ທ່ານ Trump ກ່າວວ່າ ຖ້າຖືກເລືອກ ທ່ານຈະນຳໃຊ້ ນະໂຍບາຍ ກວດປະຫວັດ ຄົນເຂົ້າເມືອງ

ທ່ານ Trump ຜູ້​ສະໝັກ​ເປັນ​ປະທານາທິບໍດີາະຫະລັດ ສັງກັດ​ພັກ Republican ກ່າວຄຳປາໄສ ທີ່ມະຫາວິທະຍາໄລ Youngstown, ເມືອງ Youngstown, ລັດ Ohio, 15 ສິງຫາ, 2016.

ທ່ານ Donald Trump ໃນ​ວັນ​ຈັນ​ວານ​ນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ປະຫວັດ ​ແບບລົງ​ເລິກ ຫຼື “extreme vetting” ທີ່​ຮວມທັງ​ການກວດກາ​ໃນ​ດ້ານ​ອຸດົມ​ການ ​ເພື່ອ​ໃຫ້​ແນ່ນອນ​ວ່າ ມີແຕ່​ພວກ​ທີ່​ຍຶດໝັ້ນ​ໃນ​ຫລັກການ​ຕ່າງໆ​ຂອງ​ສະຫະລັດ​ແລະ​ໃຫ້ການ​ນັບຖື​ຊາວ​ອາ​ເມຣິ ກັນ​ເທົ່າ​ນັ້ນ ຈະ​ສາມາດ​ຍົກຍ້າຍ​ເຂົ້າ​ມາ​ໃນ​ສະຫະລັດ​ໄດ້.

ຜູ້​ສະໝັກ​ເປັນ​ປະທານາທິບໍດີສັງກັດ​ພັກ Republican ​ໄດ້ເປີດ​ເຜີຍ​ເຖິງ​ນະ​ໂຍບາຍຄົນ​ເຂົ້າ ​ເມືອງ​ແລະ​ນະ​ໂຍບາຍການ​ຕ່າງປະ​ເທດ​ຂອງ​ທ່ານ ​ໃນ​ວັນ​ຈັນ​ວານ​ນີ້ ຕໍ່​ພວກ​ທີ່​ສະໜັບ ສະໜຸນ​ທ່ານ ​ໃນ​ເມືອງ Youngstown, ລັດ Ohio ຊຶ່ງ​ໄດ້​ມີ​ສຽງ​ໂຮ​ຮ້ອງ​ສະໜັບ​ສະ​ໜຸນ​ທ່ານ​ເປັນ​ໄລຍະໆ ທີ່​ຮ້ອງ​ອອກ​ມາ​ວ່າ “Trump Trump Trump”ຊຶ່ງ​ໄດ້​ລົບ​ກວນ​ການ​ກ່າວ​ຖະ​ແຫຼງ​ການ​ຂອງ​ທ່ານ​ນັ້ນ.

ເບິ່ງ: ທ່ານ Trump ກ່າວເຖິງນະໂຍບາຍຂອງທ່ານກ່ຽວກັບກຸ່ມກໍ່ການຮ້າຍ

Your browser doesn’t support HTML5

Donald Trump on IS


ທ່ານ Trump ​ໄດ້ກ່າວ​ວ່າ ຖ້າ​ຫາກ​ທ່ານ​ຫາກ​ຖືກ​ເລືອກ​ ​ທ່ານ​ຈະ​ໄດ້​ຈັດ​ຕັ້ງ ​ນະ​ໂຍບາຍ ​ຄົນ​ເຂົ້າ​ເມືອງ​ໃໝ່ ທີ່​ຈະມີ​ຄວາມ​ເຂັ້ມ​ແຂງ​ ຊຶ່ງ​ຈະ​ເປັນ​ນະ​ໂຍບາຍທີ່​ພວກ​ຄົນ​ເຂົ້າ​ເມືອງຈະຕ້ອງ​ຜ່ານ​ການກວດ​ປະຫວັດ ​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ສະຫະລັດ​ຈະ​ບໍ່​ຮັບ​ເອົາ​ພວກ​ຫົວ ຮຸນ​ແຮງ​ຈັດແລະ​ພວກ​ທີ່ມີ​ຄວາມ​ກຽດ​ຊັງ ​ຕະຫລອດ​ທັງພວກ​ທີ່​ບໍ່​ເຊື່ອ​ໃນ​ກົດໝາຍ​ລັດຖະທຳ​ມະນູນ​ສະຫະລັດ.

ທ່ານ Trump ກ່າວ​ວ່າ ທ່ານ​ຈະ​ໂຈະ​ເປັນ​ການ​ຊົ່ວຄາວ​ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ບັນດາ​ປະ​ເທດ​ທີ່​ທ່ານ​ເອີ້ນ​ວ່າ ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ວຸ້ນວາຍ ​ແລະ​ເປັນ​ອັນຕະລາຍຂອງ​ໂລກ ທີ່​ມີ​ປະຫວັດສະໜັບສະໜຸນ​ການກໍ່​ການ​ຮ້າຍ.

ເຊີນຊົມວີດີ: ທ່ານ Biden ກ່າວເຖິງທ່ານ Trump

Your browser doesn’t support HTML5

Joe Biden on Trump's Impulsiveness and the Nuclear Code


ທ່ານ Trump ​ໄດ້ກ່າວ​ວ່າ ການຫລັ່ງ​ໄຫລ​ເຂົ້າມາ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ​ຍັງ​ສະຫະລັດ ນັ້ນ​“ແມ່ນ​ມີ​ຈຳນວນຫຼາຍ​ໂພດ ຕໍ່​ການ​ກວດກາ​ຢ່າງ​ເຂັ້ມ​ງວດ ທີ່​ຖືກຕ້ອງ​ໄດ້”

ຖ້າ​ຫາກ​ທ່ານ​ໄດ້​ເປັນ​ປະທານາທິບໍດີ ທ່ານ Trump ​ໄດ້ກ່າວ​ວ່າ ​ນະ​ໂຍບາຍການ​ຕ່າງປະ​ເທດ ​ແມ່ນ​ຈະ​ເພັ່ງ​ເລັງ​ໃສ່ການ​ກຳຈັດ ​ການ​ເຜ່ລະບາດ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ​ອິສລາມ ​ແລະ​ໄດ້​ກ່າວ​ວ່າ ປະ​ເທດໃດ​ມີ​ຈຸດປະສົງແບບ​ດຽວ​ກັບທ່ານ​ແລ້ວ ຈະ​ຖື​ວ່າ​ເປັນ​ພັນທະ​ມິດ.

ທ່ານ Paul Manafort ປະທານກອງຫາສຽງຂອງທ່ານ Trump ກ່າວກັບພວກນັກຂ່າວ ໃນກອງປະຊຸມຫຼວງ Republican, Quicken Loans Arena, 17 ກໍລະກົດ, 2016, ໃນ Cleveland.

​ທ່ານ Trump ​ໄດ້ກ່າວ​ຢ່າງ​ຍືດຍາວ ​ເຖິງລາຍ​ຊື່​ຂອງການ​ໂຈມ​ຕີ​ຂອງ​ພວກ​ກໍ່ການ​ຮ້າຍ ທີ່​ກະທຳ​ໂດຍພວກ​ຫົວ​ຮຸນ​ແຮງ​ຈັດ​ອິດສລາມ ​ໃນສະຫະລັດ ​ແລະ​ຢູ​ໂຣບ ທ່ານໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ທ່ານຈະ​ຈັດ​ກອງ​ປະຊຸມ​ນາໆ​ຊາດ ​ເພື່ອ​ການ​ຕໍ່ສູ້ ໃນ​ອັນ​ທີ່​ທ່ານ​ອະທິບາຍ​ວ່າ ​ເປັນ “​ແນວ​ຄິດແຫ່ງ​ຄວາມ​ຕາຍ ທີ່​ຈະຕ້ອງ​ຖືກ​ດັບ​ມອດ​ໃຫ້​ໝົດ​ໄປ.”

ທ່ານ​ໄດ້​ໂຈມ​ຕີ ທັງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແລະ​ທ່ານ​ນາງ Hillary Clinton ​ໃນ​ຂະນະ​ທີ່​ທ່ານ​ນາງ​ດຳລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ທີ່​ສະ​ແດງ​ອອກໃນອັນ​ທີ່​ທ່ານ​ເອີ້ນ​ວ່າ ​ເປັນ​ການ​ຜິດ​ຜາດ​ໃນ​ການ​ຕັດສິນ​ໃນ​ເລື້ອງອິຣັກ ຊີ​ເຣຍ ​ແລະ​ລີ​ເບຍ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ