ຫົວໜ້າ ອົງການ CIA ທ່ານ ໄມ້ ພອມເປໂອ ໄດ້ພົບກັບ ທ່ານ ກິມ ຈົງ-ອຶນແລ້ວ ອີງຕາມ ລາຍງານຂອງສື່ມວນຊົນ

سخنرانی پرزیدنت جو بایدن در مراسم روز یادبود، در آرامگاه ملی آرلینگتون در شمال ایالت ویرجینیا

ຜູ້ອຳນວຍການ ອົງການສືບລັບ CIA ທ່ານ ໄມ້ ພອມເປໂອ ໄດ້ເດີນທາງໄປພຽງຢາງ
ເພື່ອພົບປະຢ່າງປິດລັບ ກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ ອີງຕາມລາຍງານຂອງ
ສື່ມວນຊົນຫຼາຍຂະແໜງ.

ການພົບປະກັນດັ່ງກ່າວ ເປັນການກະກຽມສຳລັບການເຈລະຈາໂດຍກົງ ລະຫວ່າງ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ທ່ານ ກິມ ທີ່ໄດ້ມີຂຶ້ນ ໃນຊ່ວງທ້າຍ
ສັບປະດາແຫ່ງວັນອີສເຕີ ຄືວັນທີ 1 ເດືອນເມສາຜ່ານມານີ້ ອີງຕາມບັນດາເຈົ້າໜ້າທີ່
ຜູ້ທີ່ຂໍສະຫງວນຊື່ ດັ່ງທີ່ໄດ້ຖືກລາຍງານໄປແລ້ວ ໂດຍສື່ຂ່າວຫຼາຍກະແສ.

Your browser doesn’t support HTML5

Trump Says US-North Korea Having Direct High Level Talks

ທ່ານທຣຳ ໄດ້ຮັບຮູ້ ໃນວັນອັງຄານວານນີ້ ວ່າ ສະຫະລັດ ໄດ້ຈັດການເຈລະຈາໂດຍກົງ
ລະດັບສູງ.

ໃນລະຫວ່າງ ການຍ່າງໄປກັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ແລະ
ພັນລະຍາຂອງພວກເພິ່ນ ຢູ່ໃນພື້ນທີ່ ບ້ານພັກຣີສອດ Mar-a-Lago ຂອງທ່ານທຣຳ
ຢູ່ນັ້ນ ທ່ານປະທານາທິບໍດີ ໄດ້ຖືກຖາມ ໂດຍນັກຂ່າວຜູ້ນຶ່ງ ວ່າ ທ່ານໄດ້ໂອ້ລົມກັບ
ທ່ານກິມ ຫຼືບໍ່? ທ່ານທຣຳ ໄດ້ຫັນໜ້າໄປຫາກຸ່ມພວກນັກຂ່າວ ແລ້ວຍິ້ມ ແລະ ຕອບວ່າ
“ໄດ້ລົມ.”

ປະຊາຊົນຢືນເບິ່ງ ຈໍໂທລະພາບ ສະແດງໃຫ້ເຫັນ ພາບແຟ້ມ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ຊ້າຍ, ແລະ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ-ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໂຊລ, ໃນ ນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 18 ເມສາ 2018.

ບໍ່ເທົ່າໃດນາທີ ຕໍ່ຈາກນັ້ນ ກ່ອນໜ້າການເລີ້ມຮັບປະທານອາຫານຄ່ຳ ກັບແຂກເມືອງ
ຈາກຍີ່ປຸ່ນ ທ່ານປະທານາທິບໍດີ ອີກຄັ້ງນຶ່ງ ໄດ້ຖືກຖາມ ດ້ວຍຄຳຖາມດຽວກັນ.

ທ່ານທຣຳ ກໍໄດ້ຕອບວ່າ “ເອົາໄວ້ທໍ່ນັ້ນກ່ອນຊະ. ແຕ່ພວກເຮົາໄດ້ໂອ້ລົມກັນໃນລະ
ດັບສູງສຸດ ແລະມັນກໍເປັນໄປຢ່າງດີ. ພວກເຮົາຈະຖ້າເບິ່ງວ່າ ແມ່ນຫຍັງຈະເກີດຂຶ້ນ.”

ປະທານາທິບໍດີ ດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ຍິ້ມແຍ້ມ ໃນລະຫວ່າງ ການພົບປະກັນ ຢູ່ທີ່ບ້ານພັກຣີສອດສ່ວນຕົວ Mar-a-Lago ຂອງທ່ານທຣຳ, ວັນທີ 17 ເມສາ 2018, ໃນເມືອງ ພລາມ ບີດຈ໌ ລັດຟລໍຣີດາ.

ພາຍໃນ ບໍ່ເທົ່າໃດນາທີ ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີສ໌ ກໍຍັງ
ບໍ່ໄດ້ຢືນຢັນ ການຕິດຕໍ່ສື່ສານກັນໂດຍກົງໃດໆເລີຍ ລະຫວ່າງ ທ່ານກິມ ກັບ ທ່ານປະທາ
ນາທິບໍດີ ຫຼື ບັນດາເຈົ້າໜ້າທີ່ຂັ້ນສູງຂອງທ່ານ.

ທ່ານນາງ ຮັກກາບີ ແຊນເດີສ໌ ໄດ້ກ່າວໃນຄຳເຫັນ ທີ່ຂຽນເປັນອີເມລ ໄປຫາພວກນັກ
ຂ່າວ ວ່າ “ໃນເລື່ອງຂອງການເຈລະຈາ ກັບຜູ້ນຳ ກິມ ຈົງ-ອຶນ ນັ້ນ: ທ່ານປະທານາ
ທິບໍດີ ໄດ້ກ່າວວ່າ ຄະນະລັດຖະບານ ໄດ້ເຈລະຈາ ໃນລະດັບສູງສຸດ ແລະ ກ່າວຕື່ມ
ວ່າ ພວກເພິ່ນ ບໍ່ໄດ້ຢູ່ກັບທ່ານໂດຍກົງ.”

Your browser doesn’t support HTML5

US North Korea

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ