ປະທານາທິບໍດີ ດໍໂນລ ທຣຳຂອງສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ລັດຖະ
ບານຂອງທ່ານກຳລັງດຳເນີນການເຈລະຈາສັນຕິພາບ "ຢ່າງແຂງຂັນຫລາຍ" ຢູ່ໃນ
ອັຟການິສຖານ ແຕ່ວ່າ ທ່ານກໍບໍ່ແນ່ໃຈວ່າ ການເຈລະຈາເຫລົ່ານັ້ນຈະສຳເລັດຜົນ ຫລືບໍ່.
ທ່ານ ທຣຳ ໃຫ້ຄຳເຫັນດັ່ງກ່າວ ຢູ່ໃນລະຫວ່າງການໂອ້ລົມຜ່ານທາງໂທລະສັບ ກັບ
ພວກທະຫານ ທີ່ປະຈຳການຢູ່ປະເທດ ທີ່ກຳລັງຖືກສົງຄາມທຳລາຍແຫ່ງນັ້ນໃນໂອ
ກາດວັນບຸນຂອບຄຸນພະເຈົ້າຫລື Thanksgiving. ທ່ານຍັງໄດ້ເວົ້າແບບ ເປັນໄນໆ
ໃຫ້ຮູ້ວ່າ ທ່ານອາດຈະໄປຢ້ຽມຢາມອັຟການິສຖານ ບ່ອນທີ່ສະຫະລັດ ໄດ້ເຂົ້າໄປ
ຫຍຸ້ງກ່ຽວ ໃນການເຮັດສົງຄາມ ນັບແຕ່ເວລາບໍ່ດົນພໍເທົ່າໃດ ຫລັງ ຈາກມີການໂຈມ
ຕີຂອງພວກກໍ່ການຮ້າຍຢູ່ໃນດິນແດນຂອງສະຫະລັດເມື່ອວັນທີ 11 ກັນຍາ, ປີ 2001
ເປັນຕົ້ນມາ.
"ພວກເຮົາກຳລັງຢູ່ໃນຊ່ວງການເຈລະຈາ ທີ່ແຂງຂັນຫຼາຍ ຢູ່ໃນອັຟການິສຖານ ໃນ
ເວລານີ້, ຊຶ່ງຫລາຍຄົນກໍບໍ່ຮູ້ກ່ຽວກັບເລື້ອງນີ້ເລີຍ. ການເຈລະຈາຄັ້ງນີ້ອາດຈະເປັນ
ການເຈລະຈາຄັ້ງທຳອິດ ແຕ່ວ່າພວກເຮົາກໍໄດ້ຢູ່ໃນຊ່ວງການເຈລະຈາ ທີ່ແຂງຂັນ
ຫລາຍ ຢູ່ໃນອັຟການິສຖານ…. ພວກເຮົາຈະໄດ້ຮູ້ດອກວ່າ ຈະມີຫຍັງເກີດຂຶ້ນ.
ພວກເຮົາເວົ້າເຖິງສັນຕິພາບ ແລະພວກເຮົາຈະໄດ້ຮູ້ວ່າ ມັນຈະເກີດຂຶ້ນຫລືບໍ່,"
ນັ້ນຄືຄຳເວົ້າຂອງທ່ານປະທານາທິບໍດີ.
ປາກົດວ່າ ທ່ານທຣຳ ໄດ້ໝາຍເຖິງການເຈລະຈາໂດຍກົງຄັ້ງທຳອິດ ທີ່ຜູ້ຕາງໜ້າພິ
ເສດຂອງສະຫະລັດ, ທ່ານຊາລເມ ຄາລີລຊາດ (Zalmay Khalilzad) ໄດ້ໄຂຂຶ້ນ
ເມື່ອມໍ່ໆມານີ້ ກັບກຸ່ມຕາລີບານ ທີ່ເປັນກຸ່ມກະບົດຕໍ່ຕ້ານລັດຖະບານ ອັຟການິສຖານ
ທີ່ໄດ້ຮັບການໜຸນຫລັງຈາກວໍຊິງຕັນນັ້ນ.
"ພວກເຮົາມີການເຈລະຈາທີ່ດຳເນີນໄປຢູ່. ຂ້າພະເຈົ້າບໍ່ຮູ້ວ່າ ມັນຈະປະສົບຜົນສຳເລັດ
ຫລືບໍ່, ບາງເທື່ອມັນອາດຈະບໍ່ສຳເລັດ. ໃຜຊິຮູ້? ມັນອາດຈະສຳເລັດ, ມັນອາດຈະບໍ່
ສຳເລັດ… ບາງທີມັນອາດຈະສຳເລັດຜົນ, ບາງທີມັນອາດຈະບໍ່ສຳເລັດຜົນ, ແຕ່ວ່າ
ພວກເຮົາ ກໍໄດ້ມີການເຈລະຈາທີ່ກຳລັງດຳເນີນໄປຢູ່ໃນຂະນະນີ້ ຢູ່ໃນອັຟການິສຖານ,"
ນັ້ນແມ່ນຄຳເວົ້າຂອງທ່ານທຣຳ ທີ່ກ່າວໃນວັນພະຫັດວານນີ້.
ສະຫະລັດ ແລະພັນທະມິດຂອງຕົນໄດ້ເຂົ້າບຸກລຸກອັຟການິສຖານ ໃນ 17 ປີກ່ອນ
ແລະໄດ້ຍຶດເອົາອຳນາດຈາກກຸ່ມຕາລີບານ ຍ້ອນວ່າກຸ່ມດັ່ງກ່າວໄດ້ໃຫ້ບ່ອນລີ້ຊ່ອນ
ແກ່ພວກຜູ້ນຳຂອງເຄືອຂ່າຍ ອາລ-ກາອີດາ ທີ່ຖືກ ຖິ້ມໂທດໃສ່ວ່າເປັນຜູ້ວາງແຜນ
ການໂຈມຕີອາເມຣິກາໃນວັນທີ 11 ເດືອນ 9 ນັ້ນ. ການປະຕິບັດງານທາງທະຫານ
ຢູ່ໃນອັຟການິສຖານ ໄດ້ເຮັດໃຫ້ວໍຊິງຕັນ ໃຊ້ຈ່າຍເງິນໄປເກືອບຮອດ ພັນຕື້ໂດລາ
ແລ້ວ ໃນຂະນະທີ່ທະຫານອາເມຣິກັນ ຫລາຍກວ່າ 2,400 ຄົນກໍໄດ້ເສຍຊີວິດໄປ
ເຊັ່ນກັນຢູ່ໃນນັ້ນ.
ນັບແຕ່ນັ້ນມາ ຜູ້ບັນຊາການສູງສຸດຂອງສະຫະລັດມັກຈະໄປຢ້ຽມຢາມທະຫານຢູ່ປະ
ເທດດັ່ງກ່າວ ແລະຂົງເຂດທີ່ມີສົງຄາມແຫ່ງອື່ນໆ ຢູ່ໃນໂລກ ແບບບໍ່ປະກາດໃຫ້ຮູ້ລ່ວງ
ໜ້າເປັນປະຈຳ.
ປະທານາທິບໍດີທຣຳ ຍັງບໍ່ທັນໄດ້ໄປຢ້ຽມຢາມອັຟການິສຖານເທື່ອນັບແຕ່ທ່ານ ໄດ້ຂຶ້ນ
ກຳຕຳແໜ່ງໃນສອງປີກ່ອນເປັນຕົ້ນມາ. ທ່ານບອກພວກທະຫານໃນວັນພະຫັດວານນີ້ວ່າ
"ບາງເທື່ອ ຂ້າພະເຈົ້າອາດຈະໄປຢາມພວກທ່ານ ຢູ່ທີ່ນັ້ນກໍເປັນໄດ້. ພວກທ່ານບໍ່ຮູ້ໄດ້
ດອກວ່າ ຈະມີຫຍັງເກີດຂຶ້ນ."
Your browser doesn’t support HTML5