ປ. ທຣຳ ແຕ່ງຕັ້ງລູກເຂີຍ ເປັນຜູ້ນຳພາ ອົງການ​ນະ​ວັດຕະ​ກຳ ​ອາ​ເມຣິກັນ ທີ່ທຳນຽບຂາວ

Your browser doesn’t support HTML5

ລູກເຂີຍຂອງປະທານາທິບໍດິ Trump ທ່ານ Jared Kushner ທີ່ຈະນຳພາ ອົງການ​ນະ​ວັດຕະ​ກຳ​ອາ​ເມຣິກັນ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ແຕ່ງ​ຕັ້ງ​ໃຫ້​ລູກ​ເຂີຍ​ຂອງ​ທ່ານ
​ເປັນ​ຜູ້​ກຳກັບ​ໃນ​ການ​ດຳ​ເນີນຄວາມ​ພະຍາ​ມ​ທີ່​ຈະ​ເຮັດ​ໃຫ້ລັດຖະ ບານ​ກາງ ​ເຮັດ​ວຽກ​
|ຄື​ດັ່ງກັບທຸລະ​ກິດ​ທີ່​ມີ​ປະສິດທິ​ຜົນ.

ທ່ານ Jared Kushner ​ນັກ​ລົງ​ທືນດ້ານ​ອະສັງຫາລິມະ​ຊັບລຸ້ນທີ​ສອງ​ ຜູ້​ທີ່​ໄດ້​ ແຕ່​ງານ
​ກັບລູກ​ສາວ​ຂອງ​ທ່ານ Trump ນາງ Ivanka ເປັນນຳພາອົງການ​ນະ ​ວັດຕະ​ກຳ​ອາ​ເມ
ຣິກັນ ຊຶ່ງ​ເປັນ​ພະ​ແນ​ກການ​ໃໝ່ຂອງທຳນຽບຂາວ.

​ໃນ​ການ​ຖະ​ແຫຼງຂ່າວປະຈຳ​ວັນ ທີ່​ທຳນຽບຂາວ ​ໃນ​ວັນ​ຈັນ​ວານ​ນີ້ ​ໂຄສົກ​ໄດ້​ປັດ​ປ່າຍ
​ຄຳ​ຖາມ​ກ່ຽວ​ກັບ​ວ່າ ທ່ານ Kushner ອາຍຸ 36 ປີ​ທີ່ຫາ​ກໍ​ເຂົ້າ​ມາ​ເຮັດ​ວຽກ ໃໝ່​ໆກັບ​
ລັດຖະບານ ​ມີ​ຄຸນ​ນະ​ວຸດ​ທິພຽງພໍ​ຫລື​ບໍ່ທີ່ນຳພາ​ການ​ປ່ຽນ​ແປງດັ່ງກ່າວ.

ທ່ານ Sean Spicer ໂຄສົກທຳນຽບຂາວ ກ່າວຕໍ່ບັນດານັກຂ່າວ.

​ເລື່ອງ​ອື່ນໆທີ່ເປັນ​ພາລະກິດ​ອັນໜັກໜ່ວງ ທີ່​ໄດ້​ມີ​ການ​ມອບ​ໝາຍໄປ​ແລ້ວ​ໃຫ້​ແກ່
​ທ່ານ Kushner ​ແມ່ນຮວມທັງ​ຂັ້ນຕອນ​ການ​ເຈລະຈາສັນຕິພາບໃນພາກຕາ​ເວັນ​
ອອກ​ກາງ ​ແລະເປັນ​ທີ່​ປຶກສາຄົນ​ສຳຄັນ​ສຸດ ​ໃຫ້​ແກ່​ພໍ່​ເຖົ້າຂອງ​ທ່ານກ່ຽວ​ກັບ ປະ​ເທດ​

ທ່ານ Sean Spicer ໂຄສົກ​ຂອງ​ທຳນຽບຂາວ ໄດ້​ກ່າວ​ກ່ຽວ​ກັບເລື່ອງ​ນີ້​ເຊັ່ນ​ກັນ​ວ່າ
ມີ​ຄວາມ​ສຳຄັນ.

ເຈົ້າຄອງກຳແພງນະຄອນ Indianapolis ທ່ານ Stephen Goldsmith ປັດຈຸບັນນີ້ເຮັດວຽກໃຫ້ແກ່ສະຖາບັນ Harvard Kennedy School's Ash Center ກ່າວວ່າ "ຈະເປັນການທ້າທາຍທີ່ສຸດ" ແກ່ຫ້ອງການວັດຕະກຳໃໝ່ຂອງທ່ານ Kushner.

ທ່ານ Spicer ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ຖ້າ​ຫາກ​ທ່ານ​ເຄີຍ​ໄດ້​ພົວພັນ​ກັບ​ລັດຖະ
ບານ​ຢ່າງ​ແທ້​ຈິງ​ນັ້ນ ​ແລະ​ຮັບ​ຮູ້​ວ່າ ມັນລ້າ​ສະ​ໄໝ​ຫຼາຍ​ປານ​ໃດ ​ແລະ​ຈຳ ນວນ​ນຶ່
​ແມ່ນບໍ່​ທັນສະ​ໄໝ​ເລີຍ​ນັ້ນ ມັນ​ບໍ່​ໄດ້​ຮັບ​ໃຊ້ປະຊາຊົນອາ​ເມຣິກັນ. ມັນ​ບໍ່​ໄດ້​ຮັບ​ໃຊ້​
ຜູ້​ທີ່​ເລືອກ​ເອົາ ທີ່​ຫລາຍໆ​ກະຊວງ​ມີ​ຢູ່​ນັ້ນ. ​ແລະ​ຂ້າພະ​ເຈົ້າ​ຄິດເບິ່ງ​ວ່າ ​ເຮົາ​ຈະ
​ສາມາດ​ເອົາ​ສິ່ງ​ທີ່​ແຕກ​ຕ່າງຢ່າງ​ໃດແລະ​ເຮົາ​ຈະຈັດ​ຫາເທັກ​ໂນ​ໂລ​ຈີ​ໂດຍເປັນ​ການ
ສະເພາະ​ນັ້ນ​ແມ່ນ​ມີ​ຄວາມ​ສຳຄັນ.”

ສະມາຊິກສະພາສູງ ທ່ານ Mark Warner ທີ່ລັດຖະສະພາ ສະຫະລັດ.

ຫ້ອງການ​ດັ່ງກ່າວ​ຈະ​ມີ​ພະນັກງານໂດາຍ​ມີ​ອະດີດຜູ້​ບໍລິຫານ​ທຸລະ​ກິດ ປະຕິບັດ​ງານ​ຢູ່​

Your browser doesn’t support HTML5

Spicer: Kushner Served as Point of Contact for Foreign Officials During Transition

​ຜູ້​ຊ່ວຍ​ອາວຸໂສ​ທຳນຽບຂາວ​ສອງ​ຄົນ​ມີ​ກຳນົດ​ວ່າ​ຈະ​ເປັນເຈົ້າ​ໜ້າ​ທີ່​ຄົນສຳຄັນນັ້ນ ກໍ​ຄືອະດີດ​ຜູ້​ບໍລິຫານ​ບໍລິສັດ Microsoft ​ແລະ General Motors ທ່ານ Chris Liddell ​ແລະ​ນັກ​ພັດທະນາ​ອະສັງຫາລິມະ​ຊັບ ທ່ານ Reed Cordish ຊຶ່ງ​ຄອບຄົວຂອງທ່ານ ​ໃກ້ຊິດ​ກັບປະທານ​າທິບໍດີ Trump.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ