ປ.​ ທຣຳ ​ໄດ້​ລົງ​ນາມ​ ແຕ່ຕ້ອງຕິ ​ຮ່າງກົດໝາຍ​​ ການ​ລົງ​ໂທດ ຣັດເຊຍ

ທ່ານ​ດໍ​ໂນ​ລ ທຣຳ ຮັບຟັງ ໃນຫ້ອງ Roosevelt Room ຂອງທຳນຽບຂາວ ໃນວໍຊີງຕັນ, 2 ສິງຫາ, 2017, ໃນຂະນະທີ່ ເປີດຕົວກົດໝາຍຄົນເຂົ້າເມືອງທີ່ຈະຈຳກັດຄົນເຂົ້າເມືອງທີ່ຖືກ ຕ້ອງຕາມກົດໝາຍ.

ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ລົງ​ນາມ​ໃນ​ຮ່າງກົດໝາຍການ​ລົງ​ໂທດ
ທີ່ີທ່ານ​ໄດ້​ປະກາດ​ໄປວ່າ​ ຍັງ​ມີ “​ການ​ຂາດ​ຕົກ​ບົກຜ່ອງທີ່​ສຳຄັນ” ພ້ອມ​ທັງ “ມີ​ຂໍ້ຄວາມ​
ທີ່​ຂັດ​ແຍ້ງກັບ​ລັດ​ຖະທຳ​ມະນູນ​ຢ່າງ​ຈະ​ແຈ້ງ.”

ຮ່າງ​ກົດໝາຍທີ່​ວ່າ​ນີ້ ຊຶ່ງມີ​ຈຸດປະສົງທີ່​ຈະ​ລົງ​ໂທດ​ຕໍ່ Moscow ​ໃນການ​ເຂົ້າ​ແຊກ​ແຊງ ​
ໃນການ​ເລືອກ​ຕັ້ງ​ສະຫະລັດ ​ເມື່ອ​ປີ​ກາຍ​ນີ້ ​ໄດ້​ທຳ​ການລົງ​ໂທດໃຫມ່ຕື່ມ​ອີກ​ຕໍ່ຣັດ​ເຊຍ
ພ້ອມ​ທັງ​ອີຣ່ານ ​ແລະ​ເກົາຫຼີ​ເໜືອນຳ. ນອກ​ນັ້ນ ຍັງ​ໄດ້​ຈຳກັດອຳນາດຂອງ​ປະທາ​ນາທິບໍດີ
ບໍ່​ໃຫ້​ຍົກ​ເລີກ​ການ​ລົງ​ໂທດຕ່າງໆ ​ໂດຍປາດ​ສະ​ຈາກການປຶກສາ​ກັບ​ລັດຖະສະພາ​ເສຍ​ກ່ອນ.

“​ໂດຍຈຳກັດຄວາມ​ສາມາດ​ໃນ​ການ​ປັບ​ປ່ຽນທ່າ​ທີ​ຂອງຝ່າຍ​ບໍລິຫານ, ຮ່າງກົດໝາຍ
​ທີ່​ວ່າ​ນີ້ ຈະ​ເຮັດ​ໃຫ້​ເປັນ​ການ​ຍາກ​ຂຶ້ນ ສຳ​ຫຼັບ​ປະທານາທິບໍດີ​ສະຫະລັດ ທີ່​ຈະເຮັດ​ຂໍ້​
ຕົກລົງ​ທີ່​ດີ​ສຳ​ຫຼັບ​ຊາວ​ອາ​ເມຣິກັນ, ​ແລະ​ຈະ​ເຮັດ​ໃຫ້​ຈີນ ຣັດ​ເຊຍ ​ແລະ​ເກົາຫຼີ​ເໜືອ ​
ໃກ້ຊິດ​ສະໜິດສະໜົມ​ກັນ​ຂຶ້ນ​ຕື່ມ,”
ນັ້ນ​ແມ່ນ​ນຶ່ງ​ໃນຄຳ​ຖະ​ແຫຼ​ງການ​ຂອງ​ຂອງ​ທ່ານ​ທຣຳສອງສະບັບ ​ທີ່​ທຳນຽບຂາວ​ໄດ້​ນຳ​ອອກເຜີຍ​ແຜ່ໃນ​ວັນ​ພຸດ​ວານ​ນີ້.​

ເຊີນຊົມ: ທຳນຽບຂາວປະຕິເສດວ່າ ທ່ານທຣຳ ບໍ່ໄດ້ຖືກບັງຄັບໃຫ້ລົງນາມໃນການລົງ
ໂທດຣັດເຊຍ

Your browser doesn’t support HTML5

White House Denies Trump Was Forced to Sign Russia Sanctions

“​ເຖິງ​ແມ່ນ​ວ່າມັນ​ຈະ​ມີ​ບັນຫາ​ຫຍຸ້ງຍາກ​ປານ​ໃດ​ກໍ​ຕາມ. ຂ້າພະ​ເຈົ້າ​ກໍ​ລົງ​ນາມ​ໃນ​ຮ່າງ​
ກົດໝາຍ​ນີ້ ​ເພື່ອເຫັນ​ແກ່ຄວາມ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ​ຂອງ​ປະ​ເທດ,”
ນັ້ນ​ແມ່ນ​ຄຳ​ເວົ້າ​
ໃນ​ຖະ​ແຫຼງການຂອງ​ປະທານາທິບໍດີ​ທີ່ໄດ້​ລະບຸໄວ້. “ນັບ​ຕັ້ງ​ແຕ່​ຮ່າງ​ກົດໝາຍ​ນີ້ ​ໄດ້​ຖືກ​
ນຳ​ສະ​ເໜີຕອນ​ທຳ​ອິດ​ນັ້ນ, ຂ້າພະ​ເຈົ້າກໍ​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມເປັນ​ຫ່ວງ​ເປັນໃຍ​ຕໍ່​ລັດຖະສະພາ ກ່ຽວ​ກັບ​ວ່າ ມັນ​ມີ​ຫຼາຍໆ​ວິທີ​ທາງ​ ທີ່​ຈະ​ເຮັດ​ແບບ​ບໍ່​ຖືກ​ວິທີ​ທີ່​ກ້າວ​ກ່າຍຕໍ່​
ອຳນາດ​ຂອງຝ່າຍ​ບໍລິຫານ, ເຮັດ​ໃຫ້​ບໍລິສັດ​ອາ​ເມຣິກັນ​ທັງຫຼາຍຢູ່​ໃນ​ທ່າເສຍປຽບ ​
ແລະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ພັນທະ​ມິດ ​ໃນ​ຢູ​ໂຣບຂອງ​ພວກ
​ເຮົາ.”

ຮ່າງ​ກົດໝາຍ​ທີ່​ທ່ານ​ທຣຳ ​ໄດ້ລົງ​ນາມ​ໄປ​ນັ້ນ ​ຍັງ​ໄດ້​ມີ​ການ​ກ່າວ​ເຖິງ ຢູ່​ໃນ​ຖະ​ແຫຼງການ
​ອີກ​ສະບັບ​ນຶ່ງ​ຂອງທຳນຽບຂາວວ່າ​ເປັນ​ການ​ສົ່ງ “ຄຳ​ເຕືອນຢ່າງ​ຈະແຈ້ງ​ຕໍ່​ອີຣ່ານ ​
ແລະ​ເກົາຫຼີເໜືອວ່າ ປະຊາຊົນ​ອາ​ເມຣິກັນແມ່ນ​ຈະ​ບໍ່​ຍອມຮັບ​ເອົາ​ການ​ປະພຶດ​
ທີ່​ເປັນອັນ​ຕະລາຍແລະສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງຂອງ​ພວກ​ເຂົາ.”
ຖະ​ແຫຼງການ​ກ່າວ​ວ່າ
“ອາ​ເມຣິກາ ຍັງ​ຈະສືບ​ຕໍ່​ປະສານ​ງານ​ຢ່າງ​ໃກ້ຊິດ ກັບ​ເພື່ອນ​ມິດ ​ແລະ​ພັນທະ​ມິດ
ຂອງ​ພວກ​ເຮົາ ເບິ່ງ​ກິດຈະກຳທີ່​ເປັນ​ອັນຕະລາຍຂອງປະ​ເທດ​ພວກ​ນັ້ນ.”

ນາຍົກລັດຖະມົນຕີ ຣັດເຊຍ ທ່ານ Dmitry Medvedev ກ່າວ ສະຫະລັດ ຣັດເຊຍ ພັກ ລັດຖະສະພາໃນ Moscow, 22 ມັງກອນ 2017.

ຍັງ​ບໍ່​ທັນ​ໄດ້​ມີ​ປະຕິກິລິຍາ​ໃດໆຈາກ​ເກົາຫຼີ​ເໜືອ​ເທື່ອ. ມີ​ການ​ອ້າງ​ຄຳ​ເວົ້າຂອງ​ເຈົ້າ​ໜ້າ​ທີ່
​ອາວຸ​ໂສ​ຂອງ​ລັດຖະບານ Tehran ທີ່​ກ່າວ​ວ່າ ການ​ລົງ​ໂທດ​ອັນ​ໃໝ່​ຂອງ​ສະຫະລັດ ​
ແມ່ນ​ລະ​ເມີດຕໍ່​ຂໍ້​ຕົກລົງ​ດ້ານ​ນິວ​ເຄລຍ ທີ່​ອີຣ່ານ​ໄດ້​ເຊັນ​ກັບ​ສະ​ຫະລັດ ​ແລະ​ບັນດາ​
ປະ​ເທດ​ມະຫາ​ອຳນາດໂລກ ​ເມື່ອສອງ​ປີ​ກ່ອນ​ແລ້ວ ​ແລະຍັງ​ຈະ​ມີ​ການ​ຕອບ​ໂຕ້ຈາກ
​ພວກ​ຜູ້ນຳ​ອີຣ່ານ “ໃນ​ວິທີ​ທີ່​ເໝາະ​ສົມ​ແລະ​ສົມ​ສ່ວນ​ກັນ.”

ນາຍົກລັດຖະມົນຕີຣັດ​ເຊຍ ທ່ານ Dmitry Medvedev ​ໄດ້​ກ່າວ​ວ່າ ກົດໝາຍ​ໃໝ່
​ສະຫະລັດ ແມ່ນ​ເທົ່າ​ກັບ​ເປັນ “ການ​ເຮັດ​ສົງ ຄາມການ​ຄ້າ ຢ່າງ​ເຕັມ​ທີ່,” ​ແລະ​ລັດ
ຖະມົນຕີການ​ຕ່າງປະ​ເທດ ​ໃນ Moscow ​ໄດ້​ກ່າວ​ວ່າ ຈະ​ມີ​ການ​ເອົາ​ມາດ​ຕະການ
​ຕອບ​ໂຕ້​ຕໍ່​ສະຫະລັດ ທີ່​ຮ້າຍ​ແຮງ ​ແລະ​ນອກ​ເໜືອ​ໄປ​ກວ່າ​ ຄຳ​ສັ່ງ​ຂອງປະທານາທິບໍດີ
Vladimir Putin 3 ມື້ ກ່ອນ​ໜ້າ​ນີ້ທີ່​ຕັດ​ຈຳນວນ ພະນັກງານການ​ທູດ​ຂອງ​ສະຫະລັດ
​ໃນ​ນະຄອນ​ຫຼວງ​ຂອງຣັດ​ເຊຍ ລົງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກສະພາສະຫະລັດ ທ່ານ Lindsey Graham (ສັງກັດພັກ Republican ຈາກລັດ SC) ກ່າວໃນກອງປະຊຸມຖະແຫຼງຂ່າວ ໃນລັດຖະສະພາ Capitol, 20 ກໍລະກົດ, 2017.