ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ຂອງສະຫະລັດ ທ່ານ Donald Trump ໄດ້ແຕ່ງຕັ້ງເຈົ້າໜ້າທີ່ຈຸທຳອິດເຂົ້າຮັບຕຳແໜ່ງທີ່ສຳຄັນໆໃນລັດຖະບານຂອງທ່ານ ໂດຍໄດ້ເລືອກ ເອົາສະມາຊິກພັກຣີພັບບລີກັນທີ່ນິຍົມແນວທາງເດີມສຸດ 3 ທ່ານເຂົ້າຮັບໜ້າທີ່ ຄືສະມາ ຊິກສະພາສູງ Jeff Sessions ເປັນລັດຖະມົນຕີ ກະຊວງຍຸຕິທຳ ສະມາຊິກສະພາຕ່ຳ Mike Pompeo ເປັນຫົວໜ້າອົງການສືບລັບຊີໄອເອແລະພົນໂທ Mike Flynn ເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ.
ເຈົ້າໜ້າທີ່ທັງ 3 ຊຶ່ງເປັນຜູ້ທີ່ຈົງຮັກພັກດີຕໍ່ທ່ານ Trump ມາໂດຍຕະຫລອດໃນລະຫວ່າງການໂຄສະນາຫາສຽງຂອງທ່ານນັ້ນເປັນພວກທີ່ນິຍົມແນວທາງເດີມຈັດ ຊຶ່ງຈະເປັນຜູ້ນຳພາຄະນະທີມງານດ້ານຄວາມໝັ້ນຄົງແຫ່ງຊາດ ແລະເຈົ້າໜ້າທີ່ປະຕິບັດກົດໝາຍ.
ສະມາຊິກສະພາຕ່ຳ Mike Pompeo ຈາກລັດແຄນຊັສ
ທ່ານ Sessions ແມ່ນຜູ້ໃຫ້ການສະໜັບສະໜຸນຢ່າງແຂງຂັນ ແລະໃຫ້ຄຳແນະນຳແກ່ທ່ານ Trump ມາຕັ້ງແຕ່ຕອນເລີ້ມຕົ້ນ ຂອງການໂຄສະນາຫາສຽງ.
ທ່ານ Pompeo ຈາກລັດ Kansas ທາງພາກຕາເວັນຕົກ ຕອນກາງ ຂອງສະຫະລັດ ເປັນສະມາຊິກສະພາຕ່ຳ ຈາກກຸ່ມ tea party ທີ່ນິຍົມແນວທາງເດີມຈຸທຳອິດ ທີ່ໄດ້ຖືກ ຮັບເລືອກໃນປີ 2010.
ທ່ານ Flynn ຊຶ່ງເປັນນັກລົບເກົ່າທີ່ເຄີຍໄດ້ຮັບຫຼຽນໄຊມາແລ້ວແມ່ນເປັນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດໃຫ້ແກ່ທ່ານ Trump ໃນລະຫວ່າງການໂຄສະນາຫາສຽງ. ຕຳແໜ່ງຂອງທ່ານ Flynn ບໍ່ຈຳເປັນທີ່ຈະຕ້ອງ ໄດ້ຮັບການຢືນຢັນ ຈາກສະພາສູງບໍ່ຄືກັບ ຕຳແໜ່ງຂອງທ່ານ Sessions ແລະທ່ານ Pompeo.
ພົນໂທເບ້ຍບຳນານ Michael Flynn
ທ່ານ Sessions ອາດຈະຖືກສອບຖາມຢ່າງໜັກ ໃນລະຫວ່າງການຮັບຟັງຄຳໃຫ້ການ ເຖິງແມ່ນພັກຣີພັບບລີກັນ ຄວບຄຸມສະພາສູງກໍຕາມ. ເວລາທ່ານ Sessions ຖືກແຕ່ງ ຕັ້ງໃຫ້ເຂົ້າຮັບຕຳແໜ່ງຝ່າຍຕຸລາການ ຂອງລັດຖະບານກາງເມື່ອ 30 ປີກ່ອນ ທ່ານໄດ້ ຖືກຕ້ອງຕິຢ່າງແຮງຍ້ອນໃຫ້ຄວາມເຫັນກ່ຽວກັບເຊື້ອຊາດຜິວພັນທີ່ທ່ານຖືກກ່າວຫາວ່າ ມີຂຶ້ນໃນລະຫວ່າງທີ່ທ່ານເປັນຫົວໜ້າພະແນກຍຸຕິທຳຢູ່ໃນລັດຂອງທ່ານ.
Your browser doesn’t support HTML5
Pence on Trump's New Hires