດີດໍ​ໂນ​ລ ທຣຳ ​ໃນຂະນະ​ທີ່​ທ່ານ​ກັບ​ຄືນ​ໄປ​ເຮັດ​ວຽກ ​ໃຫ້​ແກ່​ອົງການ​ຂ່າວ Breitbart ຊຶ່ງ​ເປັນ​ໜັງສືພິມຂອງ​ພວກ​ນິຍົມ​ແນວທາງເດີມ​ຈັດ ທີ່​ທ່ານ​ເປັນ​ປະທານ ກ່ອນ​ຈະ​ເຂົ້າຮ່ວມ​ໃນ​ການ​ໂຄສະນາ​ຫາ​ສຽງ​ໃຫ້​ທ່ານ​ທຣຳ ​ແລະ​ລັດ​ຖະບານຂອງ​ທ່ານ.

ທ່ານ Bannon ກ່າວ​ຕໍ່ອົງການ​ຂ່າວ Bloomberg ​ໃນ​ວັນ​ສຸກ​ວານ​ນີ້ ບໍ່​ເທົ່າ​ໃດຊົ່ວ​ໂມງ​ຫຼັງຈາກ​ມີ​ຂ່າວ ​ອອກ​ມາ​ວ່າ ທ່ານ​ຈະ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ຖານະ​ເປັນທີ່​ປຶກສາ​ປະທານາທິບໍດີທີ່​ມີ​ຂ່າວ​ນອງ​ນັນ​ຫຼາຍທີ່​ສຸດ​ນັ້ນ.

ທ່ານ Bannon ກ່າວ​ວ່າ “ຖ້າ​ຫາກ​ ຍັງ​ມີ​ຄວາມ​ສັບສົນ​ຢູ່​ນັ້ນ ຂ້າພະ​ເຈົ້າຂໍ​ໃຫ້​ຄວາມ​ກະ​ຈ່າ​ງ​ແຈ້ງ​ດັ່ງນີ້ ຂ້າພະ​ເຈົ້າພວມ​ອອກ​ຈາກ​ທຳນຽບຂາວ​ໄປ ​ແລະ​ໄປ​ເຮັດ​ສົງຄາມ​ໃຫ້​ທ່ານ​ທຣຳ ຕໍ່ຕ້ານ​ພວກ​ຄັດຄ້ານ​ທ່ານ ຢູ່​ໃນສະພາ ​ໃນ​ສື່ມວນຊົນ ​ແລະ​ໃນ​ບໍລິສັດ​ຂອງ​ອາ​ເມຣິກາ.”

ນອກ​ນັ້ນ ທ່ານ Bannon ຍັງ​ໃຫ້​ສຳພາດ​ແກ່​ໜັງສືພິມ Weekly Standardໃນ​ວັນ​ສຸກ​ວານ​ນີ້.

“ການເປັນ​ປະທານາທິບໍດີ​ຂອງ​ທ່ານ​ທຣຳ ທີ່​ພວກ​ເຮົາ​ໄດ້​ຕໍ່ສູ້ ​ແລະ​ກໍ​ຊະນະ​ນັ້ນ ​ແມ່ນ​ສິ້ນສຸດ​ລົງ​ແລ້ວ” ນັ້ນຄື​ຄວາມ​ເຫັນ​ຂອງ​ທ່ານ Bannon ທີ່​ໄດ້​ກ່າວ​ໄວ້ ​ບໍ່ດົນ​ຫລັງຈາກ​ມີ​ການ​ຢືນຢັນ​ ກ່ຽວ​ກັບ​ການ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ. “ພວກ​ເຮົາ​ຍັງ​ມີ​ຂະ​ບວນການ​ຂະໜາດ​ໃຫຍ່ ​ແລະ​ພວກ​ເຮົາ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ​ໃນການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ​ທຣຳນີ້. ​ແຕ່​ຕຳແໜ່ງປະທານາ ທິບໍດີ​ໄດ້​ສິ້ນສຸດ​ລົງ​ແລ້ວ. ມັນ​ຈະ​ເປັນ​ແນວ​ອື່ນແລະ​ມັນ​ຈະ​ເປັນ​ທຸກ​ທຸກໆ​ຢ່າງ​ຂອງ​ການ​ຕໍ່ສູ້​ແລະ​ມັນ​ຈະ​ມີ​ທັງ​ມື້ທີ່ດີ​ແລະ​ບໍ່​ດີ ແຕ່​ຕຳ​ແໜ່​ງປະທານາທິບໍດີ​ແມ່ນ​ໄດ້​ສິ້ນສຸດ​ລົງ​ແລ້ວ.”

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ​ກ່າວ​ວ່າ ​ຫົວໜ້າ​ທີ່​ປຶກສາ​ຂອງ​ທຳນຽບຂາວທ່ານ John Kelly ​ແມ່ນ​ເປັນ​ຜູ້​ເຊັນ​ກ່ຽວ​ກັບ​ການ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ Bannon.

ທ່ານ​ນາງ Sanders ​ເວົ້າວ່າ “ຫົວໜ້າ​ທີ່​ປຶກສາ​ຂອງ​ທຳນຽບຂາວ ທ່ານ John Kelly ​ແລະ​ທ່ານ Steve Bannon ຕ່າງ​ກໍ​ໄດ້​ເຫັນ​ພ້ອມ​ນຳ​ກັນວ່າ ມື້ນີ້ຈະ​ເປັນມື້ສຸດ​ທ້າຍ ​ສຳລັບ Steve​ ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ໃນ​ການ​ຮັບ​ໃຊ້ຂອງທ່ານ ​ແລະ​ຫວັງ​ວ່າ​ທ່ານ​ຄົງ​ຈະ​ໂຊກ​ດີ.”

ທ່ານ Bannon ທີ່​ໄດ້​ຮັບ​ການ​ຍົກຍ້ອງ​ວ່າ​ເປັນຜູ້​ຊ່ອຍ​ທ່ານ​ທຣຳ ຖືກ​ເລືອ​ກ​ເປັນປະທາ ນາທິບໍດີດ້ວຍ​ຄຳ​ຂວັນ​ທີ່​ວ່າ “ອາ​ເມຣິກາມາ​ກ່ອນໝູ່ໝົດ” ​ແລະ “​ເຮັດ​ໃຫ້ອາ​ເມຣິກາ​ຍິ່ງ​ໃຫຍ່​ຄືນ​ອີກ” ນັ້ນ ​ໄດ້​ປະ​ທະ​ກັບ​ພວກ​ກັບ​ທີ່​ມີ​ອິດ​ທິພົນ​ອື່ນໆ ຢູ່​ທີ່ທຳນຽບຂາວ ມາ​ໄດ້ຫຼາຍ​ເດືອນ​ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ