ທ່ານທຣຳ ເຊັນດຳລັດ ຫ້າມອົບພະຍົບ ຊີເຣຍ ເຂົ້າປະເທດ

ຜູ້ປະທ້ວງ Emily Nostro ກຽມປ້າຍ ເຂົ້າຮ່ວມການຊຸມນຸມ ຕໍ່ຕ້ານປະທານາທິບໍດີທຣຳ ທີ່ອອກດຳລັດ ຫ້າມຊາວຊີເຣຍ. (22 ມັງກອນ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ລົງ​ນາມ ​ໃນ​ດຳລັດ 2 ສະບັບ ທີ່​ແນ​ໃສ່​ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ໝັ້ນຄົງ​ຂອງ​ສະຫະລັດ ​ໂດ​ຍ​ໄດ້ຈຳກັດ​ຮັດ​ແຄບ​ເພີ້ມຂຶ້ນ ຫ້າມ​ບໍ່​ໃຫ້​ອົບ​ພະຍົບຊີ​ເຣຍ​ເຂົ້າມາ​ໃນ​ສະຫະລັດຢ່າງບໍ່ມີ​ກຳນົດ.

ດຳ​ລັດ​ທີ່​ປະທານາທິບໍດີ​ເຊັນ​ໃນ​ວັນ​ສຸກ​ວານ​ນີ້ມີ​ຊື່ວ່າ “ການ​ປົກປ້ອງ​ປະ​ເທດ​ຊາດບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ​ເຂົ້າມາ​ໃນ​ສະຫະລັດ” ຮຽກຮ້ອງ​ໃຫ້​ໂຈະ ​ການອອກ​ວີ​ຊ່າ ​ແລະ​ໃຫ້​ຜົນ​ປະ​ໂຫຍ​ດອື່ນໆ​ສຳລັບ​ພວກ​ຄົນ​ເຂົ້າ​ເມືອງແກ່​ປະຊາຊົນທີ່​ມາ​ຈາກ “ປະ​ເທດ​ຕ່າງໆ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ເປັນ​ພິ​ເສດ.”

ສອງ​ພະ​ແນ​ກການ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ໃນ​ວັນ ​ເສົາ​ມື້ນີ້ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງຈາກ​ທ່ານ​ທຣຳໄດ້​ລົງ​ນາມ​ໃນ​ດຳລັດໂດຍກ່າວ​ວ່າ “ຄວາມ​ຕ້ອງການ​ຂອງ​ພວກ​ອົບ​ພະຍົບ​ແລະ​ພວກ​ຍົກຍ້າຍ​ຖິ່ນ​ຖານຢູ່ໃນ​ທົ່ວ​ໂລກ ບໍ່​ເຄີຍ​ມີຫຼາຍ​ແບບ​ນີ້ມາ​ກ່ອນ ​ແລະ​ໂຄງການ ການ​ຕັ້ງຖິ່ນຖານ​ ຂອງ​ສະຫະລັດ ​ແມ່ນ​ນຶ່ງ​ໃນ​ໂຄງການ ​ທີ່ສຳຄັນ​ສຸດ​ຢູ່​ໃນ​ໂລກ.”

ອົງການ​ອົບ​ພະຍົບສະຫະ​ປະຊາ​ຊາດແລະ​ອົງການ​ຜູ້​ຍົກຍ້າຍ​ຖິ່ນ​ຖານ​ຂອງນາໆ​ຊາດ​ຫຼື IOM ກ່າວ​ວ່າ ຕົນ​ຫວັງ​ວ່າ “ສະຫະລັດ ​ຈະ​ສືບ​ຕໍ່​ເອົາ​ບົດບາດ ​ເປັນ​ຜູ້ນຳ​ພາ​ທີ່​ເຂັ້ມ​ແຂງ ​ແລະ​ປະ​ເພນີ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານໃ​ນການ​ປົກ​ປ້ອງພວກ​ທີ່​ຫລົບໜີ​ຈາກບັນຫາ​ຂັດ​ແຍ້​ງ​ແລະ​ຖືກປະ​ຫັດ​ປະຫານ.” ພະ​ແນ​ກການ​ທັງ​ສອງຍັງກ່າວ​ວ່າຕົນ “ມີ​ຄວາມ​ເຊື່ອ​ໝັ້ນ ຢ່າງ​ແຮງ​ວ່າພວກ​ອົບ​ພະຍົບຄວນ​ໄດ້​ຮັບການ​ປະຕິບັດ​ຕໍ່​ທີ່​ສະ​ເໝີ​ພາບ​ໃນ​ການ​ປົກ​ປ້ອງ​ແລະ​ການ​ຊ່ອຍ​ເຫລືອ ພ້ອມ​ທັງໂອກາດ ໄປ​ຕັ້ງຖິ່ນ​ຖານ​ໃໝ່ ​ໂດຍ​ບໍ່​ຈຳ​ແນ​ກ ສາສະໜາ ​ສັນຊາດ ​ແລະ​ເຊື້ອຊາດ ຜິວ​ພັນ.”

​ທ່ານ​ທຣຳ​ໄດ້​ລົງ​ນາມ​ໃນ​ດຳລັດ​ທັງ 2 ​ໃນ​ວັນ​ສຸກ​ວານ​ນີ້ ທີ່​ທຳນຽບຫ້າ​ແຈ​ ບ່ອນ​ທີ່​ທ່ານ​ ໄດ້ໄປ​ຮ່ວມ​ພິທີ​ສາບານ​ໂ​ຕ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ ທ່ານ James Mattis. ບໍ່​ດົນ​ຫລັງ​ຈາກ​ນັ້ນພວກ​ທີ່​ຄັດຄ້າ​ນຕໍ່​ການ ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ປະທານາທິບໍດີ ກໍ​ໂຮມ​ຊຸມນຸມ​ປະ​ທ້ວງ ທີ່​ຕຶກ​ອາຄານ​ສູນກາງ​ລັດຖະບານ​ກາງ​ ຢູ່​ນະຄອນ​ນິວຢອກ.

ໃນ​ຖານະ​ທີ່​ເປັນ​ເຫດຜົນ​ຂອງການ​ອອກ​ດຳລັດ​ນີ້ ​ເອກ​ກະສາ​ນດັ່ງກ່າວ​ໄດ້​ອ້າງເຖິງ​ການ​ໂຈມ​ຕີເມື່ອ​ວັນ​ທີ 1 ກັນຍາ ປີ 2001 ທີ່​ນະຄອນ​ນິວຢອກ​ແລະ​ວໍ​ຊິງຕັນຊຶ່ງ​ໄດ້​ກະທຳ​ໂດຍ​ຊາວ​ຕ່າງປະ​ເທດ 19 ຄົນ ທີ່​ໄດ້​ຮັບ​ວີ​ຊ່າ​ໃຫ້​ເຂົ້າມາ​ໃນສະຫະລັດ​ໂດຍ​ປາສະຈາກ​ຄວາມ​ຫຍຸ້ງຍາກ​ໃດໆ​ນັ້ນ. ​ເອກ​ກະສາ​ນນີ້ຍັງ​ໄດ້​ເວົ້າ ​ເຖິງ​ການ​ກະທຳ​ຄວາມ​ຜິດ​ອື່ນໆ​ທີ່​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍທີ່​ໄດ້​ມີ​ຂຶ້ນ​ໃນ​ໄລຍະ 15 ປີ​ທີ່​ຜ່ານ​ມາ ​ໂດຍ​ພວກ​ຊາວ​ຕ່າງປະ​ເທດ​ທີ່​ເຂົ້າມາ​ໃນ​ສະຫະລັດ ​ໂດຍ​ໃຊ້​ການ​ຂໍ​ວີ​ຊ່າ​ໃນ​ໄລຍະ​ສັ້ນ ນັ້ນ​ກໍ​ຄື​ໃນ​ຖານະ​ຜູ້​ມາ​ຢ້ຽມຢາມ ນັກຮຽນ​ນັກ​ສຶກສາຫຼືວ່າ​ພວກ​ຄົນ​ງານ​ທີ່​ມາ​ເຮັດ​ວຽກ​ຊົ່ວຄາວຫຼື​ບໍ່​ກໍ​ເປັນ​ອົບ​ພະຍົບທີ່​ຊອກ​ຫາ​ບ່ອນຕັ້ງຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະລັດ.

​ເອກ​ກະສາ​ນ ກ່າວ​ຕື່ມ​ວ່າ “ສະພາບ​ການ​ທີ່​ຊຸດ​ໂຊມ​ລົງ​ ຢູ່​ໃນ​ບາງ​ປະ​ເທດ​ ຍ້ອນ​ເສິກ​ສົງ ຄາມ ​ບັນຫາ​ຂັດ​ແຍ້​ງ ​ໄພພິບັດ ​ແລະ​ຄວາມ​ວຸ້ນວາຍ​ນັ້ນ ​ແມ່ນ​ເຮັດ​ໃຫ້ ມີ​ຄວາມ​ເປັນ​ໄປ ໄດ້​ຫຼາຍຂຶ້ນວ່າ ພວກ​ກໍ່​ການ​ຮ້າຍ​ຈະ​ສວຍ​ໃຊ້​ທຸກ​ວິທີ​ການ ​ທີ່​ເ​ປັນໄປ​ໄດ້​ເພື່ອ​ເຂົ້າມາ​ໃນ​ສະຫະລັດ” ​ແລະ​ເອກ​ກະສາ​ນດັ່ງກ່າວ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ ມີ​ການ​ເຝົ້າລະວັງຫລາ​ຍຂຶ້ນ ​ໂດຍ​ພວກ​ເຈົ້າໜ້າ​ທີ່​ກົງສຸນ​ອາ​ເມຣິກັນ ກ່ອນ​ອອກວີ​ຊ່າ​ໃດໆ​ກໍຕາມ.

ດຳລັດ​ບໍ່​ໄດ້​ກ່າວ​ຢ່າງ​ເຈາະ​ຈົງ​ວ່ າ​ແມ່ນ​ປະ​ເທດ​ໃດ​ທີ່​ມີ “ຄວາມ​ວິຕົກ​ກັງວົນ​ເປັນພິ​ເສດ” ​ເຖິງ​ແມ່ນ​ວ່າ​ດຳລັດ​ ໄດ້​ອະນຸຍາດ​ໃຫ້ ​ພວກ​ເຈົ້າໜ້າ​ທີ່ ​ຈາກ​ກະຊວງ​ຮັກສາຄວາມ​ປອດ​ໄພພາຍ​ໃນ ຕິດຕາມ​ເບິ່ງ​ປະ​ເທດ​ຕ່າງໆ​ທີ່​ບໍ່​ໄດ້​ສະໜອງ​ຂໍ້​ມູນ​ພຽງພໍ ກ່ຽວ​ກັບ​ປະຊາຊົນ​ຂອງ​ຕົນ. ພວກ​ເຈົ້າໜ້າ​ທີ່​ທຳນຽບຂາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນຕົ້ນອາທິດ​ນີ້ວ່າ ມີ​ອີຣ່ານ ອີຣັກ ຊີ​ເຣຍ ຊູ​ດານ ລີ​ເບຍ ​ເຢ​ເມນ ແລະ​ໂຊ​ມາ​ເລຍ ຈະ​ຮວມຢູ່​ໃນບັນຊີ​ລາຍ​ຊື່ ໃນ​ຂັ້ນ ຕົ້ນຂອງ​ບັນດາ​ປະ​ເທດ​ “ທີ່​ມີ​ຄວາມ​ວິຕົກ​ກັງວົນ​ເປັນພິ​ເສດ” ​ແຕ່​ດຳລັດ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເພີ້ມຊື່​ເຂົ້າ​ໃນ​ບັນຊີ​ນີ້ ອາດ​ມີ​ຂຶ້ນ​ໄດ້​ໃນທຸກ​ເວລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ