ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ ເຈັຟ ແຊັສຊັນ (Jeff Sessions) ໄດ້ຕອບ
ໂຕ້ກັບ ຕໍ່ປະທານາທິບໍດີດໍໂນລ ທຣຳ ໃນວັນພຸດວານນີ້ ຫຼັງຈາກທີ່ທ່ານທຣຳ ໄດ້ກ່າວວ່າ ມັນເປັນສິ່ງ “ທີ່ໜ້າອັບອາຍ” ທີ່ທ່ານແຊັສຊັນ ໄດ້ຮຽກຮ້ອງໃຫ້ມີການສືບສວນພາຍໃນ
ຕໍ່ ການທີ່ພວກເຈົ້າໜ້າທີ່ ຮ້ອງຂໍການອະນຸມັດ ກ່ຽວກັບການຕິດຕາມສິ້ງຊອມແບບລັບໆ
ເບິ່ງ ອະດີດຜູ້ຊ່ອຍ ໃນຄະນະໂຄສະນາຫາສຽງຂອງທ່ານທຣຳ.
ໃນການໂຕ້ຖຽງກັນຢ່າງເປີດເຜີຍ ທີ່ບໍ່ຄອຍສູ້ມີໃຫ້ເຫັນ ລະຫວ່າງປະທານາທິບໍດີ
ສະຫະລັດ ແລະນຶ່ງໃນຄະນະລັດຖະມົນຕີ ທີ່ີທ່ານໄດ້ເປັນຜູ້ເລືອກນັ້ນ ທ່ານແຊັສຊັນ
ໄດ້ກ່າວວ່າ ການ ແຕ່ງຕັ້ງອົງການຄຸ້ມຄອງການສືບສວນຄືຜູ້ກວດກາທົ່ວໄປ ປະຈຳ
ກະຊວງຍຸຕິທຳ ແມ່ນ“ຂັ້ນ ຕອນການດຳເນີນງານ ທີ່ຖືກຕ້ອງເໝາະສົມແລ້ວ” ທີ່ຈະລົງຄວາມເຫັນວ່າ ອົງການສັນຕິບານກາງຫລື FBI ລະເມີດການປະຕິບັດງານແບບ
ປົກກະຕິບໍ ໃນການຊອກສະແຫວງເພື່ອໃຫ້ໄດ້ຮັບການອະນຸມັດ ຈາກສານທີ່ກຳກັບນຳ ການຕິດຕາມສິ້ງຊອມເບິ່ງ ທ່ານຄາເຕີເພຈ (Carter Page) ອະດີດຜູ້ຊ່ອຍທ່ານທຣຳ ນັ້ນ.
“ໃນຖານະທີ່ຂ້າພະເຈົ້າ ຍັງເປັນລັດຖະມົນຕີກະຊວງຍຸຕິທຳຢູ່ນີ້,” ນັ້ນຄືຄຳເວົ້າ
ຂອງທ່ານແຊັສຊັນ ທີ່ໄດ້ກ່າວໄວ້ ແລະທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າຈະສືບຕໍ່
ເຮັດໜ້າທີ່ ດ້ວຍກຽດ ແລະສັກສີ ແລະກະຊວງນີ້ ຍັງຈະສືບຕໍ່ເຮັດວຽກ ດ້ວຍຄວາມ
ທ່ຽງທຳແລະໃນວິທີທີ່ບໍ່ເຂົ້າຂ້າງອອກຂາ ອີງຕາມກົດໝາຍ ແລະລັດຖະທຳມະນູນ.”
ໄອຍະການພິເສດ ທ່ານ ໂຣເບີດ ມັລເລີ (Robert Mueller) ກຳລັງຢ່າງອອກຈາກລັດຖະສະພາ ຫຼັງຈາກກອງປະຊຸມລັບ ທີ່ວໍຊີງຕັນ, 21 ພຶດສະພາ 2017.
ທ່ານທຣຳ ແມ່ນຂຸ້ນເຄືອງຕໍ່ທ່ານແຊັສຊັນມາເປັນເວລາຫຼາຍເດືອນແລ້ວ ແຕ່ກໍບໍ່ໄດ້ປົດ
ທ່ານອອກ ນັບຕັ້ງແຕ່ທ່ານແຊັສຊັນ ໃນປີກາຍນີ້ ໄດ້ຖອນຕົວອອກຈາກການເປັນ ຜູ້ກຳ
ກັບນຳຄະນະສືບສວນ ທີ່ພົວພັນກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງ
ປະທານາທິບໍດີ ປີ 2016 ຊຶ່ງທ່ານເອງໄດ້ຕິດຕໍ່ກັບເອກອັກຄະລັດຖະທູດຣັດເຊຍ ປະຈຳ
ວໍຊີງຕັນ ທ່ານ Sergey Kislyak ໃນຂະນະທີ່ມີການໂຄສະນາຫາສຽງນັ້ນ. ການຖອນ
ຕົວຂອງທ່ານແຊັສ ຊັນ ຈາກຄະດີດັ່ງກ່າວນີ້ ໄດ້ນຳໄປການແຕ່ງຕັ້ງໄອຍະການພິເສດ
ທ່ານ ໂຣເບີດ ມັລເລີ (Robert Mueller) ຜູ້ຊຶ່ງທຳການສືບສວນໃນຄວາມຜິດ້ານອາຍາ
ຂອງຄະນະໂຄສະນາຫາສຽງທ່ານທຣຳ ທີ່ອາດສົມຮູ້ຮ່ວມຄິດກັບຣັດເຊຍ ທີ່ໄດ້ຄອບງຳ
ການຂຶ້ນເປັນປະທານາທິບໍດີຂອງທ່ານ ໃນຮອບຫຼາຍໆເດືອນນັ້ນ.
ແຕ່ມາຈົນມາຮອດ ວັນພຸດວານນີ້ ທ່ານແຊັສຊັນ ແມ່ນສ່ວນໃຫຍ່ ໄດ້ມິດງຽບ ເວລາທ່ານ
ທຣຳ ໄດ້ທຳການຕຳໜິຕິຕຽນ ຕໍ່ທ່ານ ຊຶ່ງຄັ້ງນຶ່ງເຄີຍເອີ້ນທ່ານວ່າ “ມີບັນຫາ” ນັ້ນ.
ຜູ້ນຳສະຫະລັດ ໄດ້ຕ້ອງຕິ ທ່ານແຊັສຊັນ ທີ່ຂໍຮ້ອງໃຫ້ຜູ້ກວດກາທົ່ວໄປຂອງກະຊວງຍຸຕິ
ທຳ ທ່ານ ໄມໂກລ ໂຮໂຮວິຕຊ໌ (Michael Horowitz) “ໃຫ້ສືບສວນ ກ່ຽວກັບຄວາມເປັນ
ໄປໄດ້ ໃນການລະເມີດຢ່າງຮ້າຍແຮງ” ໃນການຍື່ນຄຳຮ້ອງຂໍອະນຸຍາດ ຕໍ່ສານທີ່ກຳກັບ
ນຳການຕິດຕາມສິ້ງຊອມຂອງລັດຖະບານກາງນັ້ນ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ