ທ່າມກາງ ຄວາມພ່າຍແພ້ ປ. ທຣຳ ຍັງກະຕື ລືລົ້ນ ຊຸກຍູ້ ການປະຕິຮູບພາສີ

ປະທານາທິບໍດີດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມາຄົມຜູ້ຜະລິດແຫ່ງຊາດ ທີ່ໂຮງແຮມ Mandarin Oriental ໃນນະຄອນຫຼວງວໍຊິງຕັນ. (ວັນທີ 29 ກັນຍາ 2017)

ປະທານາທິບໍ​ດີ​ດໍ​ໂນ​ລ ທຣຳ ​ໄດ້​ມ້ວນທ້າຍ​ສັບປະດາຂອງ​ຄວາມຫຍຸ້ງຍາກທາງ​ການ
​ເມືອງດ້ວຍ​ການ​ຊຸກຍູ້​ສຸດ​ຂີດ​ເພື່ອ​ໃຫ້​ມີ​ການ​ປະຕິ​ຮູບທາງ​ດ້ານ​ພາສີ​ໃນ​ວັນ​ສຸກວານ​ນີ້.
ໃນ​ຄຳ​ປາ​ໄສຕໍ່ ​ສະມາຄົມ​ຜູ້​ຜະລິດ ທີ່ນະຄອນຫຼວງ​ວໍ​ຊິງ​ຕັນ ທ່ານ​ທຣຳໄດ້​ໃຫ້​ຄຳ​ໝັ້ນ
ສັນຍາທີ່​ຈະ​ທຳ​ການ​ຫຼຸດພາສີ “ຂະ​ໜາດ​ໃຫຍ່ ຢ່າງສວຍ​ງາມ ມະຫຶມາ ແລະ​ໃຫຍ່ສຸດ
​ເທົ່າ​ທີ່​ເຄີຍ​ມີ​ມາ ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ.”

ທ່ານ​ທຣຳ ມີ​ຄວາມ​ກະຕືລືລົ້ນທີ່​ຈະ​ເບິ່ງ​ໄປ​ໜ້າຜ່ານ​ບັນຫາ​ກ່ຽວ​ກັບ​ການ​ປະຕິ​ຮູບ​ໃນ
​ການ​ຮັກສາ​ສຸຂະພາບ ແລະ​ຜົນ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ສູງຂັ້ນຕົ້ນຂອງ​ພັກຣີ
ພັບ​ບລີ​ກັນ​ທີ່​ລັດ​ອາ​ລາບາ​ມາບ່ອນ​ທີ່​ທ່ານ​ໄດ້​ໃຫ້ການ​ສະໜັບສະໜຸນແກ່​ຜູ້​ສະໝັກ​ທີ່​
ເສຍ​ໄຊ. ປະທານາທິບໍດີ​ ແລະ ​ລັດຖະບານ​ຂອງ​ທ່ານ ຍັງ​ໄດ້ເປັນຝ່າຍ​ຮັບ ກ່ຽວ​ກັບ​
ຄວາມ​ພະຍາ​ຍາ​ຍາມ​ໃນ​ການ​ຟື້ນ​ໂຕ​ຈາກ​ລົມພາຍຸ​ເຮີຣິ​ເຄນ​ທີ່ Peurto Rico.

ສະມາຊິກ​ສະພາ​ສູງ​ບໍ່ໄດ້ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ​ແຜນການ​ຍົກ​ເລີກ​ແລະ​ທົດແທນ​
ປະກັນ​ໄພ​ສຸຂະພາບ​ Obamacare ຫລັງ​ຈາກ​ເປັນ​ທີ່​ຈະ​ແຈ້ງວ່າ ພວກ​ເຂົາ​ເຈົ້າບໍ່​ມີ
​ຄະ​ແນນ​ສຽງ​ພຽງພໍເພື່ອ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ດັ່ງກ່າວ ທັງນີ້ກໍ​ຍ້ອນສະມາຊິກ​ພັກຣີ
ພັບ​ບລີ​ກັນ​ຈຳນວນນຶ່ງ ​ບໍ່​ຍອມ​ລົງ​ຄະ​ແນນ​ສຽງ​ໃຫ້.

Your browser doesn’t support HTML5

Amid Setbacks, Trump Seeks Comfort in his Base

ສະມາຊິກ​ພັກ​ເດ​ໂມ​ແຄຣັດ ​ໄດ້​ສະ​ແດງ​ຄວາມ​ໂລ່ງ​ໃຈ ທີ່​ເຂົາ​ເຈົ້າສາມາດ​ເອົາ​ຊະນະ
​ຄວາມ​ພະຍາຍາມ​ທີ່ຢາກ​ຈະ​ຍົກ​ເລີກ​ປະກັນ​ໄພ​ສຸຂະພາບ​ ທີ່​ເປັນ​ລາຍ​ເຊັນ ຂອງ​ອະ
ດີດ​ປະທານາທິບໍດີ ​ບາ​ຣັກ ​ໂອ​ບາ​ມາ.

ຜູ້ນຳ​ຂອງ​ພັກ​ເດ​ໂມ​ແຄຣັດ ​ໃນ​ສະພາ​ສູງ ທ່ານ Chuck Schumer ກ່າວ​ຕໍ່​ພວກ​ນັກ
​ຂ່າວ​ທີ່​ຕຶກ​ລັດຖະສະພາ​ວ່າ “​ເຫດຜົນ​ທີ່​ຮ່າງ​ກົດໝາຍ​ສະບັບ​ນີ້ບໍ່​ຜ່ານ​ກໍ​ຍ້ອນ​ວ່າຊາວ​
ອ​າ​ເມຣິກັນ​ຫລາຍ​ລ້ານ​ຄົນ​ ບໍ່​ຕ້ອງການ​ໃຫ້​ເປັນແບບ​ນັ້ນ.”

​ໃນ​ມື້ດຽວ​ກັນນັ້ນ ອະດີດ​ຜູ້​ພິພາກສາ Roy Moore ທີ່ເປັນຄຣິສຕຽນ​ນິຍົມ​ແນວທາງ​
ເດີມ​ຈັດ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍໃນ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ສູງ​ຂັ້ນຕົ້ນ
ຂອງ​ພັກຣີພັບ​ບລີ​ກັນທີ່​ລັດ​ອາ​ລາ​ບາ​ມາໂດຍ​ເອົາ​ຊະນະ​ສະມາຊິກ​ສະພາ​ສູງ Luther
Strange ທີ່​ທ່ານ​ທຣຳ ​ໃຫ້ການ​ສະໜັບ​ສະໜຸນ.

ທ່ານ Moore ກ່າວ​ໃນ​ຄຳ​ປາ​ໄສ ສະຫລອງ​ໄຊຊະນະ​ ຂອງ​ທ່ານ​ວ່າ “ພວກ​ເຮົາ​ໄດ້
​ຖືກ​ສົ່ງ​ມາ​ທີ່​ໂລກ​ເປັນ​ເວລາ​ສັ້ນໆ ​ແລະ​ໃນ​ເວລາ​ສັ້ນໆ​ນັ້ນ ພາລະກິດ​ຂອງພວກ​ເຮົາ
ກໍ​ແມ່ນ​ຮັບໃຊ້​ພະ​ຜູ້​ເປັນ​ເຈົ້າຜູ້​ຍິ່ງ​ໃຫຍ່.”

ຜ່ານ​ມາ ທ່ານ Moore ​ໄດ້​ກ່າວ​ເຖິງ​ຫລາຍໆ​ເລື່ອງ​ ທີ່​ເປັນ​ຂ່າວ​ນອງ​ນັນ ​ແຕ່​ທ່ານ​ກໍ
​ຄາດ​ວ່າ ຈະ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ແຂ່ງຂັນ​ ກັບ​ຜູ້​ສະໝັກ​ ຂອງ​ພັກ​ເດ​ໂມ​
ແຄຣັດ ທ່ານ Doug Jones ​ໃນ​ການ​ເລືອກ​ຕັ້ງຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 12 ທັນວາ​ປີນີ້.

ທ່ານ​ທຣຳ​ໄດ້​ໄປ​ປາກົດ​ຕົວ ຮ່ວມ​ກັບ​ທ່ານ Strange ນຶ່ງ​ອາທິດ​ກ່ອນ​ໜ້ານີ້ ​ໃນການ
ໂຮມ​ຊຸມນຸມ​ທີ່​ລັດ​ອາ​ລາ​ບາ​ມາ ​ແຕ່​ພວກ​ນັກວິ​ເຄາະ​ບາງ​ຄົນ​ເວົ້າວ່າຈິດ​ໃຈຂອງ​ທ່ານ
ແມ່ນ​ບໍ່​ປາກົດ​ວ່າ​ຢູ່​ທີ່​ນັ້ນ​ເລີຍ.

​ໃນ​ບົດຂຽນ ​ລົງໜັງສືພິມ Wall Street Journal ທ່ານ Karl Rove ອະດີດຫົວໜ້າ
​ຍຸດ​ທະ​ສາດ​ການ​ເມືອງ ຂອງ​ປະທານາທິບໍດີ George W. Bush ​ເຕືອນ​ວ່າ “ການ
​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນ ທີ່​ດຸ​ເດືອດ​ຂອງ​ພັກ​ຣີພັບ​ບລີກັນ​ໃນ​ປີໜ້າ” ຈະ​ເຮັດ
​ໃຫ້​ເງິນ​ທຶນ​ ຂອງ​ພັກຣີພັບ​ບລີ​ກັນ​ໝົດ​ໄປ ຊຶ່ງ “​ອາດຈະ ຖ້າ​ບໍ່ດັ່ງນັ້ນ ກໍ​ຈະ​ຖືກ​ ນຳ​ໄປ​
ໃຊ້​ເພື່ອເອົາ​ຊະນະ​ພັກ​ເດ​ໂມ​ແຄຣັດ.”

ທ່ານ Rove ກ່າວ​ຕື່ມ​ວ່າ ຄວາມ​ລົ້ມ​ແຫຼວ​ເທື່ອ​ຫລ້າ​ສຸດ​ກ່ຽວ​ກັບ​ການ​ຍົກ​ເລີກ​ປະກັນ​
ໄພ​ສຸຂະພາບມີ​ແຕ່​ຈະ​ເຮັດ​ໃຫ້ຄວາມ​ເຈັບ​ຊ້ຳຂອງ​ພັກຣີພັບ​ບລີ​ກັນເລິກລົງ​ກວ່າ​ເກົ່າ
ກ່ອນ​ໜ້າການ​ເລືອກ​ຕັ້ງກາງ​ສະ​ໄໝແລະ​ການ​ຮັບ​ຜ່ານ​ການ​ປະຕິ​ຮູບພາສີແມ່ນເປັນ​
ສິ່ງ “ຈຳ​ເປັນ​ທີ່​ສຸດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ