ຫລາຍຄົນໄດ້ຖືກຈັບໃນຕອນແລງວັນພະຫັດວານນີ້ ໃນຂະນະທີ່ຕຳຫລວດທັບມ້າງ ການປະທະກັນ ລະຫວ່າງບັນດາຜູ້ສະໜັບສະໜູນແລະພວກຄັດຄ້ານຕໍ່ຜູ້ ສະມັກປະ ທານາທິບໍດີສະຫະລັດ ທີ່ມີຄະແນນສຽງນຳໜ້າຂອງພັກຣີພັບບລິກັນ ທ່ານ Donald Trump ຢູ່ພາກໃຕ້ລັດ California.
ໃນຕອນນຶ່ງ ຕຳຫລວດທີ່ຢູ່ໃນຊຸດປາບປາມຈາລະຈົນ ແລະຂີ່ມ້າ ໄດ້ຕັ້ງສິ່ງກີດຂວາງ ຂຶ້ນລະຫວ່າງສອງກຸ່ມຢູ່ນອກ Pacific Amphitheater ໃນເຂດເມືອງ Orange ບ່ອນ ທີ່ທ່ານ Trump ກ່າວຖະແຫລງໃນການໂຄສະນາຫາສຽງ .
ແວ່ນແກ້ວຂອງລົດຕຳຫລວດໄດ້ຖືກທຸບແຕກ ແລະຫລາຍຄົນໄດ້ຮັບບາດເຈັບກ່ອນທີ່ ຝູງຊົນ ເປັນຈຳນວນຫຼວງຫຼາຍ ຈະໄດ້ຮັບການຄວບຄຸມໄວ້ໄດ້.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ທ່ານນາງ Hillary Clinton.
ໃນຕອນເຊົ້າວັນພະຫັດວານນີ້ທ່ານ Trump ນັກທຸລະກິດມະຫາເສດຖີພັນລ້ານ ໄດ້ກ່າວ ຢຽດຢາມ ການສະໝັກເປັນປະທານາທິບໍດີ ຂອງທ່ານນາງ Hillary Clinton ຈາກພັກ ເດໂມແຄຣັດ ໂດຍເວົ້າວ່າ ທ່າມນາງຈະບໍ່ມີໂອກາດເລີຍ ຍົກເວັ້ນແຕ່ໃນຄວາມຈິງທີ່ວ່າ ທ່ານນາງຫລິ້ນ “ໄພ້ຂອງການເປັນແມ່ຍິງ” ໃນ ຄວາມຫວັງ ທີ່ຈະເປັນປະທານາທິບໍດີ ແມ່ຍິງຄົນທຳອິດຂອງສະຫະລັດ.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ພັກຣີພັບບລິກັນ ຈາກລັດ Texas ທ່ານ Ted Cruz, ຮ່ວມກັບອະດີດຫົວໜ້າບໍລິຫານ Hewlett-Packard ທ່ານນາງ Carly Fiorina.
ມະຫາເສດຖີອະສັງຫາລິມະຊັບ ໄດ້ກ່າວຕໍ່ໂທລະພາບ NBC ວ່າ “ທ່ານນາງຫລິ້ນໄພ້ ດັ່ງກ່າວ ໃນແບບທີ່ຂ້າພະເຈົ້າບໍ່ເຄີຍເຫັນໃຜຫລິ້ນມາກ່ອນ. ສິ່ງທີ່ຂ້າພະເຈົ້ານຳອອກ ມາກ່າວຢ່າງຈະແຈ້ງກໍຄືຖ້າປາດສະຈາກໄພ້ແມ່ຍິງແລ້ວ ທ່ານ ນາງ Hillary Clinton ບໍ່ສາມາດແມ່ນກະທັ້ງທີ່ຈະລົງສະໝັກແຂ່ງຂັນເອົາຕຳແໜ່ງເປັນສະມາຊິກສະພາເທດ ສະບານໄດ້.”
Your browser doesn’t support HTML5
US Presidential Politics
ທ່ານ Donald Trump ຜູ້ມີຄະແນນຳໜ້າຂອງພັກຣີພັບບລິກັນ
ມັນເປັນການໂຈມຕີຫລ້າສຸດ ທີ່ພົວພັນທາງເພດຂອງທ່ານ Trump ຕໍ່ຜູ້ທີ່ອາດຈະໄດ້ ຮັບການແຕ່ງຕັ້ງເປັນຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ພັນລະຍາ ຂອງອະດີດ ປະທານາທິບໍດີ Bill Clinton ແລະອະດີດສະມາຊິກສະພາສູງ ແລະລັດຖະມົນຕີຕ່າງ ປະເທດ ໃນສິດທິຂອງທ່ານນາງ. ຫລັງຈາກໄດ້ຊະນະຢູ່ໃນຫ້າລັດ ແລະເຂົ້າຄວບຄຸມ ການແຂ່ງຂັນ ເພື່ອໃຫ້ໄດ້ຮັບການແຕ່ງຕັ້ງຂອງພັກຮີພັບ ບລິກັນ ໃນຕົ້ນອາທິດນີ້ ທ່ານ Trump ກ່າວວ່າ ຖ້າຫາກທ່ານນາງ Clinton ເປັນຜູ້ຊາຍ ທ່ານນາງຈະໄດ້ພຽງແຕ່ 5 ເປີເຊັນ ຂອງການລົງຄະແນນສຽງໃນ ການເລືອກຕັ້ງຂອງສະຫະລັດ.
Your browser doesn’t support HTML5
US Pres Politics