ປ. ທຣຳ​ ​ເອີ້ນການປະຕິ​ຮູບ ​ພາສີ​ໃໝ່ນີ້ວ່າ ເປັນເລື່ອງອັດສະຈັນ ສຳລັບ ຊົນຊັ້ນກາງ​

ປະທານາທິບໍດີສະຫະລັດ ທ່ານດໍ​ໂນລ ທຣຳ​ ​ຢຸດຊະງັກ ໜ້ອຍນຶ່ງ ກ່ອນທີ່ຈະກ່າວຕໍ່ໄປ ກ່ຽວກັບແຜນການ​ປະຕິ​ຮູບ​ພາສີ​ ທີ່ຕຶກ Farm Bureau ໃນສະໜາມຫຼວງລັດ Indiana, 27 ກັນຍາ 2017, ທີ່ລັດ Indianapolis.

ປະທານາທິບໍດີສະຫະລັດ ທ່ານດໍ​ໂນລ ທຣຳ​ ​ໄດ້​ປະກາດ​ແຜນການ​ປະຕິ​ຮູບ​ພາສີ​
ຂອງ​ພັກ Republican ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ເນັ້ນ​ໜັກ​ໃສ່​ເພື່ອ​ສະໜອງ “ຄວາມ​ອັດ
ສະຈັນ​ແກ່ຄົນຊັ້ນ​ກາງ”
ສຳ​ຫຼັບ​ຊາວ​ອາ​ເມຣິກັນຈຳນວນ​ຫຼວງຫຼາຍ​ພ້ອມ​ດ້ວຍການ​
ປ່ຽນ​ແປງເພື່ອ​ຊ່ອຍ​ບັນ​ເທົາ ຕໍ່​ບັນດາ​ບໍລິສັດ​ຕ່າງໆ ​ໃນ​ອັນ​ທີ່​ທຳນຽບຂາ​ວກ່າວ​ວ່າ ​
ເປັນ​ລະບົບ​ທີ່ “ລົງ​ໂທດ” ນັ້ນ.

ທ່ານ ທຣຳ​ ​ໄດ້​ເປີດ​ເຜີຍ​ກ່ຽວ​ກັບ​ລາຍ​ລະອຽດ​ຕ່າງໆຂອງ​ແຜນການ ຊ້ອງ​ໜ້າ​ຝູງ​ຊົນ
​ທີ່​ກະຕືລື​ລົ້ນ​ໃນ​ນະຄອນ Indianapolis ລັດ Indiana ​ໂດຍ​ກ່າວ​ວ່າ ນີ້​ແມ່ນ ​ໂອກາດ
“ພຽງ​ຄັ້ງດຽວ​ໃນ​ຊົ່ວ​ເຊັ່ນ​ຄົນ​ນຶ່ງ​” ​ທີ່​ຈະຊ່ອຍ​ບັນ​ເທົາ​ໃນ​ດ້ານ​ພາສີ ​ໃຫ້​ແກ່ຊາວ​ອາ​ເມ
ຣິກັນ​ທີ່​ເຮັດ​ວຽກ​ເຮັດ​ການທັງຫຼາຍ.

ທ່ານ​ເອີ້ນ ກົດ​ລະບຽບພາສີທີ່​ “ລ້າ​ສະ​ໄໝ ສະ​ລັບ​ສັບ​ຊ້ອນ​ແລະ​ເປັນ​ພາລະ​ໜັກໜ່ວງ”
ນັ້ນ ​ວ່າ ເປັນ “ສິ່ງ​ຕົກ​ທອ​ດ ​ແລະກຳ​ແພງອັນ​ໃຫຍ່​ຫຼວງ” ທີ່ຂວາງທາງ​ໃນການ​ຟື້ນ​ໂຕ
​ຄືນ​ຂອງ​ເສດຖະກິດສະຫະລັດ. ​ ​

ປະທານສະພາຕ່ຳ ທ່ານ Paul Ryan, ສັງກັດພັກ Republican ຈາກລັດ Wisconsin ປະກາດ ແຜນການປະຕິຮູບພາສີ ຂອງພັກ Republicans ທີ່ສະເໜີ ໃຫ້ມີການຂຽນກົດໝາຍພາສີໃໝ່ ສຳຫຼັບສ່ວນບຸກຄົນ ແລະບັນດາບໍລິສັດທັງຫຼາຍ ທີ່ລັດຖະສະພາ ໃນວໍຊີງຕັນ, 27 ກັນຍາ 2017.

ທ່ານ ທຣຳ​ ຍັງ​ໄດ້​ກ່າວ​ຕື່ມ​ວ່າ ພວກ​ເສຍ​ພາ​ສີ ​ໃຊ້​ຈ່າຍ​ເງິນ​ຈຳນວນ​ຫຼາຍໆ​ພັນ​ລ້ານ
​ໂດ​ລາ ​ໃນ​ແຕ່​ລະ​ປີ ໃຫ້ພວກ​ກະກຽມ​ພາສີ​ມື​ອາຊີບ ຊ່ອຍ​ເຮັດ​ພາສີ​ຂອງ​ພວກ​ເຂົາ​ເຈົ້າ.

ພາຍ​ໃຕ້​ຂໍ້ສະ​ເໜີຂອງ​ພັກ Republican ນີ້ ທ່ານປະທານາທິບໍດີໄດ້​ກ່າວ​ວ່າ ລະບຽບ​
ການເກັ​ບພາສີ ຈະ​ເປັນ​ແບບ “ງ່າຍໆ​ແລະ​ຍຸຕິ​ທຳ” ​ແລະ​ວ່າການ​ເຮັດ​ການ​ເສຍ​ພາສີ
ປະຈຳ​ປີ​ສຳ​ຫຼັບ​ຊາວ​ອາ​ເມຣິກັນ​ສ່ວນ​ໃຫຍ່​ນັ້ນ ​ແມ່ນສາມາດ​ໃຊ້ເຈ້ຍ​ແຜ່ນ​ດຽວ​ໄດ້.

​ແຜນການດັ່ງກ່າວ​ນີ້ ​ຈະ​ຂະຫຍາຍ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ​ ຊຶ່ງ​ພວກ​ເຂົາ​ເຈົ້າຈະ​ບໍ່​ໄດ້
​ເສຍ​ພາສີ​ເລີຍ. ການໃຫ້​ສິນ​ນ້ຳ​ໃຈ​ທາງ​ດ້ານ​ພາສີສຳ​ຫຼັບ​ພວກ​ຄອບຄົວ​ທີ່​ມີ​ລູກ​ໆ
​ແມ່ນຈະ​ເພີ່ມ​ຂຶ້ນ ​ແລະອັນ​ທີ່​ເອີ້ນ​ວ່າ “ມາດຕະຖານໃນ​ການ​ຫຼຸດຜ່ອນ​ການເສຍ​ພາສີ”
ສຳລັບ​ຊາວ​ອາ​ເມຣິກັນ ທັງຫລາຍນັ້ນ ອາດຈະ​ເພີ່ມຂຶ້ນ​ເປັນ​ສອງ​ເທົ່າ ​ໃນ​ບາງ​ກໍລະນີ.

ທ່ານ Chuck Schumer ຜູ້ນຳສຽງສ່ວນນ້ອຍ ໃນສະພາສູງ ຈາກລັດ New York ແລະສະມາຊິກສະພາສູງ ທ່ານ Ron Wyden, ສັງກັດພັກ Democrat ຈາກລັດ Oregone, ກ່າວເຖິງແຜນການປະຕິຮູບພາສີຂອງພັກ Republican ໃນກອງປະຊຸມຖະແຫຼງຂ່າວ ທີ່ລັດຖະສະພາ ໃນວໍຊີງຕັນ, 27 ກັນຍາ 2017.

ປະທານາທິບໍດີ ​ໄດ້​ບອກ​ກັບ​ຝູງ​ຊົນ​ວ່າ ຜົນ​ປະ​ໂຫຍ​ດຂອງ​ການ​ປະຕິ​ຮູບ​ພາສີ​ນີ້​ແມ່ນ​ຈະ​
ເພັ່ງເລັງໃສ່ “ຊາວ​ອາ​ເມຣິກັນທີ່​ເຮັດ​ວຽກ​ເຮັດ​ການ​ຢ່າງ​ແຂງ​ຂັນ ​ໃນ​ທຸກໆ​ມື້​ນັ້ນ,”
ບໍ່​ແມ່ນ​ພວກຜູ້​ຄົນ​ທີ່ີມີ​ລາຍ​ໄດ້​ສູງ ​ຜູ້​ຄົນ​ທີ່​ທ່ານ​ເອີ້ນ​ວ່າ ພວກ​ເສດຖີແລະ​ມີ​ເສັ້ນ​ສາຍ
​ທີ່​ດີ​ນັ້ນ, ຊຶ່ງ​ຮວມທັງ ​ຕົວ​ທ່ານ​ເອງ​ນຳ. ທ່ານ​ທຣຳ ໄດ້​ກ່າວ​ວ່າ ​ໃນ​ດ້ານ​ສ່ວນ​ຕົວ​ແລ້ວ​
ທ່ານຈະ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຍັງ ຈາກ​ການປະຕິ​ຮູບ​ພາສີນີ້ ​ແຕ່​ຢ່າງ​ໃດ​ເລີຍ.

ປະທານາທິບໍດີ​ກ່າວ​ວ່າ ບັນດາ​ບໍລິສັດ​ຕ່າງປະ​ເທດ​ ຫຼີກ​ລ່ຽງທີ່​ຈະເຮັດ​ທຸລະ​ກິດໃນ​
ສະຫະລັດຫຼື​ບໍ່ກໍ​ຖອນ​ຕົວອອກ​ຈາກ​ຕະຫຼາດ​ອາ​ເມຣິກັນ​ໄປ​ຢ່າງ​ໄວວາ​ນັ້ນ ຍ້ອນ​ບັນດາ​
ປະ​ເທດ​ທີ່​ເປັນຄູ່​ແຂງ ສາມາດ​ທີ່​ຈະ​ດຶງ​ດູດ​ເອົາ​ບໍລິສັດ​ທັງຫຼາຍ​ເຫຼົ່ານີ້ ດ້ວຍ​ການ​
ເກັບ​ພາສີ​ທີ່​ຕ່ຳ​ກວ່າພວກ​ທີ່​ໃຊ້ “ລະບົບ​ພາສີແບບ​ລົງ​ໂທດ” ​ໃນ​ສະຫະລັດ.

ການ​ຕັດພາສີລົງ​ ຕໍ່​ພວກ​ທຸລະ​ກິດ​ທັງຫຼາຍ ​ແລະ​ການ​ຫຼຸດ​ພາສີຫຼາຍ​ຂຶ້ນ​ນັ້ນຈະ​ນຳ​ໄປ
​ສູ່ການ​ມີ​ວຽກ​ເຮັດ​ງານ​ທຳເພີ້ມ​ຂຶ້ນ ​ແລະຄ່າ​ແຮງ​ງານ​ສູງ​ຂຶ້ນ​ນຳດ້ວຍ, ຊຶ່ງທ່ານ​ທຣຳ
ໄດ້ກ່າວ​ໄວ້ວ່າ ​ ​ແລະການສະໜອງ​ສິນ​ນ້ຳ​ໃຈ​ຕໍ່​ບັນດາ​ບໍລິສັດ​ທີ່​ມີ​ໂຮງງານ​ຢູ່​ຕ່າງ
ປະ​ເທດ​ນັ້ນພວກ​ເຂົາ​ເຈົ້າຈະ​ສາມາດ​ເປີດ​ຫ້າງ​ຮ້ານ​ໃນ​ສະຫະລັດ​ໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ